ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ

ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ - 87 - ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ
ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ - kitchen vibe - ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ

ໃນໂອກາດເຂົ້າຮ່ວມຖະແຫລງຂ່າວຮ່ວມກັບຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນວັນທີ 26 ພຶດສະພາ 2021, ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນໄລຍະທີ່ປະຕິບັດມາດຕະການຕ້ານພະຍາດໂຄວິດ-19, ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ຊຸກຍູ້ຂະບວນການຜະລິດ ສະບຽງອາຫານ ແລະ ການຜະລິດກະສິກໍາເປັນສິນຄ້າສົ່ງອອກ, ຊຶ່ງຜ່ານມາສາມາດສະໜອງສະບຽງອາຫານ ພາຍໃນ ໄດ້ຢ່າງພຽງພໍ ແລະ ສົ່ງອອກສິນຄ້າກະສິກໍາ ໄປຕ່າງປະເທດ ໄດ້ໃນລະດັບໜຶ່ງ, ແຕ່ການຈໍາໜ່າຍສິນຄ້າກະສິກຳພາຍໃນປະເທດ ໃນບາງແຂວງທີ່ມີການລະບາດຂອງພະຍາດ ແມ່ນມີຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະກຸ່ມຜະລິດພືດຜັກສະອາດ ແລະ ຜະລິດກະສິກໍາເປັນສິນຄ້າ. ນອກນັ້ນ,ໃນໄລຍະທີ່ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ນີ້ ເຮັດໃຫ້ຊາວກະສິກອນ ແລະ ພໍ່ຄ້າຈຳນວນໜຶ່ງ ບໍ່ສາມາດອອກຈາກຂອບເຂດບ້ານເພື່ອມາຈຳໜ່າຍ, ຊື້-ຂາຍ ສິນຄ້າ ໄດ້ ແລະ ບາງແຂວງກໍມີຜູ້ມາຊື້-ຂາຍ ຫຼຸດລົງ ເຮັດໃຫ້ສິນຄ້າກະສິກຳ ຂອງປະຊາຊົນອັ່ງອໍໃນບາງເຂດ ໂດຍສະເພາະຕະຫຼາດພືດຜັກສະອາດ ຢູ່ນະຄອນຫຼວງວຽງຈັນ ຍ້ອນວ່າຫຼາຍຕະຫຼາດໄດ້ປິດຊົ່ວຄາວ ເຮັດໃຫ້ຜົນຜະລິດເສຍຫາຍ ແລະ ລາຍຮັບຫຼຸດລົງ ເຖິງ 50% (ປັດຈຸບັນເຖິງວ່າເປີດຕະຫຼາດສ່ວນໜຶ່ງຄືນແລ້ວ ແຕ່ການຈຳໜ່າຍສິນຄ້າ ກໍ່ຍັງມີລາຍຮັບຫຼຸດລົງເຖິງ 30%).

ການສະໜອງເຂົ້າ ແລະ ພືດສະບຽງອື່ນໆ ໂດຍລວມແມ່ນຍັງພຽງພໍຕໍ່ກັບຄວາມຕ້ອງການຂອງການບໍລິໂພກພາຍໃນປະເທດ ເປັນຕົ້ນ: ການຜະລິດເຂົ້ານາແຊງ ໃນລະດູການນີ້ສາມາດປັກດໍາໄດ້ 88.010 ເຮັກຕາ ເທົ່າກັບ 96% ຂອງແຜນການ ເຊິ່ງມາຮອດປະຈຸບັນການເກັບກ່ຽວແມ່ນສໍາເລັດເກືອບທັງໝົດແລ້ວ ສ່ວນການຜະລິດພືດສະບຽງອາຫານ ແລະ ຜະລິດພືດສິນຄ້າອື່ນໆ ເພື່ອບໍລິໂພກພາຍໃນ, ປ້ອນໂຮງງານອຸດສະຫະກຳປຸງແຕ່ງ ແລະ ສົ່ງອອກຕ່າງປະເທດ ໃນລະດູແລ້ງນີ້ ປະຕິບັດໄດ້ ປະມານ 129.045 ເຮັກຕາ, ເທົ່າກັບ 85% ຂອງແຜນການ ຊຶ່ງຂະບວນການປູກແມ່ນຍັງສືບຕໍ່ ໂດຍສະເພາະບັນດາພືດຜັກ, ມັນຕົ້ນ, ອ້ອຍ, ສາລີຫວານ, ຖົ່ວດິນ ແລະ ອື່ນໆ. ນອກຈາກພືດແລ້ວສາມາດສະໜອງຊີ້ນ ເພື່ອບໍລິໂພກພາຍໃນໄດ້ 465.500 ໂຕນ ທຽບໃສ່ປີ 2019, ເພີ່ມຂຶ້ນ 5,96%), ປັດຈຸບັນມີຝູງສັດລ້ຽງປະເພດຕ່າງໆໃນທົ່ວປະເທດ ເພື່ອສະໜອງທາດຊີ້ນ ໃຫ້ແກ່ການບໍລິໂພກພາຍໃນ ເຊັ່ນ: ງົວ, ຄວາຍ, ໝູ, ແກະ/ແບ້ ແລະ ສັດປີກ ໃນລະດັບສະເລ່ຍບໍລິໂພກ 65 ກິໂລ/ຄົນ/ປີ ແມ່ນພຽງພໍກັບຄວາມຕ້ອງການ.

ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ - Visit Laos Visit SALANA BOUTIQUE HOTEL - ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ
ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ - Visit Laos Visit SALANA BOUTIQUE HOTEL - ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ

ສໍາລັບການສົ່ງອອກຜະລິດຕະພັນກະສິກໍາ ໃນເດືອນມັງກອນ ຫາ ເດືອນເມສາ 2021 ມີການສົ່ງອອກພືດຜະລິດຕະພັນພືດ ຜ່ານດ່ານສາກົນ ຈຳນວນ 2 ລ້ານກວ່າໂຕນ, ມູນຄ່າ 440,5 ລ້ານກວ່າໂດລາ, ໃນນັ້ນ, ພືດທີ່ສົ່ງອອກຫຼາຍກວ່າໝູ່ແມ່ນ ມັນຕົ້ນ ມູນຄ່າ 138,3 ລ້ານກວ່າໂດລາ, ໝາກກ້ວຍ ມູນຄ່າ 107,6 ລ້ານກວ່າໂດລາ, ໝາກໂມ ມູນຄ່າ 25,9 ລ້ານກວ່າໂດລາ, ອ້ອຍ ມູນຄ່າ 16,4 ລ້ານກວ່າໂດລາ ເຊິ່ງຕະຫຼາດຫຼັກແມ່ນ ສປ ຈີນ, ໄທ ແລະ ສສ ຫວຽດນາມ. ນອກນັ້ນ, ກໍ່ໄດ້ສໍາເລັດການສົ່ງສັດໃຫຍ່ (ງົວ, ຄວາຍ) ໄປ ສປ ຈີນ ຈຳນວນ 2.013 ໂຕ ໃນນັ້ນ ງົວ 1,992 ໂຕ ແລະ ຄວາຍ 21 ໂຕ ມູນ
ຄ່າປະມານ 4,8 ລ້ານໂດລາ.

ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ - 3 - ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ
ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ - 4 - ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ
ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ - 5 - ຕົ້ນປີ 2021 ຂະແໜງກະສິກໍາ ແລະ ປ່າໄມ້ ສົ່ງອອກຜະລິດຕະພັນພືດ ໄດ້ມູນຄ່າຫລາຍກວ່າ 440,5 ລ້ານໂດລາ