ຮ່ວມແຮງຮ່ວມໃຈ ຕ້ອນຮັບ ວັນຕ້ານການນຳໃຊ້ແຮງງານເດັກ 12 ມິຖຸນາ ປີ 2021

ວັນທີ 12 ມິຖຸນາ ຂອງທຸກໆປີ ເປັນວັນຕ້ານການນຳໃຊ້ແຮງງານເດັກ ຊຶ່ງພິເສດໃນປີນີ້ອົງການແຮງງານສາກົນ (ILO) ແລະ ອົງການສະຫະປະຊາຊາດສຳລັບເດັກ (UNICEF) ໄດ້ກໍານົດເອົາປີ 2021 ເປັນປີສາກົນ ເພື່ອລຶບລ້າງການນຳໃຊ້ແຮງງານເດັກໃນທຸກຮູບແບບ ໂດຍບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດ ໄດ້ຮັບຮອງມະຕິຕົກລົງຂອງອົງການສະຫະປະຊາຊາດເລກທີ 72/327 ທີ່ປະກາດໃຫ້ປີ 2021 ເປັນປີສາກົນເພື່ອລຶບລ້າງການນຳໃຊ້ແຮງງານເດັກ ຊຶ່ງຈະເປັນໂອກາດສຳຄັນໃນການເລັ່ງລັດການຈັດຕັ້ງປະຕິບັດເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຊຶ່ງພັດທະນາມາຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ມີຈຸດປະສົງເພື່ອຊຸກຍູ້ການປະຕິບັດງານໃນຂົງເຂດການພັດທະນາທີ່ສຳຄັນໃຫ້ສຳເລັດທັງໝົດພາຍໃນປີ 2030 ຫຼື ບັນລຸເປົ້າໝາຍ SDGs 8.7 ກ່ຽວກັບການສິ້ນສຸດການນຳໃຊ້ເດັກເຮັດວຽກທີ່ເຂົ້າຂ່າຍເປັນແຮງງານເດັກພາຍໃນປີ 2025, ສິ້ນສຸດການນໍາໃຊ້ແຮງງານແບບບັງຄັບ ແລະ ການເປັນຂ້າທາດ ໃນປີ 2030.
ຕາມຂໍ້ມູນຂອງອົງການແຮງງານສາກົນໃຫ້ຮູ້ວ່າໃນທົ່ວໂລກເຄີຍມີຈຳນວນເດັກນ້ອຍເຖິງ 215ລ້ານຄົນ ທີ່ເຮັດວຽກທີ່ໜັກໜ່ວງ ແລະ ເປັນອັນຕະລາຍຕໍ່ສຸຂະພາບທີ່ຂັດກັບກົດໝາຍ ແລະ ລະບຽບການຂອງປະເທດຊຶ່ງເອີນວ່າແຮງງານເດັກ ຈຳນວນດັ່ງກ່າວໄດ້ຄ່ອຍໆຫຼຸດລົງນັບແຕ່ປີ 2000 ເປັນຕົ້ນມາ ຊຶ່ງມາຮອດປະຈຸບັນແມ່ນຍັງເຫຼືອອີກປະມານ 152 ລ້ານຄົນ ໃນນັ້ນ 72.5 ລ້ານຄົນ ເປັນແຮງງານເດັກແບບຮ້າຍແຮງຊຶ່ງອັນຕະລາຍຕໍ່ສຸຂະພາບ ແລະ ຄວາມປອດໄພຂອງເຂົາເຈົ້າ.
ສຳລັບຢູ່ ສປປ ລາວ ລັດຖະບານຍາມໃດກໍ່ໄດ້ໃຫ້ຄວາມສຳຄັນ ແລະ ເອົາຈິງເອົາຈັງຕໍ່ກັບວຽກງານປົກປ້ອງຄຸ້ມຄອງເດັກ ສະແດງອອກໂດຍການກຳນົດນະໂຍບາຍ, ກົດໝາຍ, ຍຸດທະສາດ ແລະ ລະບຽບການຕ່າງໆ ທີ່ກ່ຽວກັບເດັກເປັນຕົ້ນແມ່ນ: ໄດ້ປັບປຸງກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍການດຳເນີນຄະດີເດັກກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນຕໍ່ແມ່ຍິງ ແລະ ເດັກ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ບັນດານິຕິກຳລຸ່ມກົດໝາຍຂອງແຕ່ລະຂະແໜງການ, ແຜນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງການນຳໃຊ້ແຮງງານເດັກ ໄລຍະປີ 2014-2020, ນອກນັ້ນວຽກງານລືບລ້າງການນຳໃຊ້ແຮງງານເດັກກໍໄດ້ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ; ແຜນສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳສຳລັບ ສປປ ລາວ ໃນໄລຍະ 2017-2021; ແຜນພັດທະນາວຽກງານການສຶກສາ ແລະ ກິລາ, ແຜນຍຸດທະສາແຫ່ງຊາດວ່າດ້ວຍແມ່ ແລະ ເດັກ ລວມທັງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ່ 8 (2015-2020). ພ້ອມດ່ຽວກັນນັ້ນກໍ່ຈະສືບຕໍ່ປະຕິບັດແຜນງນແຫ່ງຊາດເພື່ອສະກັດກັ້ນ ແລະ ລຶບລ້າງການນຳໃຊ້ແຮງງານເດັກໄລຍະ 2021 – 2025/2030 ອີກດ້ວຍ.
ເພື່ອເຮັດໃຫ້ວັນຕ້ານແຮງງານເດັກມີຄວາມໝາຍຄວາມສຳຄັນ ຈະຈັດງານເສວະນາວັນຕ້ານການໃຊ້ແຮງງານເດັກຢູ່ 4 ມະຫາວິທະຍາໄລ (ມະຫາວິທະຍາໄລແຫ່ງຊາດມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ). ເພື່ອ ໂຄສະນາ, ເຜີຍແຜ່, ສ້າງຄວາມເຂົ້າໃຈ ແລະ ທັງເປັນການປູກຈິດສຳນຶກ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ກຸ່ມຄົນດັ່ງກ່າວ ພ້ອມທັງເປັນການສະແດງອອກໃຫ້ພາກພື້ນ ແລະ ສາກົນໄດ້ຮັບຮູ້ເຖິງຈຸດຢືນ, ແນວທາງ ແລະ ນະໂຍບາຍຂອງລັດຖະບານ ທີ່ມີຕໍ່ການປົກປ້ອງ ແລະ ຄຸ້ມຄອງແຮງງານໄວໜຸ່ມ ແລະ ການຕ້ານການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ, ເປັນການສ້າງຂະບວນການເນື່ອງໃນວັນຕ້ານການນຳໃຊ້ແຮງງານເດັກ (12 ມິຖຸນາ) ປະຈຳປີ 2021 ໃຫ້ມີເນື້ອໃນເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ.