ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ຄືບໜ້າຫລາຍກວ່າ 80%

ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ ລາຍງານໃນໂອກາດລົງຕິດຕາມການກໍ່ສ້າງໂຮງຮຽນປະຖົມບ້ານຫ້ວຍແກ້ງ ແລະ ຕິດຕາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຮຸ່ງ 1 ຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ຢູ່ເມືອງໄຊຍະບູລີ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ:
ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານຫ້ວຍແກ້ງ ເປັນໂຄງການທົດແທນພື້ນທີ່ຖືກຜົນກະທົບຈາກໜ້າເຂື່ອນໄຟຟ້ານ້ຳຮຸ່ງ 1 ຊຶ່ງເປັນອາຄານຊັ້ນດຽວ ມີຄວາມກວ້າງ 8 ແມັດ, ຍາວ 45 ແມັດ, ມີ 5 ຫ້ອງຮຽນ, 2 ຫ້ອງນ້ຳ, ພ້ອມນີ້ກໍໄດ້ມີການກໍ່ສ້າງໂຮງຮຽນອະນຸບານ 1 ຫຼັງ ມີຂະໜາດຄວາມກວ້າງ 7 ແມັດເຄິ່ງ, ຍາວ 14 ແມັດ, ກໍ່ສ້າງຫໍພັກຄູ 4 ຫ້ອງ, ກໍ່ສ້າງຫ້ອງການບ້ານ 1 ຫຼັງ ລວມມູນຄ່າການກໍ່ສ້າງທັງໝົດ 1 ຕື້ 67 ລ້ານກວ່າກີບ ມາຮອດປັດຈຸບັນສຳເລັດ 85%.
ສໍາລັບໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ເເມ່ນໄດ້ຮັບສໍາປະທານ ໂດຍ ບໍລິສັດ ສີເມືອງກຣຸບ ຈໍາກັດ ຮັບຜິດຊອບໃນການກໍ່ສ້າງຕິດຕັ້ງ-ຄຸ້ມຄອງໂດຍ ບໍລິສັດ ນໍ້າຮຸ່ງ 1 ໄຮໂດຣພາວເວີ ຈໍາກັດ (ປະເທດ ສປ ຈີນ) ເປັນໂຄງການກໍ່ສ້າງເຂື່ອນຂະໜາດນ້ອຍ ມີກໍາລັງການຕິດຕັ້ງ 15 MW ໃນມູນຄ່າການກໍ່ສ້າງທັງໝົດ 34.744.800 ໂດລາ ມີກໍາລັງການຜະລິດ 71.767.500 KWh/ປີ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ໄດ້ເລີ່ມກໍ່ສ້າງມາເເຕ່ເດືອນກັນຍາ 2016 ຈົນຮອດເດືອນມິຖຸນາ 2021 ຄວາມຄືບໜ້າຂອງໂຄງການກໍ່ສ້າງແມ່ນປະຕິບັດໄດ້ 80,96% ເເລະ ຍັງສືບຕໍ່ການກໍ່ສ້າງໃຫ້ສໍາເລັດອີກ 19,04%, ອີງຕາມແຜນຂອງການກໍ່ສ້າງລວມທັງໝົດຂອງໂຄງການ ທາງຜູ້ພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ຄາດວ່າຈະໃຫ້ສໍາລັດການກໍ່ສ້າງທັງໝົດໃນເດືອນທັນ ວາ