7 ຂໍ້ດີຂອງການເກັບສະສົມຄຳທີ່ຫລາຍຄົນຍັງບໍ່ຮູ້
June 11, 2021 - 11:40 AM

ເພາະແຕ່ລະຄົນລ້ວນມີເປົ້າໝາຍໃນການເກັບສະສົມຄຳທີ່ແຕກຕ່າງກັນໄປ ບໍ່ວ່າຈະເກັບສະສົມເພື່ອວັດຖຸປະສົງຫຍັງ ຄຳກໍຍັງເປັນທີ່ຕ້ອງການໃນທຸກມື້ນີ້. ໄລຍະເຫດການສຳຄັນໆດັ່ງຕໍ່ໄປນີ້ຈະເຮັດໃຫ້ຄຳເປັນຕົວຊ່ວຍໄດ້ດີໃນການເກັບສະສົມ.
- ໃຊ້ຈ່າຍໃນຍາມເຈັບປ່ວຍ : ເປັນຕົ້ນແມ່ນຄ່າປິ່ນປົວ ກໍຖືເປັນໜຶ່ງລາຍຈ່າຍທີ່ຄົນທຸກໄວຕ້ອງນຶກເຖິງ ໂດຍສະເພາະ ໄວກະສຽນທີ່ມີອາຍຸຫລາຍ ແລ້ວສຸຂະພາບອາດບໍ່ໄດ້ດີຄືແຕ່ກ່ອນ ໂອກາດເກີດພະຍາດຮ້າຍກໍຫລາຍຂຶ້ນຕາມອາຍຸ. ສະນັ້ນ, ຄວນກຽມພ້ອມກັບຄ່າໃຊ້ຈ່າຍພາກສ່ວນນີ້ ແລະ ແນ່ນອນວ່າພະຍາດຮ້າຍບາງພະຍາດມີຄ່າໃຊ້ຈ່າຍອ່າວສູງ ປະກັດສຸຂະພາບ ຫລື ປະກັນສັງຄົມອາດຈະຊ່ວຍເຮົາໄດ້ບໍ່ເຕັມທີ່ ເຮົາຈຶ່ງຕ້ອງມີເງິນເກັບສະສົມໃນພາກສ່ວນນີ້ໃຫ້ພໍ.
- ປ້ອງກັນອັດຕາເງິນເຟີ້ ຍຸກນີ້ເຂົ້າຍາກໝາກແພງຂຶ້ນ ເງິນທ້ອນເກືອບບໍ່ເຫລືອກັນແລ້ວ : ອັດຕາເງິນເຟີ້ຖືວ່າເປັນສັດຕູ ໂຕຮ້າຍທີ່ເຮັດໃຫ້ເງິນມີມູນຄ່າຫລຸດລົງ ເພາະເມື່ອເກີດບັນຫາເງິນເຟີ້ນັ້ນ ໝາຍຄວາມວ່າ ສິນຄ້າ ແລະ ບໍລິການຕ່າງໆ ຈະມີລາຄາແພງກ່ວາເກົ່າ ຈະສົ່ງຜົນກະທົບຕໍ່ເງິນທ້ອນທີ່ມີຢູ່ ຈົນບໍ່ພໍໃຊ້ຈ່າຍໃນໄວກະສຽນ, ແຕ່ກົງກັນຂ້າມກັບ ຄຳ ສາມາດປ້ອງກັນຄວາມສ່ຽງຂອງອັດຕາເງິນເຟີ້ໄດ້ດີ ເພາະລາຄາຄຳນັ້ນບໍ່ປ່ຽນໄປຕາມສິນຄ້າ ຍິ່ງເງິນເຟີ້ສູງ ລາຄາຄຳ ຍິ່ງສູງໄປນຳ.
- ສຳຮອງການເງິນໃນຍາມສຸກເສີນ : ທ່ານອາດເຄີຍເຫັນຂ່າວຜູ້ປົກຄອງເອົາຄຳມາຂາຍໃນໄລຍະເປີດສົກຮຽນໃໝ່ຂອງ ລູກ ພໍ່ແມ່ທ່ານໃດທີ່ບໍ່ໄດ້ວາງແຜນການເງິນດີໆ ກໍແມ່ນຄຳນີ້ລະມາຊ່ວຍໃຫ້ຜ່ານພົ້ນໄລຍະຍາກລຳບາກໄປໄດ້ ທັງນີ້ ຍັງມີເລື່ອງຂອງອຸປະຕິເຫດ ຫລື ແມ່ນແຕ່ບັນຫາທາງກົດໝາຍທີ່ອາດຈຳເປັນຕ້ອງໃຊ້ເງິນຫລາຍ ຈົນສົ່ງຜົນໃຫ້ເງິນ ໝົດໄປ ຫລື ແມ່ນແຕ່ບັນຫາເລື່ອງເສດຖະກິດຕົກຕ່ຳ ແລະອື່ນໆ ຈົນເຮັດໃຫ້ເງິນທ້ອນທີ່ຄາດວ່າຈະພໍໃຊ້ໃນອະນາຄົດນັ້ນ ມີບໍ່ພໍ.
- ໃຊ້ແທນການທ້ອນເງິນ, ທ້ອນເງິນບໍ່ຄ່ອຍຢູ່ ກໍໃຫ້ປ່ຽນມາເປັນທ້ອນຄຳແທນ : ຍ້ອນມັນເປັນຊັບສິນອັນໜຶ່ງທີ່ຖືກເອົາ ມາໃຊ້ເປັນເຄື່ອງມືໃນການທ້ອນເງິນສຳລັບຜູ້ທີ່ທ້ອນເງິນບໍ່ຢູ່ ໂດຍການທ້ອນຄຳແທນ, ການທ້ອນເງິນນັ້ນກໍປຽບດັ່ງ ການຝາກເງິນປະຈຳກັບທະນາຄານ ພຽງແຕ່ປ່ຽນຈາກທ້ອນເງິນມາເປັນທ້ອນຄຳແທນ ໂດຍຈະໃຊ້ໂປຣແກຣມສະສົມ ຄຳ ກໍຄືທະຍອຍຊື້ຄຳສະສົມທຸກໆເດືອນ ສະນັ້ນ ເຮົາຈະໄດ້ລາຄາແບບສະເລ່ຍກັນໄປ ເມື່ອສະສົມຄົບ ຢາກຈະເບີກມາ ເກັບໄວ້ກັບຕົນເອງແດ່ ຫລື ຂາຍຄືນປ່ຽນເປັນເງິນ ກໍເຮັດໄດ້ຄືກັນ.
- ເປັນທຶນໃນການເຮັດທຸລະກິດ ເມື່ອຕ້ອງການເຮັດທຸລະກິດ ແຕ່ທຶນບໍ່ພໍ ແລະ ເງິນທ້ອນເຫລືອໜ້ອຍ : ເຖິງວ່າຄຳຈະບໍ່ມີ ປັນຜົນ, ບໍ່ມີດອກເບ້ຍໃຫ້ຄືກັບຊັບສິນອື່ນໆ, ແຕ່ວ່າລາຄາສ່ວນຕ່າງແມ່ນສິ່ງທີ່ເຮັດໃຫ້ຄຳໄດ້ຮັບຄວາມສົນໃຈໃນການ ລົງທຶນ ແລະ ມີຫລາຍຄົນທີ່ກະສຽນແລ້ວຫັນມາເຮັດທຸລະກິດນ້ອຍໆເພື່ອໃຫ້ເກີດລາຍຮັບໂດຍອາດຕ້ອງໃຊ້ທຶນບໍ່ໜ້ອຍ ເງິນທີ່ທ້ອນມາອາດບໍ່ພໍ ຄຳເປັນຊັບສິນທີ່ດີໃນການສະໜັບສະໜູນເລື່ອງນີ້ໄດ້ເປັນຢ່າງດີ.
- ໃຫ້ເປັນຂອງຂັວນລູກ ສຳລັບວັນສຳຄັນ : ເພາະຄຳຖືວ່າເປັນສົມບັດທີ່ມີມູນຄ່າ ຫລາຍໆຄົບທ້ອນຄຳໄວ້ກໍເພື່ອເປັນ ມໍລະດົກໃຫ້ແກ່ລູກຫລານ ຫລື ເອົາໄວ້ເປັນທຶນສຳຮອງ ຫລື ໃຫ້ເປັນຂອງຂັວນໃນວັນສຳຄັນ ແລະ ລູກຫລານຂອງເຮົາ ກໍເອົາຄຳເຫລົ່ານີ້ໄປຕໍ່ຍອດທາງການເງິນ ອີກຂັ້ນໜຶ່ງໄດ້ຄືກັນ.
- ຊັບສິນທາງເລືອກ ການກະຈາຍຄວາມສ່ຽງ : ເພາະການຖືຄຳໄວ້ເຜື່ອມື້ໃດຫຸ້ນຕົກ ຈະໄດ້ອຸ່ນໃຈຢູ່ສະເໝີ ຄວາມສ່ຽງທີ່ ວ່ານີ້ແມ່ນຄວາມສ່ຽງຂອງຄ່າເງິນ ແລະ ມີຫລາຍປະເທດເກັບສຳຮອງຄຳໄວ້ເພື່ອປ້ອງກັນການເກີດວິກິດທາງການ ເງິນ ເຊິ່ງຄົນໄວກະສຽນຈຳນວນບໍ່ໜ້ອຍທີ່ຊື້ຄຳເກັບໄວ້ເພື່ອເປັນການລົງທຶນ ທັງຍັງກະຈາຍຄວາມສ່ຽງຂອງຊັບສິນ ອື່ນໆນຳອີກ. ສະນັ້ນ ຢ່າງໜ້ອຍໆການມີຄຳຕິດຕົວໄວ້ມັນກໍເຮັດໃຫ້ເຮົາໝັ້ນໃຈອຸ່ນໃຈໄດ້ວ່າມີເງິນສຳຮອງ ແລະ ສິ່ງ ໜຶ່ງທີ່ເຮັດໃຫ້ຄຄຳຍັງເປັນທີ່ນິຍົມກໍຄື ຄວາມຕ້ອງການໃຊ້ຄຳໃນດ້ານຕ່າງໆໂດຍສະເພາະດ້ານການລົງທຶນທີ່ນັກລົງທຶນ ຫັນມາຖືຄອງຄຳກັນຫລາຍຂຶ້ນ ປ້ອງກັນຄວາມສ່ຽງຂອງຄ່າເງິນ ທັງຍັງລາຄາຄຳທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງຕາມ ຄວາມຕ້ອງການ, ແຕ້ເຖິງແນວໃດ ບໍ່ວ່າເຮົາຈະເກັບສະສົມຄຳເພື່ອຫຍັງ ການມີຄຳສຳຮອງກໍເຮັດໃຫ້ອຸ່ນໃຈໄດ້ວ່າມີ ຫລັກປະກັນທາງການເງິນ ເມື່ອຕ້ອງພົບພໍ້ກັບບັນຫາ.