ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ

ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ - 474 - ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ
ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ - kitchen vibe - ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ

ທ່ານ ນາງ ຈິດປະສົງ ຫລວງເດດມີໄຊ ອຳນວຍການສະຖານີຂົນສົ່ງໂດຍສານສາຍເໜືອ ໄດ້ເປີດເຜີຍຕໍ່ນັກຂ່າວໜັງສືພິມ ລາວພັດທະນາ ວ່າ: ສະຖານີຂົນສົ່ງໂດຍສານສາຍເໜືອ ນະຄອນຫລວງວຽງຈັນ ເປີດໃຫ້ບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ​ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເລກທີ 595/ຫສນຍ​ ວັນທີ​ 4​ ມິຖຸນາ​ 2021​ ທີ່ລະບຸຕາມແຈ້ງການໃນຂໍ້ 2.11 ແລະ 2.12 ແຕ່ຕ້ອງປະຕິບັດຕາມມາດຕະການຢ່າງເຂັ້ມງວດ.

2.11. ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ ແລະ ທາງອາກາດ ລະຫວ່າງນະຄອນຫຼວງວຽງຈັນ ກັບ ບັນດາແຂວງທົ່ວປະເທດ ສໍາລັບຜູ້ໂດຍສານທີ່ສັກວັກຊີນ ຄົບ 2 ເຂັ້ມ ໄດ້ 1 ເດືອນຂຶ້ນໄປ ໂດຍບໍ່ໃຫ້ມີການກັກກັນ14 ວັນ, ເເຕ່ພະນັກງານຮັບ ຜິດຊອບສາຍການບິນ, ພະນັກງານລົດຂົນສົ່ງ ເເລະ ຜູ້ໂດຍສານ ຕ້ອງມີຄວາມຮັບຜິດ ຊອບໃຫ້ມີການເເທກອຸນຫະພຸມ, ກວດກາການໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈລລ້າງມື.

2.12. ອະນຸຍາດໃຫ້ຜູ້ຂັບຂີ່ລົດ ເເລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງ ເເຂວງຕໍ່ເເຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈໍາເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະ ເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ເເລະ ບໍ່ຈໍາກັດບໍລິເວນ ຢູ່ແຂວງ ປາຍທາງ 14 ວັນ, ເເຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອທີ່ ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສໍາລັບການຂົນສົ່ງສິນຄ້າລະຫວ່າງ ປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກ ປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄໍາແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄໍາເເນະນໍາ ຂອງກະຊວງໂຍທາທິການ ແລະຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.

ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ - 4 - ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ
ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ - 3 - ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ
ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ - 5 - ສະຖານີຂົນສົ່ງໂດຍສານສາຍເໜືອ ກັບມາເປີດບໍລິການເລີ່ມແຕ່ວັນທີ​ 5​ ມິຖຸນາ​ 2021​ ເປັນຕົ້ນໄປ