ມຽນມາ ພວມຜະເຊີນບັນຫາຂາດແຄນເງິນສົດ-ອັດຕາເງິນເຟີ້ເພີ່ມຂຶ້ນ
May 31, 2021 - 5:18 PM


ສຳນັກຂ່າວ ກຽວໂດ ຂອງຍີ່ປຸ່ນ ລາຍງານ ໃນວັນທີ 30 ພຶດສະພານີ້ວ່າ: ມຽນມາ ພວມຜະເຊີນກັບບັນຫາການຂາດແຄນເງິນສົດ ລວມທັງ ລາຄາສິນຄ້າ ແລະ ບໍລິການທີ່ເພີ່ມສູງຂຶ້ນພາຍໃຕ້ການປົກຄອງຂອງລັດຖະບານຊຸດໃໝ່ ລ້າສຸດ ປະຊາຊົນພາກັນໄປຖອນເງິນຝາກປະຢັດຈາກທະນາຄານ ເນື່ອງຈາກເກີດຄວາມກັງວົນກ່ຽວກັບຄວາມບໍ່ໝັ້ນຄົງໃນອະນາຄົດ. ຂະນະທີ່ ລັດຖະບານ ມຽນມາ ສັ່ງຈຳກັດປະລິມານເງິນໝູນວຽນ ເພື່ອຄວບຄຸມໄພເງິນເຟີ້.