ໄຊສົມບູນອະນຸຍາດໃຫ້ບໍລິສັດເອກະຊົນສຳຫລວດຄວາມເປັນໄປໄດ້ດ້ານເສດຖະກິດເຕັກນິກ-ແຮ່ເຫລັກ ວາງເງິນນຄໍ້າປະກັນ 50.000 ໂດລາສະຫະລັດ

ວັນທີ 4 ມິຖຸນາ 2021 ນີ້ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ກັບບໍລິສັດເອກະຊົນ ເພື່ອຊອກຄົ້ນ, ສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແຮ່ເຫຼັກ ຢູ່ເຂດບ້ານນ້ຳຊານ ເຊິ່ງການອະນຸມັດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ໃນຄັ້ງນີ້ ປະກອບມີທັງໝົດ 20 ມາດຕາ, ຂອບເຂດພື້ນທີ່ໃນການຈັດຕັ້ງປະຕິບັດໂຄງການ ແມ່ນຢູ່ເຂດບ້ານນຳ້ຊານ, ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນເນື້ອທີ່ 5.56 ກິໂລຕາແມັດ, ໄລຍະເວລາ 24 ເດືອນ ໃນນີ້ ວຽກຂອງໂຄງການຕ້ອງໄດ້ປະຕິບັດຄື: ຊອກຄົ້ນ-ສຳຫລວດແຮ່ເຫຼັກ ໃນພື້ນທີ່ໄດ້ຮັບອະນຸຍາດ, ສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ພ້ອມນີ້ບໍລິສັດຕ້ອງໃຫ້ແຂວງໄດ້ຮັບເງິນປັນຜົນ 10% ຂອງກຳໄລສຸດທິ, ວາງເງິນຄຳ້ປະກັນໂຄງການ ຈຳນວນ 50.000 ໂດລາສະຫະລັດ, ປະກອບສ່ວນເງິນຊຸກຍູ້ແຂວງ 10.000 ໂດລາສະຫະລັດ, ທຶນພັດທະນາສັງຄົມ 10.000 ໂດລາສະຫະລັດ, ທຶນພັດທະນາທ້ອງຖິ່ນໃຫ້ເມືອງລ້ອງແຈ້ງ 15.000 ໂດລາສະຫະລັດ/ປີ, ທຶນຝຶກອົບຮົມວິຊາການໃຫ້ແຂວງ, ເມືອງ ແລະ ບ້ານຕັ້ງຢູ່ຈຳນວນ 3.000 ໂດລາສະຫະລັດ/ປີ, ທຶນຕິດຕາມກວດກາ MOU 10.000 ໂດລາສະຫະລັດ, ທຶນຕິດຕາມວິຊາການທາງດ້ານວິຊາການ 50.000 ໂດລາສະຫະລັດ, ທຶນເຂົ້າຄັງຄະນະກຳມະການຕິດຕາມກວດກາແຮ່ທາດ 3.000 ໂດລາສະຫະລັດ, ທຶນຕິດຕາມຄວາມປອດໄພການນຳໃຊ້ແຮງງານ 2000 ໂດລາ ແລະ ທຶນຕິດຕາມຄວາມສະຫງົບໃນໂຄງການ 2.000 ໂດລາສະຫະລັດ ພ້ອມກັນນີ້ ບໍລິສັດຍັງໄດ້ມອບລົດໃຫຍ່ໃຫ້ແຂວງໄຊສົມບູນ ຈຳນວນ 2 ຄັນ ຄື: ລົດປຣາໂດ ແລະ ລົດຣີໂວ ລວມມູນຄ່າ ຈຳນວນ 139.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກຕ່າງໆຂອງແຂວງ.