6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ

6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ - 041503 2021 - 6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ
6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ - kitchen vibe - 6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ
  1. ຂຽນ 3 ສິ່ງ​ທີ່​ທ່ານ​ຢາກ​ຂອບ​ໃຈ : ຫາກ​ເຮົາ​ເບິ່ງ​ຍ້ອນ​ກັບ​ໄປ​ໃນ​ອະ​ດີດ ຍ່ອມ​ມີ​ຜູ້​ຄົນ​ຫລວງ​ຫລາຍ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ສຳ​ເລັດ​ໃນ​ຊີ​ວິດ​ຂອງ​ເຮົາ ບໍ່​ວ່າ​ຈະ​ເປັນ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ, ໝູ່​ເພື່ອນ, ຄົນ​ຮັກ ຫລື ແມ່ນ​ແຕ່​ສັດ​ຕູ ແລະ ປັດ​ໄຈ​ອື່ນໆ​ທີ່​ປຽບ​ດັ່ງ​ແຮງ​ຊຸກ​ຍູ້​ໃຫ້​ເຮົາ​ກ້າວ​ມາ​ເຖິງມື້ນີ້. ຈາ​ກ​ກາ​ນ​ວິ​ໄຈ​ຂອງ​ມະ​ຫາ​ວິ​ທ​ະ​ຍາ​ໄລ​ໄມ​ອາ​ມີ ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ພົບ​ວ່າ : ຜູ້​ທີ່​ຂຽນ​ບັນ​ທຶກ​ເຖິງ​ສິ່ງ​ທີ່​ຕົນ​ຮູ້​ສຶກ​ຢາກ​ຂອບ​ໃຈ​ເປັນ​ປະ​ຈຳ​ທຸກມື້​ມັກ​ເຮັດ​ວຽກ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ຫ້າວ​ຫັນ, ຕັ້ງ​ໃຈ ແລະ ມີ​ພະ​ລັງ​ໃນ​ການ​ເຮັດ​ວຽກ​ຫລາຍ​ກ່​ວາ​ຄົນ​ທົ່ວ​ໄປ ທັງ​ຍັງ​ເປັນ​ຄົນ​ທີ່​ເບິ່ງ​ໂລກ​ໃນ​ແງ່​ດີ​ ແລະ ມີ​ຄວາມ​ສຸກ​ຫລາຍ​ກ່​ວາ​ນຳ​ອີກ.
  2. ຈັດ​ໂຕະ​ເຮັດ​ວຽກ : ການ​ຈັດ​ໂຕະ​ເຮັດ​ວຽກ​ໃຫ້​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ສະ​ເໝີ​ຖື​ເປັນ​ວິ​ທີ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໄດ້​ອີກວິ​ທີ​ໜຶ່ງ ເພາະ​ການ​ຈັດ​ໂຕະ​ຈະ​ເຮັດ​ໃຫ້​ພື້ນ​ທີ່​ເຮັດ​ວຽກ​ສະ​ອາດ​ຕາ, ເພີ່ມ​ພື້​ນ​ທີ່​ໃນ​ການ​ໃຊ້​ສອຍ, ເພີ່ມ​ຄວາມ​ສະ​ດວກ​ໃນ​ການ​ຈັ​ບ​ໃຊ້​ອຸ​ປະ​ກອນ​ຕ່າງໆ ທັງ​ຍັງ​ຊ່ວຍ​ເພີ່ມ​ຄວາມ​ຮູ້​ສຶກ​ຢາກ​ເຮັດ​ວຽກ​ນຳ​ອີກ.
  3. ໂອ້​ລົມ​ກັບ​ເພື່ອນ​ຮ່ວມ​ງານ : ການ​ເກັບ​ໂຕ​ງຽບ ບໍ່​ເວົ້າ​ຫຍັງ​ກັບ​ເພື່ອນ​ຮ່ວມ​ງານ ນອກ​ຈາກ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ລະ​ຫ່​ວາງ​ທ່ານ ແລະ ເພື່ອນ​ຮ່ວມ​ງານບໍ່​ດີ​ແລ້ວ ຍັງ​ສົ່ງ​ຜົນ​ໃຫ້​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ຫລຸດ​ລົງ​ນຳ​ອີກ ເພາະ​ການ​ທີ່​ທ່ານບໍ່​ສົນ​ທະ​ນາ​ກັບ​ເພື່ອນ​ຮ່ວມ​ງານ​ເທົ່າ​ກັບ​ປິດ​ຫູ​ປິດ​ຕາ​ຕົນ​ເອງ​ຈາກ​ຄວາມ​ຄິດ​ເຫັນ ແລະ ຄຳ​ແນະ​ນຳ​ຕ່າງໆ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ການ​ເຮັດ​ວຽກ​ຂອງ​ທ່ານ. ດັ່ງ​ນັ້ນ, ການ​ຮັກ​ສາ​ສຳ​ພັນ​ທະ​ພາບ​ກັບ​ເພື່ອນ​ຮ່ວມ​ງານ​ຈຶ່ງ​ເປັນ​ສິ່ງ​ທີ່ບໍ່​ຄວນ​ຖື​ເບົາ.
  4. ​ຽນ​ເປົ້າ​ໝາຍ​ສູງ​ສຸດ​ໃນ​ແຕ່​ລະ​ມື້ : ການ​ຂຽນ​ເປົ້າ​ໝາຍ​ສູງ​ສຸດ​ໃນ​ການ​ເຮັດ​ວຽກ​ໃນ​ແຕ່​ລະ​ມື້​ຊ່ວຍ​ເຮັດ​ໃຫ້​ເປົ້າ​ໝາຍ​ທີ່​ເລືອນ​ລາງ​ຢູ່​ໃນ​ຄວາມ​ຄິດ​ກາຍ​ເປັນ​ເລື່ອງ​ທີ່​ເປັນ​ຮູບ​ປະ​ທຳ ແລະ ຈະ​ແຈ້ງ​ຫລາຍ​ຍິ່ງ​ຂຶ້ນ. ການ​ກະ​ທຳ​ດັ່ງ​ກ່າວ​ຊ່ວຍ​ໃຫ້​ມີ​ແຮງ​ບັນ​ດານ​ໃຈ ແລະ ຫ້າວ​ຫັນ​ໃນ​ການ​ເຮັດ​ວຽ​ກ​ຫລາຍ​ຍິ່ງ​ຂຶ້ນ ເຊິ່ງ​ສົ່ງ​ຜົນ​ດີ​ຕໍ່​ວຽກ​ທີ່​ເຮັດ​ນັ້ນ​ເອງ.
  5. ຈົດ​ລາຍ​ການ​ສິ່ງ​ທີ່​ຕ້ອງ​ເຮັດ : ໃນ​ແຕ່​ລະ​ມື້​ບາງ​ຄົນ​ອາດ​ມີ​ເລື່ອງ​ຕ້ອງ​ເຮັດ​ນັບ​ສິບ​ຢ່າງ ບາງວຽກ​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ​ລຸ​ລ່ວງ​ພາຍ​ໃນ​ມືນັ້ນ ຂະ​ນະ​ທີ່​ບາງວຽກ​ຍັງ​ສາ​ມາດ​ເລື່ອນມື້​ໄປ​ເຮັດ​ໃນ​ມື້​ໜ້າ​ໄດ້. ສະ​ນັ້ນ, ການ​ຂຽນ​ສິ່ງ​ທີ່​ຕ້ອງ​ເຮັດ​ໃນ​ແຕ່​ລະ​ມື້​ໂດຍ​ຈັດ​ລຽງ​ລຳ​ດັບ​ຄວາມ​ສຳ​ຄັນ​ຈາກ​ຫລາຍ​ໄປ​ຫາ​ໜ້ອຍ ຈ​ະ​ຊ່ວຍ​ໃຫ້​ຊີ​ວິດ​ເປັນ​ລະ​ບົບ​ລະ​ບຽບ​ຫລາຍ​ຍິ່ງ​ຂຶ້ນ ແລະ ເຮັດ​ວຽກ​ແລ້ວ​ພາຍ​ໃນ​ຮອບ​ໄລ​ຍະ​ເວ​ລາ​ທີ່​ກຳ​ນົດ ທັງ​ຍັງ​ເຮັດ​ໃຫ້​ມີ​ເວ​ລາ​ພັກ​ຜ່ອນ​ເພີ່ມ​ຫລາຍ​ຂຶ້ນ​ນຳ​ອີກ.
  6. ອ່ານ​ຄຳ​ຄົມ ຫລື ເລື່ອງ​ລາວ​ສ້າງ​ແຮງ​ບັນ​ດານ​ໃຈ : ການ​ອ່ານ​ຄຳ​ຄົມ ຫລື ເລື່ອງ​ລາວ​ສ້າງ​ແຮງ​ບັນ​ດານ​ໃຈ​ຈາກ​ບຸກ​ຄົນ​ທີ່​ປະ​ສົບ​ຄວາ​ມ​ສຳ​ເລັດ​ສາ​ມາດ​ຊ່ວຍ​ເພີ່ມ​ພູມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໄດ້ ເພາະ​ເລື່ອງ​ດັ່ງ​ກ່າວ​ຊ່ວຍ​ຈຸດ​ປະ​ກາຍ​ໃນ​ການ​ເຮັດ​ວຽກ ທັງ​ຍັງ​ຊ່ວຍ​ທັດ​ສະ​ນະ​ຄະ​ຕິ ແລະ ມຸມມອງ​ໃຫ້​ເປັນ​ໄປ​ໃນ​ແງ່ບວກ​ຫລ​າຍ​ຍິ່ງ​ຂຶ້ນ. ນອກ​ຈາກນັ້ນ, ເຮົາ​ອາດ​ໄດ້​ແນວ​ຄິດ ແລະ ວິ​ທີ​ປະ​ຕິ​ບັດ​ດີໆ​ຈາກ​ບຸ​ກ​ຄົນ​ທີ່​ປ​ະ​ສົບ​ຄວາມ​ສຳ​ເລັດ​ເຫລົ່າ​ນີ້​ນຳ​ອີກ.
6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ - 4 - 6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ
6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ - 3 - 6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ
6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ - 5 - 6 ວິ​ທີ​ງ່າຍໆ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ​ໃນ 10 ນາ​ທີ