ຫລົງຍິງໃສ່ຄົນບ້ານດຽວກັນເສຍຊີວິດ ໂດຍຄິດວ່າແມ່ນໄກ່ປ່າ

ໃນຕົ້ນເດືອນກຸມພາ ຜ່ານມາ, ເກີດເຫດຫຼົງຍິງກັນເສຍຊີວິດຢູ່ຫ້ວຍສາມຄ້າງ ເມືອງໂຂງ ແຂວງຈຳປາສັກ ຍ້ອນການຊອກຍິງໄກ່ປ່າ. ຜູ້ເສຍຊີວິດ ຊື່ ທ້າວ ພິມ ອາຍຸ 39 ປີ ຢູ່ບ້ານນາສົ້ມໂຮງ ເມືອງໂຂງ ຖືກປືນຍິງບໍລິເວນຫົວ; ສ່ວນຜູ້ທີ່ກໍ່ເຫດຫຼົງຍິງ ຊື່ ທ້າວ ພອນສັກ ຫຼື ແຫຼ້ ອາຍຸ 33 ປີ ຄົນຢູ່ບ້ານດຽວກັນ.
ຜ່ານການສອບສວນຜູ້ກ່ຽວ ຮັບສາລະພາບວ່າ: ໃນວັນທີ 10 ກຸມພາ ເວລາປະມານ 5:00 ໂມງ ຕົນໄດ້ເອົາປືນແກັບ ໄປຊອກຍິງໄກ່ປ່າ. ໂດຍນາບປືນໃສ່ດ້ວຍລູກຫວ່ານຫຼາຍລູກ, ພໍໄປຮອດເຂດຫ້ວຍສາມຄ້າງ ເມືອງໂຂງ ກໍໄດ້ຍິນສຽງໄກ່ປ່າຂັນຫຼາຍຄັ້ງ.ຈາກນັ້ນ ຜູ້ກ່ຽວໄດ້ສັງເກດເຫັນຄ້າຍຄືໄກ່ປ່າ ຢູ່ຫ່າງຈາກຜູ້ກ່ຽວ ປະມານ 9 ແມັດ ຈຶ່ງໄດ້ໃຊ້ປືນແກັບຍິງໃສ່. ຈາກນັ້ນ, ໄດ້ຍິນສຽງຄົນຮ້ອງຂຶ້ນ ຂໍຄວາມຊ່ວຍເຫຼືອ ກໍເຂົ້າໄປເບີ່ງເຫັນ ທ້າວພິມ ຖືກຍິງບໍລິເວນຫົວເບື້ອງຊ້າຍ ຈຶ່ງໄດ້ພາທ້າວ ພິມ ຍ່າງກັບບ້ານ ພໍຍ່າງໄປໄດ້ປະມານ 600 ແມັດ, ຫົວຂອງ ທ້າວ ພິມ ມີເລືອດໄຫຼອອກຫຼາຍ ຈຶ່ງບອກໃຫ້ຜູ້ກ່ຽວເມືອບ້ານກ່ອນ. ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ຍ່າງມາຮອດບ້ານ ແຕ່ຜູ້ກ່ຽວບໍ່ໄປແຈ້ງຕໍ່ເຈົ້າໜ້າທີ່ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ, ຕໍ່ມາຮອດເວລາປະມານ 10:00 ໂມງ ຂອງວັນດຽວກັນ ຈຶ່ງຮູ້ວ່າທ້າວ ພິມ ໄດ້ເສຍຊີວິດ ຢູ່ຫ້ວຍສາມຄ້າງ, ມາຮອດວັນທີ 12 ກຸມພາ 2021 ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ກັກຕົວຜູ້ກ່ຽວ ໄປດຳເນີນຄະດີຕາມກົດໝາຍ.
ປັດຈຸບັນຄະດີດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນສະ ຫຼຸບສຳນວນຄະດີ ສົ່ງອົງການໄອຍະການປະຊາຊົນ ແຂວງຈຳປາສັກ ສືບຕໍ່ດຳເນີນຄະດີໄປຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.