ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ

ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ - EU vote Green Pass feature - ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ
ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ - kitchen vibe - ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ

ສຳນັກ​ຂ່າວCNBC ລາຍ​ງານ​ວ່າ: ປັດຈຸບັນ​ສະຫະພາບເອີຣົບ(ອີ​ຢູ) ທີ່​ມີ​ສະມາຊິກ 27ປະ​ເທດ ພວມ​ກຽມ​ອອກພາສປອດວັກ​ຊີນ​ທີ່​ມີ​ຊື່ວ່າ:”EU Digital COVID CERTIFICATE” ໂດຍ​ບໍ່​ມີ​ມາດ​ຕະການກັກ​ຕົວກ່ອນ​ເຂົ້າປະ​ເທດ ​ແລະ ຈະ​ສາມາດ​ເລີ່​ມນຳ​ໃຊ້​ ລະບົບ​ດັ່ງກ່າວ​ໄດ້ພາຍ​ໃນເດືອນ​ມິຖຸນາ​ນີ້.
ຂະນະ​ທີ່ ອັງກິດ ມີ​​ແອບ​ພຣິ​ເຄຊັນ”NHS App” ທີ່​ໄດ້​ເພີ່ມຄຳ​ສັ່ງສະ​ແດງ​ຫລັກ​ຖານ​ການ​ສັກ​ວັກ​ຊິນເຂົ້າ​ໄປ​ແລ້ວເພື່ອ​ຮັບຮອງ​ວ່າ ບຸກຄົນ​ນັ້ນ​ໄດ້​ສັກ​ວັກ​ຊີນ​ແລ້ວ ສ່ວນສະມາຄົມຂົນ​ສົ່ງ​ທາງ​ອາກາດລະຫວ່າງ ​ປະ​ເທດ (Iata) ມີ​ສະມາຊິກ 300 ກວ່າ​ສາຍ​ການບິນ​ໄດ້​ອອກ​ພາສປອດວັກ​ຊິນໃນ​ນາມ​ຊື່ ​ໄອ​ອາ​ຕາ ທຣາ​ໂວ​ພາສ” Iata Travel Pass”​ເພື່ອ​ຮັບຮອງ​ຜົນ​ກວດ​ຫາເຊື້ອ​ພະຍາດໂຄ​ວິດ-19 ຫລື ​ໃບ​ຮັບຮອງການ​ຮັບ​ວັກ​ຊີນ​ໂດຍສິງກະ​ໂປ ​ເປັນ​ປະ​ເທດທຳ​ອິດທີ່​ເປີດ​ຕ້ອນຮັບ​ ນັກ​ເດີນທາງ ທີ່​ມີ​ຂໍ້​ມູນ​ຜ່ານ​ໄອ​ອາ​ຕາທຣາ​ໂວ​ພາສ​ໃນ​ເດືອນ​ພຶດສະພານີ້​.
ຫລາຍ​ປະ​ເທດພັດທະນາພາສປອດວັກ​ຊິນ​​ໃນ​ແບບ​ສະບັບ​ຂອງ​​ແຕ່ລະ​ປະ​ເທດ ​ແລະ ມີ​ການ​ໃຊ້​ງານ​ຈິງພາຍ​ໃນ​ປະ​ເທດ​ແລ້ວ​ເປັນຕົ້ນ​ໃນ​ປະ​ເທດອິດສະຣາ​ແອນ ​ແລະ ດານ​ມາກ ທີ່​ພັດທະນາ​ເປັນກຣີນພາສ”Green Pass” ​ແລະ ​ໂຄຣນ່າ ພາສ”Corona Pass” ​ເຮັດ​ໃຫ້ ລັດຖະບານສາມາດຮັບ​ຮູ້​ຂໍ້​ມູນຜູ້​ຕິດ​ເຊື້ອ​ໄດ້ ເປັນ​ລາຍ​ຊົ່ວ​ໂມງ ​ແລະ ຮັບ​ຮັບ​ເຖິງ​ຈຸດ​ທີ່​ມີ​ການ​ແຜ່​ລະບາດ ​ຂອງ​ເຊື້ອ​ພະຍາດ ​ໂຄ​ວິດ-19 ລວມທັງ​ທີ່ຢູ່​ອາ​ໄສຂອງ​ບຸກຄົນ​ນັ້ນ ​ເຊິ່ງ​ເຮັດ​ໃຫ້​ໜ່ວຍ​ງານທີ່​ກ່ຽວຂ້ອງ​ສາມາດອອກ​ມາດ​ຕະການສະກັດ​ກັ້ນ​ໄດ້​ຢ່າງ​ເໝາະ​ສົມ ​ແລະ​ ວ່ອງ​ໄວ.

ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ - 3 - ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ
ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ - 5 - ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ
ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ - 4 - ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ
ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ - Visit Laos Visit SALANA BOUTIQUE HOTEL - ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ
ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ - Visit Laos Visit SALANA BOUTIQUE HOTEL - ໃບຮັບຮອງສັກວັກຊິນ ເປັນເຄື່ອງມີການເດີນທາງແບບໃໝ່ທົ່ວໂລກ