10 ນິໄສສ້າງສະເໜ່ ໃຜຢູ່ໃກ້ກໍຕ້ອງຫລົງຮັກ
June 3, 2021 - 12:16 PM

ບໍ່ວ່າໃຜກໍຢາກຮູ້ສຶກມີຄຸນຄ່າ, ແຕ່ຕ້ອງເຮັດແນວໃດຈຶ່ງຈະຮູ້ສຶກມີຄຸນຄ່າໃນສາຍຕາໃຜໆຂຶ້ນມາໄດ້ ແລະ ເຮັດໃຫ້ໃຜໆກໍຫລົງ ຮັກ ແລະ ຊື່ນຊົມທ່ານ.
- ເບິ່ງແຍງດູແລຕົນເອງຢູ່ສະເໝີ : ການຖືເບົາຕໍ່ຕົນເອງຈະຫລຸດທອນຄວາມໝັ້ນໃຈໃນຕົນເອງລົງເລື້ອຍໆ ເຮັດໃຫ້ເກີດ ການປຽບທຽບວ່າຕົນເອງດ້ອຍຄ່າເມື່ອເຫັນຄົນອື່ນດີກ່ວາ ລອງເລີ່ມຕົ້ນແຕ່ງໜ້າແດ່, ຊື້ເຄື່ອງນຸ່ງງາມໆທີ່ເຂົ້າກັບ ບຸກຄະລິກ ມັນຈະຊ່ວຍໃຫ້ທ່ານຮູ້ສຶກສົດຊື່ນ, ໝັ້ນໃຈໃນຕົນເອງ ແລະ ມີພະລັງເຮັດຫຍັງດີໆອີກຫລາຍ.
- ໃຫ້ໂດຍບໍ່ຫວັງຜົນຕອບແທນ : ບາງເທື່ອການໃຫ້ຍ້ອນຄິດຈະໃຫ້ກໍເຮັດໃຫ້ທ່ານຮູ້ສຶກດີຢ່າງບໍ່ໜ້າເຊື່ອ ເພາະທ່ານຈະບໍ່ ຕ້ອງເມົາເສຍເວລາຄິດວ່າເຂົາຈະຕອບແທນເຮົາແບບໃດ ກຸ້ມຄ່າຫລືບໍ່ກຸ້ມ ເຊິ່ງມັນມີແຕ່ຈະເຮັດໃຫ້ທ່ານຄິດວ່າຕົນເອງ ບໍ່ມີຄ່າ ເຂົາຈຶ່ງບໍ່ເຫັນຄວາມດີ.
- ຢ່າເມົາຄິດແຕ່ເລື່ອງຕົນເອງ : ຢ່າເມົາແຕ່ກົ້ມໜ້າຢູ່ກັບໂທລະສັບມືຖື ຍິ່ງທ່ານຕັດໂລກພາຍນອກອອກໄປຫລາຍເທົ່າໃດ ທ່ານກໍຈະຍິ່ງໂດດດ່ຽວໃນເລິກໆຫລາຍເທົ່ານັ້ນ ລອງເງີຍໜ້າ ແລະ ໃຊ້ເວລາເຮັດສິ່ງທີ່ມັກກັບຄົນທີ່ທ່ານຮັກ ຊີວິດຈະມີຄວາມໝາຍຫລາຍຂຶ້ນຕື່ມ.
- ຍ້ອງຍໍຊື່ນຊົມຄົນອື່ນ ແລະ ຕົນເອງຢ່າງເທົ່າທຽມ : ການຍ້ອງຍໍຊົມເຊີຍ ຫລື ຊື່ນຊົມ ໃຜໆກໍມັກ ແລະ ຍັງເຮັດໃຫ້ຄົນອື່ນເບິ່ງເຫັນຄວາມໃຈກ້ວາງຂອງທ່ານ ຮູ້ສຶກດີກັບທ່ານ ຜົນທີ່ໄດ້ກໍຄື ຄຳຍ້ອງຍໍຊົມເຊີຍເຫລົ່ານັ້ນກໍຈະ ຍ້ອນກັບມາຫາທ່ານນຳເຊັ່ນກັນ.
- ຮູ້ຈັກວາງເປົ້າໝາຍ : ການມີເປົ້າໝາຍໃນຊີວິດຈະເຮັດໃຫ້ທ່ານຮູ້ວ່າຈະມີຊີວິດເພື່ອຫຍັງ ເຊັ່ນ : ຈະມີທຸລະກິດນ້ອຍໆ ຫລັງເລີກວຽກເພື່ອເຮັດສິ່ງທີ່ມັກ ນອກຈາກທ່ານຈະຮູ້ສຶກດີແລ້ວ ຄົນອ້ອມຂ້າງກໍຮູ້ສຶກວ່າທ່ານມີສະເໜ່ຫລາຍຂຶ້ນນຳ.
- ຟັງຫລາຍກ່ວາເວົ້າ : ການຮັບຟັງອີກຝ່າຍ ແມ່ນບໍ່ຄວນເວົ້າຂັດຈັງຫວະຂະນະທີ່ອີກຝ່າຍຍັງເວົ້າບໍ່ຈົບ ຫລື ຍາດສະແດງ ຄວາມຄິດເຫັນຫາກເຂົາບໍ່ໄດ້ຮ້ອງຂໍ. ທ່ານອາດພາດໂອກາດໄດ້ເຮັດຄວາມຮູ້ຈັກອີກຝ່າຍຫລາຍຂຶ້ນ ລວມເຖິງເຮັດໃຫ້ ອີກຝ່າຍເບື່ອໜ່າຍທີ່ຈະລົມກັບທ່ານ.
- ຍອມຮັບຄວາມລົ້ມເຫລວ ແຕ່ຢ່າຍຶດຕິດ : ນອກຈາກບັ່ນທອນກຳລັງໃຈ ເຮັດໃຫ້ຮູ້ສຶກໄຮ້ຄ່າຫລາຍຂຶ້ນ ເພາະຄວາມຜິດພາດມັນແມ່ນເລື່ອງທຳມະດາຂອງມະນຸດ ເຮົາຄວນເກັບມັນໄວ້ພໍເປັນບົດຮຽນ ແລະ ກ້າວຕໍ່ໄປຢ່າງມີ ກຳລັງໃຈຫລາຍກ່ວາ.
- ແບ່ງເວລາຊີວິດ : ຫາກເມົາແຕ່ເຮັດວຽກງົກໆ ໜ້າຫຍຸ້ງຄິ້ວຫຍໍ້ຕະຫລອດເວລາ ໃຜຈະກ້າເຂົ້າໃກ້. ມື້ໜຶ່ງທີ່ເຮົາ ເຮັດວຽກບໍ່ໄດ້ ເຮົາຈະຮູ້ສຶກບໍ່ເຫລືອຫຍັງເລີຍ. ດັ່ງນັ້ນ ຈົ່ງໃຫ້ຄວາມສຳຄັນກັບຄົນໃນຄອບຄົວ, ເພື່ອນຮ່ວມງານ ແລະ ກິດຈະກຳໃນມື້ວ່າງແດ່ ມັນຈະເຮັດໃຫ້ທຸກມື້ມີຄ່າສະເໝີ.
- ມີຮອຍຍິ້ມຈິງໃຈຢູ່ສະເໝີ : ເພາະການຍິ້ມອອກຈາກໃຈນັ້ນຈະຍິ້ມທັງດວງຕາ ແລະ ຮີມສົບ ບໍ່ແມ່ນແຕ່ຍົກມຸມປາກຕາມ ມາລະຍາດ ເຊິ່ງການຍິ້ມຢ່າງຈິງໃຈນີ້ຈະເຮັດໃຫ້ອີກຝ່າຍສຳຜັດໄດ້ເຖິງຄວາມເປັນມິດ ແລະ ຮູ້ສຶກຖືກຊະຕາກັບທ່ານ ຕັ້ງແຕ່ເຫັນທຳອິດ.
- ຄິດເຖິງເລື່ອງດີໆທຸກເຊົ້າ ແລະ ກ່ອນນອນ : ການເບິ່ງໂລກໃນແງ່ບວກ, ມີປະສົບການກັບສິ່ງດີໆ ເຊັ່ນ : ອາລົມມ່ວນຊື່ນ ສະໜຸກສະໜານ, ຄວາມຮັກ ຈະຮູ້ສຶກເຖິງຄຳວ່າ ເປັນໄປໄດ້ ຫລາຍກ່ວາຄົນທີ່ເຫັນ ຫລື ເບິ່ງຫຍັງຫົດຫູ່ ຢູ່ສະເໝີ. ດັ່ງນັ້ນ ກ່ອນນອນ ແລະ ທຸກເຊົ້າ ລອງຈິນຕະນາການເຖິງຄວາມສຸກ ແລະ ຄວາມສຳເລັດທີ່ຜ່ານມາ ແລະ ທີ່ທ່ານຢາກໃຫ້ເກີດ ປຽບດັ່ງມັນໄດ້ເກີດຂຶ້ນແລ້ວແທ້ໆລອງເບິ່ງ ບໍ່ແມ່ນແຕ່ດີຕໍ່ຕົນເອງ, ແຕ່ມັນຍັງເປັນພະລັງທີ່ຄົນ ອ້ອມຂ້າງສຳຜັດໄດ້ນຳ.