ອາເມລິກາ-ຈີນ ເລີ່ມເຈລະຈາການຄ້າຄັ້ງທຳອິດໃນຍຸກ ໄບເດນ

ຜູ້ແທນການຄ້າຂອງອາເມລິກາ ແລະ ຈີນ ຈັດການເຈລະຈາໃນຮູບແບບກອງປະຊຸມທາງໄກຄັ້ງທຳອິດໃນຍຸກການບໍລິຫານຂອງປະທານາທິບໍດີ ໂຈ ໄບເດນ ເຊິ່ງການເຈລະຈາຮອບທຳອິດເປັນໄປແບບ “ກົງໄປກົງມາ” ແລະ ເນັ້ນການປະຕິບັດ.
ສຳລັບຕົວແທນຫາລືຄັ້ງນີ້ ຝ່າຍອາເມລິກາສົ່ງທ່ານ ນາງ ແຄດເທີຣິນ ໄທ ຜູ້ແທນການຄ້າລະດັບສູງຂອງອາເມລິກາ ເຂົ້າເຈລະຈາ, ສ່ວນຝ່າຍຈີນຄືທ່ານ ຫລິວເຮີ ຮອງນາຍົກລັດຖະມົນຕີທີ່ເບິ່ງແຍງດ້ານນະໂຍບາຍການຄ້າ ແລະ ເສດຖະກິດຂອງຈີນ.
ສື່ຕ່າງປະເທດລາຍງານວ່າ: ສອງຝ່າຍໄດ້ເຈລະຈາກັນເຖິງຄວາມສຳຄັນຂອງການພົວພັນທາງການຄ້າລະຫວ່າງສອງປະເທດ ຫລັງກ່ອນໜ້ານີ້ການເຈລະຈາເປັນໄປແບບມະຍ່ອມມະແຍ່ມໃນຍຸກຂອງປະທານາທິບໍດີ ໂດນັລ ທຣຳ ເຊິ່ງມີນະໂຍບາຍແຂງກະດ້າງຕໍ່ຈີນ ແລະ ເປັນສາເຫດສຳຄັນສູ່ສົງຄາມການຄ້າທີ່ສະເທືອນໄປທົ່ວໂລກ.
ສຳນັກຜູ້ແທນການຄ້າອາເມລິກາ ເປີດເຜີຍວ່າ: ນາງ ໄທ ແລະ ທ່ານ ຫລິວ ໄດ້ຫາລືກັນເຖິງຫລັກການຊີ້ນຳຂອງນະໂຍບາຍການຄ້າທີ່ໃຫ້ຄວາມສຳຄັນຕໍ່ແຮງງານຂອງລັດຖະບານ ໄບເດນ. ນອກຈາກນີ້ ນາງຍັງທົບທວນການພົວພັນທາງການຄ້າລະຫວ່າງ ຈີນ ແລະ ອາເມລິກາ ແລະ ມີການຍົກເອົາບັນຫາທີ່ໜ້າກັງວົນມາເຈລະຈານຳ.
ສ່ວນກະຊວງການຄ້າຈີນລະບຸໃນຖະແຫລງການວ່າ: ສອງຝ່າຍມີການແລກປ່ຽນຢ່າງກົງໄປກົງມາ, ເນັ້ນການປະຕິບັດ ແລະ ສ້າງສັນ ດ້ວຍທັດສະນະຄະຕິຂອງຄວາມເທົ່າທຽມ ແລະ ເຄົາລົບເຊິ່ງກັນ ແລະ ກັນ. ນອກຈາກນີ້ ຍັງລະບຸວ່າ: ສອງຝ່າຍຫລິ່ງເຫັນຄວາມສຳຄັນຂອງພັດທະນາການຂອງການຄ້າລະດັບທະວີພາຄີ.
ເຖິງຢ່າງໃດກໍຕາມ, ກ່ອນໜ້າການຫາລື ນາງ ໄທ ໃຫ້ສຳພາດຕໍ່ສຳນັກຂ່າວ Reuters ວ່າ: ອາເມລິກາ ຍັງຜະເຊີນບັນຫາທ້າທາຍໃຫຍ່ຫລວງໃນການພົວພັນທາງການຄ້າກັບຈີນ ຫລັງສອງຝ່າຍເຮັດສົງຄາມການຄ້າຢ່າງດຸເດືອດໃນຍຸກ ທຣຳ ເຊິ່ງມີການຕອບໂຕ້ກັນດ້ວຍກຳແພງພາສີມູນຄ່າມະຫາສານ.
ໂດຍຫລັງຈາກສອງຝ່າຍລົງນາມໃນຂໍ້ຕົກລົງການຄ້າໄລຍະ 1 ເມື່ອເດືອນມັງກອນປີຜ່ານມາແລ້ວ ຈີນຕ້ອງປະຕິບັດຕາມສັນຍາໃນການສັ່ງຊື້ສິນຄ້າ ແລະ ບໍລິການຂອງອາເມລິກາເພີ່ມຂຶ້ນຢ່າງໜ້ອຍ 2 ແສນລ້ານໂດລາ ໃນລະຫວ່າງປີ 2020-2021, ແຕ່ສະຖານະການລະບາດຂອງໂຄວິດ-19 ແລະ ວິກິດເສດຖະກິດທີ່ຕາມມາ ເຮັດໃຫ້ເປັນອຸປະສັກສຳລັບຈີນໃນການນຳເຂົ້າສິນຄ້າ ແລະ ບໍລິການໄດ້ຕາມເປົ້າ.
ອ້າງອີງ: