ອາຫານບຳລຸງຫົວໃຈໃຫ້ແຂງແຮງ
– ໝາກໄມ້ຕະກູນເບີຣີ : ອຸດົມໄປດ້ວຍວິຕາມິນເຊ ແລະ ສານແອນຕີອັອກຊິແດນ ໂດຍສະເພາະແມ່ນຟລາໂວນອຍ ທີ່ຈະຊ່ວຍ ປ້ອງກັນບໍ່ໃຫ້ຫົວໃຈ ແລະ ຫລອດເລືອດຖືກທຳລາຍໂດຍອະນຸມູນອິດສະລະຕ່າງໆ. ວຽກງານວິໄຈໃນ American Journal of Clinical Nutrition ພົບວ່າ : ການກິນໝາກໄມ້ຕະກູນເບີຣີປະສົມກັນມື້ລະ 1 ຖ້ວຍນ້ອຍຕິດຕໍ່ກັນ 8 ອາທິດ ຈະຊ່ວຍເພີ່ມປະລິ ມານໄຂມັນດີ ແລະ ຫລຸດຄວາມດັນເລືອດລົງໄດ້.
– ປັອບຄອນ ຫລືື ໝາກສາລີຂົ້ວ : ອາຫານກິນຫລິ້ນຊະນິດນີ້ດີຕໍ່ສຸຂະພາບຫົວໃຈແທ້ໆ, ແຕ່ຕ້ອງເລືອກເປັນແບບທີ່ບໍ່ເຄືອບເນີຍ, ນ້ຳຕານ ແລະ ບໍ່ໄດ້ປຸງແຕ່ງລົດຊາດ ຈະມີສານຕ້ານອະນຸມູນອິດສະລະຊື່ ໂພລີຟີນອນ ເຊິ່ງຊ່ວຍຫລຸດລະດັບຄໍເລສເຕີໂຣນ ແລະ ໄຕຣກລີເຊີໄຣໃນກະແສເລືອດໄດ້ ໂດຍວຽກງານວິໄຈຈາກມະຫາວິທະຍາໄລສະແຄຣນຕັນ ພົບວ່າ : ປັອບຄອນ ຫລື ໝາກສາລີຂົ້ວມີສານນີ້ຫລາຍກ່ວາຖົ່ວແດງເຖິງ 3 ເທົ່າ ແລະ ຫລາຍກ່ວາໝາກແຄນເບີຣີເຖິງ 4 ເທົ່າ.
– ໂຢເກິດ : ຖ້າເວົ້າເຖິງໂຢເກິດເຮົາມັກຈະຄິດໄປເຖິງຄຸນປະໂຫຍດຕໍ່ລຳໄສ້ ແລະ ການຂັບຖ່າຍ, ແຕ່ນັກວິໄຈຍີ່ປຸ່ນປະກາດ ຜົນການວິໄຈລົງໃນວາລະສານ Journal of Periodontology ວ່າ : ຄົນທີ່ກິນໂຢເກິດເປັນປະຈຳຈະມີສຸຂະພາບເຫືອກແຂງແຮງ ອາດຈະເປັນຍ້ອນຈຸລິນຊີທີ່ມີຊີວິດໃນໂຢເກິດເຂົ້າໄປທຳລາຍແບັກທີເຣຍທີ່ບໍ່ດີໃນຜົ້ງປາກ ເຊິ່ງວຽກງານວິໄຈກ່ອນໜ້ານີ້ເຄີຍລະບຸວ່າຄົນທີ່ເປັນພະຍາດເຫືອກ ຈະສ່ຽງເປັນພະຍາດຫົວໃຈຫລາຍກ່ວາຄົນອື່ນເຖິງ 2 ເທົ່າ. ດັ່ງນັ້ນ ເມື່ອເຫືອກແຂງແຮງ ຫົວໃຈກໍຈະແຂງແຮງໄປນຳ.
– ປາແຊວມັອນ ແລະ ນ້ຳມັນປາ : ລວມໄປເຖິງອາຫານທີ່ໃຫ້ໂອເມກ້າ 3 ອື່ນໆ ຖືໄດ້ວ່າເປັນອັນດັບຕົ້ນໆຂອງອາຫານເພື່ອສຸ ຂະພາບຫົວໃຈ ເນື່ອງຈາກກົດໄຂມັນດີໂຕນີ້ຈະຊ່ວຍຫລຸດຄວາມສ່ຽງອາການຫົວໃຈເຕັ້ນຜິດຈັງຫວະ, ຫລຸດຄວາມດັນເລືອດ. ສະ ມາຄົມພະຍາດຫົວໃຈແຫ່ງສະຫະລັດອາເມລິກາ ແນະນຳວ່າໃຫ້ກິນປາແຊວມັອນ ຫລື ຊີ້ນປາທີ່ມີໄຂມັນດີໆຫລາຍ ຢ່າງໜ້ອຍ 2 ເທື່ອຕໍ່ອາທິດ ຫລື ຖ້າກິນເປັນນ້ຳມັນປາກໍໃຫ້ກິນປະມານ 500 ມິນລີກຣາມຕໍ່ມື້.
– ໝາກກ້ວຍ : ໝາກກ້ວຍ 1 ໜ່ວຍມີແມັກນີຊຽມເຖິງ 422 ມິນລີກຣາມ (ສູງເຖິງ 12% ຂອງປະລິມານທີ່ແນະນຳຕໍ່ມື້) ແຮ່ ທາດຊະນິດນີ້ຊ່ວຍຮັກສາຄວາມດຸ່ນດ່ຽງລະຫ່ວາງໂຊດຽມກັບນ້ຳໃນຮ່າງກາຍ ໂດຍການໃຊ້ໃຫ້ໝາກໄຂ່ຫລັງໄລ່ໂຊດຽມສ່ວນ ເກີນອອກຄວາມດັນເລືອດຂອງທ່ານຈຶ່ງບໍ່ສູງ ຫົວໃຈຈຶ່ງເຮັດວຽກໄດ້ເປັນປົກກະຕິ.
– ໝາກຖົ່ວອາວມັອນ : ວິຕາມິນເບ 2 ແລະ ແມັກນີຊຽມມີສ່ວນຊ່ວຍໃນການສ້າງເຊໂຣໂທນິນ ສານສື່ປະສາດທີ່ຈະເຮັດໃຫ້ ທ່ານຜ່ອນຄາຍ ແລະ ອາລົມດີ,
ທາດສັງກະສີກໍຊ່ວຍຄາຍຄຽດໄດ້ສ່ວນວິຕາມິນເອີກໍເປັນສານທີ່ຈະເຂົ້າໄປປົກປ້ອງຮ່າງກາຍ ແລະ ຫົວໃຈຈາກການຖືກທຳລາຍໂດຍອະນຸມູນອິດສະລະຕ່າງໆ ເຊິ່ງທັງໝົດນີ້ມີຢູ່ໃນໝາກຖົ່ວອາວມັອນ ກິນພຽງແຕ່ມື້ລະ 1 ກຳມື ທ່ານກໍຈະໄດ້ປະໂຫຍດເຕັມທີ່.
– ຜັກກາດດອກ : ອຸດົມໄປດ້ວຍວິຕາມິນເບ ແລະ ກົດໂຟລິກ ເຊິ່ງມີສ່ວນຊ່ວຍໃນການຫລຸດຄວາມເຄັ່ງຄຽດ, ຄວາມກັງວົນ ລວມໄປເຖິງອາການຊຶມເສົ້າ ເມື່ອອາລົມຂອງທ່ານປົກກະຕິ ຫົວໃຈກໍດີໄປນຳ. ນອກຈາກນີ້, ສານຊັນໂຟຣາເຟນໃນຜັກກາດດອກທີ່ຍັງສາມາດຊ່ວຍປ້ອງກັນການທຳລາຍຂອງຫລອດເລືອດທີ່ເກີດຈາກພະຍາດເບົາຫວານ ແລະ ຫລຸດລະດັບຄໍເລສເຕີໂຣນໄດ້ນຳ ອີກ. ວຽກງານວິໄຈບອກວ່າຫາກກິນເປັນປະຈຳ ຄວາມສ່ຽງພະຍາດຫົວໃຈຂອງທ່ານຈະຫລຸດລົງເຖິງ 20%.
– ຊີ້ນງົວ : ຊີ້ນງົວທີ່ບໍ່ຕິດໄຂມັນ ອຸດົມໄປດ້ວຍທາດສັງກະສີ, ທາດເຫລັກ ແລະ ວິຕາມິນເບ ເຊິ່ງທັງໝົດນີ້ມີສ່ວນຊ່ວຍໃນການເຮັດໃຫ້ອາລົມຂອງທ່ານສະຫງົບແລະ ມີຄວາມສຸກ ແລະ ໂປຣຕິນຈາກຊີ້ນສັດຍັງເຮັດໃຫ້ທ່ານຮູ້ສຶກອີ່ມດົນຂຶ້ນນຳ ເພາະຄວາມຫິວເປັນສາເຫດໜຶ່ງຂອງຄວາມເຄັ່ງຄຽດ.