ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້

ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້ - joe biden sending out 80 million doses of coronavirus vaccine to other countries - ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້
ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້ - kitchen vibe - ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້

ວັນທີ 3 ມິຖຸນາ 2021, ທຳນຽບຂາວເປີດເຜີຍວ່າ: ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ໃຫ້ຄຳໝັ້ນວ່າ: ອາເມລິກາຈະເປັນໜຶ່ງໃນປະເທດທີ່ເປັນກຳລັງສຳຄັນໃນການຂັບເຄື່ອນໃຫ້ແຕ່ລະປະເທດເຂົ້າເຖິງວັກຊີນໄດ້ຢ່າງເທົ່າທຽມ, ປະສານການຮ່ວມມືກັບຜູ້ພັດທະນາ ແລະ ຜະລິດວັກຊີນໃນອາເມລິກາ ເພື່ອເລັ່ງການຜະລິດວັກຊີນຊ່ວຍເຫລືອບັນດາປະເທດໃນປະຊາຄົມໂລກ ໂດຍຕັ້ງເປົ້າຈັດສົ່ງວັກຊີນຕ້ານໂຄວິດ-19 ຊ່ວຍເຫລືອປະເທດອື່ນໆຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້ ເຊິ່ງກຽມຈັດສົ່ງວັກຊີນຊຸດທຳອິດແລ້ວ 25 ລ້ານໂດສ.

ລັດຖະບານອາເມລິກາ ເປີດເຜີຍວ່າ: ວັກຊີນຕ້ານໂຄວິດ-19 ຈຳນວນ 80 ລ້ານໂດສ 75% ຈະສົ່ງມອບໃຫ້ໂຄງການ COVAX ຂອງອົງການອະນາໄມໂລກ ທີ່ຮ່ວມຈັດຕັ້ງຂຶ້ນກັບພັນທະມິດ ເພື່ອການເຂົ້າເຖິງວັກຊີນທີ່ເທົ່າທຽມກັນ ໂດຍຈະພິຈາລະນາຈາກປະເທດທີ່ມີຕົວເລກການແຜ່ລະບາດຮຸນແຮງ, ມີຄວາມສ່ຽງສູງ ໂດຍສະເພາະປະເທດເພື່ອນບ້ານຄືການາດາ ແລະ ເມັກຊິໂກ, ປະເທດໃນເຂດອາເມລິກາລາຕິນ ແລະ ແຄຣິບບຽນ, ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ລວມທັງອາຟຣິກາ ໂດຍປະສານການຮ່ວມມືກັບອົງການສາກົນລະດັບພາກພື້ນ ຄືສະຫະພາບອາຟຣິກາ (African Union: AU).

ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້ - Visit Laos Visit SALANA BOUTIQUE HOTEL - ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້
ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້ - Visit Laos Visit SALANA BOUTIQUE HOTEL - ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້

ຂະນະທີ່ອີກ 25% ຈະສົ່ງໃຫ້ປະເທດອື່ນໆທົ່ວໂລກທີ່ຕ້ອງການການຊ່ວຍເຫລືອຢ່າງຮີບດ່ວນ ເພື່ອຢຸດຢັ້ງການແຜ່ລະບາດຮຸນແຮງທີ່ກຳລັງຜະເຊີນໃນປັດຈຸບັນ ໂດຍທາງການອາເມລິກາຈະສົ່ງມອບວັກຊີນໃຫ້ລັດຖະບານປະເທດນັ້ນໆໂດຍກົງ.

ໂດຍວັກຊີນຕ້ານໂຄວິດ-19 ຊຸດທຳອິດຈຳນວນ 25 ລ້ານໂດສນັ້ນ ເກືອບ 19 ລ້ານໂດສ ຈະສົ່ງມອບຜ່ານໂຄງການ COVAX ເພື່ອກະຈາຍໄປໃຫ້ປະເທດຕ່າງໆດັ່ງນີ້:

ວັກຊີນປະມານ 6 ລ້ານໂດສ ຈະສົ່ງມອບໃຫ້ປະເທດໃນອາເມລິກາກາງ ແລະ ອາເມລິກາໃຕ້ ໂດຍຈະແບ່ງໃຫ້ບຣາຊິນ, ອາເຈນຕິນາ, ໂຄລອມເບຍ, ຄອດຕາຣິກາ, ເປຣູ, ເອກົວດໍ, ປາຣາໄກວ, ໂບລິເວຍ, ກົວເຕມາລາ, ເອລຊັນວາດໍ, ຮອນດູຣັສ, ປານາມາ, ເຮຕິ ລວມທັງບັນດາປະເທດສະມາຊິກໃນເຂດແຄຣິບບຽນ (CARICOM) ແລະ ໂດມິນິກັນ.

ວັກຊີນປະມານ 7 ລ້ານໂດສ ຈະສົ່ງມອບໃຫ້ປະເທດໃນອາຊີ ໂດຍຈະແບ່ງໃຫ້ອິນເດຍ, ເນປານ, ບັງກະລາເທດ, ປາກິດສະຖານ, ສີລັງກາ, ອັບການິດສະຖານ, ມາວດິບ, ມາເລເຊຍ, ຟີລິບປິນ, ຫວຽດນາມ, ອິນໂດເນເຊຍ, ໄທ, ລາວ, ປາປົວນິວກິນີ, ໄຕ້ຫວັນ ແລະ ບັນດາໝູ່ເກາະໃນປາຊີຟິກ.

ວັກຊີນປະມານ 5 ລ້ານໂດສ ຈະສົ່ງມອບໃຫ້ປະເທດໃນອາຟຣິກາ ໂດຍຈະຕັດສິນໃຈເລືອກປະເທດພາຍຫລັງ ຈາກການປະສານການຮ່ວມມືກັບສະຫະພາບອາຟຣິກາ.

ຂະນະທີ່ເຫລືອອີກປະມານ 6 ລ້ານໂດສ ຈະສົ່ງມອບໃຫ້ປະເທດເພື່ອນບ້ານ, ປະເທດພັນທະມິດ, ພາກພື້ນທີ່ມີຄວາມຈຳເປັນຕ້ອງໄດ້ຮັບການຊ່ວຍເຫລືອຢ່າງຮີບດ່ວນ ລວມທັງເມັກຊິໂກ, ການາດາ, ສ.ເກົາຫລີ, ເຂດເວສແບງ ແລະ ເຂດກາຊາ, ຢູເຄຣນ, ຄໍຊໍວໍ, ເຮຕິ, ຈໍເຈຍ, ອີຢິບ, ຈໍແດນ, ອິນເດຍ, ອີຣັກ ແລະ ເຢເມນ ລວມທັງເຈົ້າໜ້າທີ່ຂອງສະຫະປະຊາຊາດທີ່ປະຕິບັດພາລະກິດຢູ່ແນວໜ້າໃນການຮັບມືກັບການແຜ່ລະບາດຂອງໂຄວິດ-19.

ການແບ່ງປັນວັກຊີນຫລາຍລ້ານໂດສຂອງອາເມລິກາໃຫ້ປະເທດອື່ນໆ ເປັນການສົ່ງສັນສານເຖິງຄວາມມຸ່ງໝັ້ນສຳຄັນຂອງລັດຖະບານອາເມລິກາທີ່ຕ້ອງການຈະຢຸດການແຜ່ລະບາດຂອງໂຄວິດ-19 ເຊັ່ນດຽວກັບໃນອາເມລິກາ ໂດຍລັດຖະບານຂອງທ່ານ ໂຈ ໄບເດນ ໃຫ້ຄຳໝັ້ນຈະດຳເນີນການຢ່າງວ່ອງໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ໂດຍປະຕິບັດຕາມຂໍ້ກຳນົດທາງກົດໝາຍ ແລະ ຂໍ້ບັງຄັບຂອງອາເມລິກາ ແລະ ປະເທດທີ່ໄດ້ຮັບການຊ່ວຍເຫລືອ ເພື່ອອຳນວຍຄວາມສະດວກໃຫ້ການຂົນສົ່ງວັກຊີນຂ້າມຊາຍແດນລະຫວ່າງປະເທດປອດໄພ ແລະ ໝັ້ນຄົງ.

ອ້າງອີງ:

ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້ - 3 - ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້
ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້ - 5 - ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້
ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້ - 4 - ລາວຄືໜຶ່ງໃນນັ້ນ ! ໄບເດນ ຕັ້ງເປົ້າສົ່ງວັກຊີນໂຄວິດ-19 ຊ່ວຍເຫລືອປະເທດອື່ນໆ ຢ່າງໜ້ອຍ 80 ລ້ານໂດສ ພາຍໃນເດືອນມິຖຸນານີ້