ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ - 264 - ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ
ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ - kitchen vibe - ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ
ໃນວັນທີ 13-14 ມິຖຸນາ 2021 ນີ້, ມີຝົນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ແມ່ນ້ຳສາຍຕ່າງໆຍຶ່ງຂຶ້ນ ແລະ ໄຫລເຂົ້າຖ້ວມບ້ານ, ເຮືອນ, ໄຮ່ນາ, ຮົ້ວສ່ວນ ແລະ ເນື້ອທີ່ທຳການຜະລິດຂອງພໍ່ແມ່ນປະຊາຊົນຫລາຍເມືອງ ເປັນຕົ້ນ ເມືອງໄຊຍະບູລີ ແລະ ເມືອງເງິນ ແຂວງໄຊຍະບູລີ, ເມືອງວັງວຽງ ແຂວງວຽງຈັນ ແລະ ເມືອງທ່າໂທມ ແຂວງໄຊສົມບູນ.
ສະເພາະເມືອງໄຊຍະບູລີ ໄດ້ມີຝົນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນໄດ້ເຮັດໃຫ້ແມ່ນໍ້າຮຸ່ງ ບວກ ກັບນໍ້າຫ້ວຍຮ່ອງຄອງບຶງສາຍຕ່າງໆຍຶ່ງຂຶ້ນ ແລະ ໄຫລເຂົ້າຖ້ວມຕົວເມືອງໄຊຍະບູລີ ເປັນຕົ້ນ ໄຫລເຂົ້າຖ້ວມບ້ານເຮືອນ, ຮ້ານຄ້າ, ຕະຫລາດ, ໂຮງຮຽນ ແລະ ພື້ນທີ່ທໍາການຜະລິດຂອງປະຊາຊົນທົ່ວເມືອງໄຊຍະບູລີ. ປັດຈຸບັນ ເຈົ້າໜ້າທີ່ທະຫານ, ຕໍາຫລວດ ແຕ່ລະກົມກອງ ກໍໄດ້ເລັ່ງໃຫ້ການຊ່ວຍ ເຫລືອພໍ່ແມ່ປະຊາຊົນເບື້ອງຕົ້ນ, ດ້ວຍການຂົນເຄື່ອງຂອງຕ່າງໆອອກຈາກເຮືອນ, ພາຫະນະ, ເຄື່ອງ ໃຊ້ໄຟຟ້າ, ສັດລ້ຽງ ແລະ ອື່ນໆ ໄປໄວ້ທີ່ສູງ. ນອກນັ້ນ, ປະຊາຊົນບາງຄອບຄົວ ກໍໄດ້ນໍາເອົາເປົາດິນລຽນໃສ່ໜ້າບ້ານ ເພື່ອປ້ອງກັນບໍ່ໃຫ້ນໍ້າເຂົ້າໃນເຮືອນ, ສໍາລັບມູນຄ່າການເສຍຫາຍແມ່ນພາກສ່ວນກ່ຽວຂ້ອງກໍາລັງເລັ່ງເກັບກໍາຂໍ້ມູນ ແລະ ຈະລາຍງານໃຫ້ຮູ້ພາຍຫລັງ.
ສ່ວນຢູ່ເມືອງເງິນ ແຂວງໄຊຍະບູລີ ກໍເກີດມີຝົນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນທັງເວັນ ແລະ ຄືນ. ມາຮອດເວລາ 2:30 ໂມງຂອງເຊົ້າວັນທີ 14 ພຶດສະພາ 2021 ໄດ້ເຮັດໃຫ້ແມ່ນໍ້າຍາງ ເຊິ່ງເປັນແມ່ນໍ້າສາຍຫລັກຂອງເມືອງ ບວກກັບນໍ້າປ່າໄຫລເຂົ້າຖ້ວມ ທົ່ງນາ, ຮົ້ວ-ສວນຂອງປະຊາຊົນ ຫລາຍບ້ານພາຍໃນເມືອງ ແລະ ໜັກກວ່າໜູ່ແມ່ນໄດ້ຖ້ວມບ້ານເຮືອນຂອງປະຊາຊົນ ບ້ານແກ້ວດອນຄູນ. ຕໍ່ເຫດການດັ່ງກ່າວ, ຄະນະນຳ ເມືອງເງິນ ແລະ ອົງການປົກຄອງບ້ານ ນຳໂດຍ ທ່ານ ທະວິສັກ ໄຊຍະວົງ ເຈົ້າເມືອງ-ເມືອງເງິນ ພ້ອມດ້ວຍ ຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ ໄດ້ສົມທົບພາກສ່ວນທີ່ກ່ຽວຂ້ອງ, ເຈົ້າໜ້າທີ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຄວາມຊ່ວຍເຫລືອປະຊາຊົນຢ່າງທັນການ ໃນການຂົນເຄື່ອງຂອງຕ່າງໆ ແລະ ສັດລ້ຽງຂອງປະ ຊາຊົນ ຢູ່ຕາມແຄມແມ່ນໍ້າຍາງ ອອກຈາກເຂດດັ່ງກ່າວໄປໄວ້ໃນເຂດທີ່ປອດໄພແລ້ວ, ປັດຈຸບັນ ພາກ ສ່ວນກ່ຽວຂ້ອງ ກຳລັງລົງເກັບກຳຂໍ້ມູນເບື້ອງຕົ້ນ.
ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍເຊັ່ນກຽວກັນ ຕອນເຊົ້າວັນທີ 14 ມິຖຸນາ 2021 ລະດັບນ້ຳຊອງເພີ່ມຂຶ້ນສູງກາຍຫລັກວັດແທກ ແລະ ໄຫລຖ້ວມບ້ານເຮືອນປະຊາຊົນ ທີ່ຢູ່ລຽບແຄມນໍ້າເປັນ ຕົ້ນ ບ້ານວັງຊອງ, ໂພນສູງ, ຫ້ວຍງາມ, ຫ້ວຍແຍ້ ແລະ ບ້ານວຽງໄຊ. ປັດຈຸບັນ ຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ ສົມທົບກັບພາກສ່ວນກ່ຽວຂ້ອງລະດົມກຳລັງ ໄປຊ່ວຍເຫລືອປະຊາຊົນ ຂົນຍ້າຍເຄື່ອງຂອງຕ່າງໆ ແລະ ສັດລ້ຽງ ໄປໄວ້ທີ່ສູງ ແລະ ປອດໄພ ແລະ ມາໃນຕອນບ່າຍວັນດຽວກັນ ລະດັບນໍ້າຊອງໄດ້ເລີ່ມບົກແຫ້ງລົງແລ້ວ.
ສ່ວນຢູ່ເມືອງທ່າໂທມ ແຂວງໄຊສົມບູນ ໃນຕອນແລງວັນທີ 13 ມິຖຸນາ 2021 ນໍ້າງຽບໄດ້ ຍຶ່ງຂຶ້ນຖ້ວມເສັ້ນທາງ 1D ລະຫວ່າງ ບ້ານຫາດສາມຄອນ ຫາ ບ້ານພຽງຕາ ປະມານ 30 ນາທີ ນໍ້າກໍບົກແຫ້ງລົງ ແລະ ບໍ່ໄດ້ຮັບຜົນເສຍຫາຍຫຍັງ. ປັດຈຸບັນເສັ້ນທາງດັ່ງກ່າວ ແມ່ນສາມາດທຽວໄດ້ເປັນປົກກະຕິ.
ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ - 4 - ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ
ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ - 3 - ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ
ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ - 5 - ປະຊາຊົນຫລາຍເມືອງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ