ປກສ ແຂວງອຸດົມໄຊ ຈັບພໍ່ຄ້າຂາຍຢາເສບຕິດ ພ້ອມຂອງກາງຫລາຍກວ່າ 1 ລ້ານເມັດ
May 28, 2021 - 3:36 PM

ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຟາເສບຕິດ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງຈາກພົນລະເມືອງວ່າ: ມີເປົ້າໝາຍສົງໄສ ຊື່ທ້າວສົມລີເລົາ (ຕົວ) ຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະອອກເຄື່ອນໄຫວສືບຄົ້ນຫາ ແລະ ຄັດຈ້ອນເປົ້າໝາຍສົງໄສ.
ຈາການເກັບກຳຂໍ້ມູນເຫັນວ່າ: ເປົ້າໝາຍດັ່ງກ່າວມີການເຄື່ອນໄຫວຄ້າຂາຍຢາເສບຕິດແທ້, ຕໍ່ມາຮອດເວລາປະມານ 8:00 ໂມງ ຂອງວັນທີ 26 ພຶດສະພາ 2021 ໄດ້ວາງແຜນການເຂົ້າຈັບກມ ພ້ອມທັງກວດຄົ້ໜເຄຫະສະຖານຂອງເປົ້າໝາຍ.
ຜ່ານການຈັດຕັ້ງປະຕິບັດສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ພ້ອມທັງຢຶດເຄື່ອງຂອງກາງໄດ້ຄື:
- ຢາບ້າ ຈໍານວນ 549 ມັດ ເທົ່າກັບ 1.098.000 ເມັດ ນ້ໍາຫນັກ 130,5 ກິໂລກຼາມ
- ແປ້ງຝຸ່ນສີຂາວ ຈໍານວນ 48 ເປົ້າ ນໍ້າໜັກ 1.200 ກິໂລກຼາມ
- ປືນສັ້ນ 1 ກະບອກ
- ໝື້ໝາກຟ່າ 5 ຫຼອດ ນໍ້າໜັກ 1 ກິໂລກຼາມ
- ເງິນບາດ 1.339.000 ບາດ
- ເງິນກີບ 90.000.000 ກີບ
- ສາຍແຂນສີເຫຼືອງຄ້າຍຄືຄໍາ ຈໍານວນ 1 ເສັ້ນ ນໍ້າໜັກ 149,4 ກຼາມ
- ເເຫວນສີເຫຼືອງຄ້າຍຄືຄໍາ ຈໍານວນ 1 ວົງ ນໍ້າໜັກ 29,6 ກຼາມ
- ໃບຕາດິນຈໍານວນ 4 ໃບ
- ປື້ມບັນຊີເງິນຝາກທະນາຄານ ຈໍານວນ 4 ຫົວ
- ໂທລະສັບມືຖື 1 ໜ່ວຍ
- ລົດກະບະຣີໂວສີຂາວ ທະບຽນ ຣບ 5689 ກໍາແພງນະຄອນ
- ລົດປາຣາໂດ ສີຂາວມຸກ ທະບຽນ ວຣ 6789 ກໍາແພງນະຄອນ
ປັດຈຸບັນຕໍ່ກັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ພວມສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ ແລະ ຂະບວນການ ເພື່ອນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້ໂດຍໄວ.