7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ

7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ - 090204 2021 - 7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ
7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ - kitchen vibe - 7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ
  1. ຈະໂພສຫຍັງ, ໂພສໃຫ້ໃຜອ່ານ, ໂພສເມື່ອໃດ ວາງແຜນໃຫ້ຈະແຈ້ງ : ການຈະໂພສບົດຄວາມລົງເຟສບຸກບໍ່ແມ່ນ ແຕ່ທ່ານຢາກຈະໂພສຫຍັງກໍໂພສ ແລ້ວທ່ານນອນລໍຖ້າໃຫ້ສິ່ງທີ່ທ່ານເຮັດມັນປະສົບຄວາມສຳເລັດ ເພາະຄວາມ ໜ້າຢ້ານຂອງບົດຄວາມທີ່ບໍ່ໜ້າສົນໃຈແມ່ນເມື່ອໃດທີ່ຜູ້ອ່ານເລີ່ມອ່ານບົດຄວາມແລ້ວຮູ້ສຶກວ່າບໍ່ໜ້າສົນໃຈ ເຂົາ ຈະເລື່ອນຜ່ານບົດຄວາມຂອງທ່ານຖິ້ມໄປຢ່າງບໍ່ໄຍດີໃນທັນທີ. ສະນັ້ນ, ການໂພສບົດຄວາມລົງໃນເຟສບຸກ ທ່ານຈຳເປັນຕ້ອງວາງແຜນການຂຽນໃຫ້ດີ ແລະ ຕ້ອງດຶງດູດຄວາມສົນໃຈຂອງຄົນອ່ານໄດ້ພາຍໃນບໍ່ເທົ່າໃດ ວິນາທີ ເພາະມີຄົນເກັບສະຖິຕິມາຮຽບຮ້ອຍແລ້ວວ່າບົດຄວາມທີ່ໜ້າສົນໃຈຈະຕ້ອງດຶງດູດໃຈຄົນໃຫ້ໄດ້ພາຍໃນ 5 – 7 ວິນາທີເທົ່ານັ້ນ ຖ້າບໍ່ເປັນດັ່ງວ່າບົດຄວາມທີ່ທ່ານອົດສາໂພສກໍເສຍຖິ້ມ. ສະນັ້ນ, ຫາກຄິດຈະໂພສບົດຄວາມ ລົງໃນເຟສບຸກ ຄວາມສຳຄັນຈຶ່ງຢູ່ບ່ອນການວາງແຜນໃນການສ້າງບົດຄວາມ.
  2. ຍາວຫລາຍ ຄົນບໍ່ອ່ານ, ຕ້ອງສັ້ນ ກະທັດຮັດ ໄດ້ປະເດັນ : ພຶດຕິກຳອັນເປັນອຸປະສັກສຳຄັນໃນການໃຊ້ບົດຄວາມ ໃນການເຮັດການຕະຫລາດເທິງເຟສບຸກກໍແມ່ນພຶດຕິກຳໃນການອ່ານ, ຜູ້ໃຊ້ງານເຟສບຸກສ່ວນຫລາຍບໍ່ນິຍົມອ່ານ ບົດຄວາມທີ່ຍາວຢຽດ ນອກຈາກວ່າປະເດັນນັ້ນກົງກັບຄວາມສົນໃຈຂອງເຂົາພໍດີ. ຄົນສ່ວນຫລາຍເມື່ອອ່ານ ບົດຄວາມໄປໄລຍະໜຶ່ງແລ້ວ ຫາກບົດຄວາມບໍ່ສາມາດດຶງດູດໃຈໃຫ້ອ່ານຕໍ່ໄປຈົນຈົບ ເຂົກໍຈະປິດ ຫລື ເລື່ອນໜີໄປ ເຊັ່ນກັນ. ສະນັ້ນແລ້ວ ຫາກຄິດຈະໂພສບົດຄວາມລົງເຟສບຸກ ຄວາມຍາວຂອງບົດຄວາມຍັງຄົງເປັນສິ່ງທີ່ຕ້ອງໃຫ້ ຄວາມສົນໃຈ ບົດຄວາມທີ່ກະທັດຮັດ ແລະ ໜ້າສົນໃຈຈຶ່ງຈະດຶງດູດໃຈໃຫ້ຄົນອ່ານ.
  3. ເລົ່າເລື່ອງໃຫ້ມ່ວນ ຄົນຍິ່ງຕິດຕາມອ່ານ : ຖ້າທ່ານເຂົ້າໄປຕິດຕາມອ່ານ Fanpage ທີ່ມີຍອດຜູ້ຕິດຕາມສູງໃນ ເຟສບຸກ ທ່ານຈະພົບວ່າສິ່ງທີ່ຄືກັນຈົນເກືອບຈະກາຍເປັນສູດສຳເລັດໃນການເອີ້ນຍອດຜູ້ຕິດຕາມນັ້ນກໍຄື ຄວາມ ສາມາດໃນການເລົ່າເລື່ອງ ແລະ ຖ່າຍທອດເລື່ອງລາວຕ່າງໆອອກໄປໃຫ້ມ່ວນຊື່ນສະໜຸກສະໜານ ຫລາຍເທື່ອທີ່ ຄົນລັອກອິນເຂົ້າມາໃນເຟສບຸກເຂົາບໍ່ໄດ້ຕ້ອງການເສບເນື້ອຫາໜັກໆ, ເລື່ອງລາງເຄັ່ງຄຽດສະເໝີໄປ ຫາກທ່ານ ຢາກໃຫ້ບົດຄວາມທີ່ທ່ານໂພສລົງເຟສບຸກປະສົບຄວາມສຳເລັດ ທ່ານຕ້ອງເລົ່າເລື່ອງລາວທີ່ທ່ານຢາກສື່ໃຫ້ອອກ ມາສະໜຸນສະໜານ ແລະ ໜ້າຕິດຕາມ ບົດຄວາມຂອງທ່ານຈຶ່ງຈະໜ້າສົນໃຈ.
  4. ບົດຄວາມດ້ານຄຸນຄ່າຈະເອົາຊະນະບົດຄວາມທີ່ຕັ້ງໃຈຈະຂາຍເຄື່ອງສະເໝີ : ຫາກເປັນທ່ານ ເມື່ອລອກອິນເຂົ້າມາ ໃນເຟສບຸກແລ້ວພົບແຕ່ໂພສຂາຍເຄື່ອງ ທ່ານຈະເຮັດແນວໃດກັບໂພສເຫລົ່ານັ້ນ ? ກໍຄືກັນກັບສິ່ງທີ່ທ່ານເຮັດ ລູກຄ້າຍ່ອມເລື່ອນໜີໂພສຂອງທ່ານຢ່າງແນ່ນອນ ຄວາມຈົງໃຈໂພສແຕ່ບົດຄວາມຂາຍເຄື່ອງເປັນຫຍັງທີ່ຕົກຍຸກ ທີ່ສຸດໃນຍຸກນີ້ ຫາກທ່ານຍັງໃຊ້ວິທີນີ້ຢູ່ໄປເລື້ອຍໆໂດຍບໍ່ສົນໜ້າສົນຫລັງ ໃນບໍ່ຊ້າຈຳນວນຜູ້ຕິດຕາມຂອງທ່ານຈະ ຫລຸດໄປເລື້ອຍໆ ແລະ ບໍ່ມີໃຜສົນໃຈ Page ຂອງທ່ານອີກເລີຍ. ວິທີການດຽວທີ່ຈະດຶງດູດໃຫ້ຄົນຕິດຕາມ Page ຂອງທ່ານກໍຄື ທ່ານຕ້ອງປ່ຽນສະຖານະເປັນຜູ້ໃຫ້ ໂດຍການໂພສບົດຄວາມທີ່ເປັນປະໂຫຍດ ແລະ ຕອບໂຈດການ ແກ້ບັນຫາຂອງ FanPage ຫລື ທີ່ເອີ້ນວ່າບົດຄວາມດ້ານຄຸນຄ່າ. ວິທີນັ້ນນອກຈາກທ່ານຈະຮັກສາຖານ FanPage ໃຫ້ກ້ວາງຂຶ້ນແລ້ວ ຍອດຂາຍມັນຈະຕາມມາເອງໃນທີ່ສຸດ.
  5. ຫລິ້ນຕາມກະແສສັງຄົມແດ່ ຈະຊ່ວຍເພີ່ມຍອດໄລ້ ແລະ ຍອດແຊ : ຫລາຍໆເທື່ອທີ່ການບໍ່ສົນໃຈຫຍັງເລີຍ ໂດຍ ສະເພາະເລື່ອງລາວທີ່ກຳລັງເປັນກະແສໃນສັງຄົມ ແລະ ຖືກເວົ້າເຖິງກໍສົ່ງຜົນເສຍໃຫ້ກັບ Page ຂອງເຮົາໄດ້ຄືກັນ ບາງເທື່ອການເຮັດບົດຄວາມທີ່ກຳລັງເປັນກະແສແຕ່ໃນດ້ານທີ່ໃຫ້ຄວາມຮູ້ ຫລື ການສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ກໍຊ່ວຍເພີ່ມຍອດການຕິດຕາມໃຫ້ແກ່ Page ຂອງທ່ານໄດ້. ສິ່ງທີ່ທ່ານຄວນເຮັດເມື່ອຈະຫລິ້ນກັບກະແສກໍຄື ວາງແຜນການສ້າງບົດຄວາມໃຫ້ດີ, ກວດເຊັກຂໍ້ມູນທີ່ເອົາມາໃຊ້ໃຫ້ຖືກຕ້ອງແນ່ນອນ ແລະ ປ່ອຍບົດຄວາມໃນ ເວລາທີ່ຄວນປ່ອຍ ນີ້ແມ່ນວິທີງ່າຍໆທີ່ເຮັດໃຫ້ໃຜຫລາຍໆຄົນປະສົບຄວາມສຳເລັດມາແລ້ວ.
  6. ເພີ່ມຄວາມໜ້າສົນໃຈໂດຍເຮັດເປັນຊີຣີພາກຕໍ່ : ດັ່ງທີ່ກ່າວມາແລ້ວວ່າການໂພສບົດຄວາມລົງໃນເຟສບຸກ ຖ້າມັນຍາວເກີນໄປກໍບໍ່ມີໃຜອ່ານ ແຕ່ຖ້າທ່ານຢາກຈະໂພສມັນແທ້ໆ ເຮົາຂໍແນະນຳວ່າໃຫ້ທ່ານເອົາເນື້ອຫານັ້ນມາ ຮຽບຮຽງໃໝ່ແລ້ວເຮັດເປັນຕອນໆ (ເປັນພາກໆ) ໂດຍວິທີນີ້ຈະຊ່ວຍເພີ່ມຄວາມໜ້າສົນໃຈໃຫ້ກັບບົດຄວາມ ແລະ ເຮັດໃຫ້ FanPage ສົນໃຈຕິດຕາມຕອນຕໍ່ໄປຫລາຍກ່ວາການໂພສບາດດຽວທັງໝົດ. ການແບ່ງເນື້ອໃນເປັນບົດໆ ທ່ານຍັງສາມາດຕື່ມລູກຫລິ້ນການເລົ່າເລື່ອງໃຫ້ໜ້າສົນໃຈ ບໍ່ໜ້າເບື່ອລົງໄປໄດ້ນຳອີກ ລອງເຮັດວິທີນີ້ເບິ່ງ ແລ້ວ FanPage ຂອງທ່ານຈະໄດ້ບໍ່ຮູ້ສຶກຄືກຳລັງຖືກບັງຄັບໃຫ້ຕ້ອງອ່ານຫຍັງຍາວໆ.
  7. ດຶງດູດຄວາມໜ້າສົນໃຈໂດຍຮູບພາບ ຫລື ແບຣນເນີທີ່ມາພ້ອມຄຳເວົ້າລອຍ : ການໂພສບົດຄວາມລົງໃນເຟສບຸກ ໂດຍກົງພຽງຢ່າງດຽວ ໂດຍບໍ່ມີຮູບພາບຫຍັງມາດຶງດູດຄວາມສົນໃຈເລີຍ ໂອກາດທີ່ຄົນອື່ນຈະເບິ່ງເຫັນໂພສ ຂອງທ່ານກໍຈະຍິ່ງຍາກ. ດັ່ງນັ້ນ, ຫາກຄິດຈະເຮັດບົດຄວາມລົງໃນເຟສບຸກທ່ານຈຳເປັນຕ້ອງມີຮູບພາບ ຫລື ເຮັດແບຣນເນີທີ່ມີຄຳເວົ້າລອຍມາໃຫ້ສະດຸດຕາ ຈຶ່ງຈະດຶງດູດໃຈໃຫ້ຄົນເຂົ້າໄປອ່ານ ຂໍ້ນີ້ເປັນສິ່ງສຳຄັນທີ່ບໍ່ຄວນ ຖືເບົາຢ່າງເດັດຂາດ.
  • ຫາກທ່ານເປັນຄົນໜຶ່ງທີ່ຕ້ອງການໃຊ້ເຟສບຸກເປັນໂຕຊ່ວຍໃນເລື່ອງການຕະຫລາດ ແລະ ໂດຍສະເພາະ ຢ່າງຍິ່ງການສ້າງບົດຄວາມເພື່ອລົງໃນເຟສບຸກນັ້ນ ຂັ້ນຕອນທັງ 7 ວິທີນີ້ເປັນປະໂຫຍດສຳລັບທ່ານ ລອງເອົາ ໄປປະຍຸກໃຊ້ ຈົ່ງຢ່າເຮັດໃຫ້ເຟສບຸກ FanPage ເປັນພຽງແຕ່ບ່ອນສຳລັບໂພສຂາຍເຄື່ອງເທົ່ານັ້ນ ບໍ່ດັ່ງນັ້ນ FanPage ຂອງທ່ານກໍຈະໄຮ້ຄຸນຄ່າໄປໃນທັນທີ, ແຕ່ຖ້າຢາກຈະໃຫ້ລູກຄ້າສົນໃຈ ຫລື ຮູ້ຈັກແບຣນເນີຂອງ ເຮົາ ລອງໃສ່ລິ້ງແນບລົງໄປແລ້ວດຶງຄົນໄປສູ່ເວັບໄຊຫລັກຈະດີກ່ວາ ຂໍໃຫ້ທຸກທ່ານປະສົບຄວາມສຳເລັດໃນ ການໂພສບົດຄວາມເພື່ອເພີ່ມຍອດຂາຍກັນທຸກໆທ່ານ.
7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ - 3 - 7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ
7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ - 4 - 7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ
7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ - 5 - 7 ຂັ້ນຕອນຂຽນບົດຄວາມລົງເຟສບຸກໃຫ້ໄດ້ຍອດໄລ້ຍອດແຊເພີ່ມຍອດຂາຍ