ໄຊຍະບູລີ ເລັ່ງໃຫ້ການຊ່ວຍເຫລືອປະຊາຊົນ ຫລັງຖືກນໍ້າຖ້ວມກະທົບໜັກ 16 ບ້ານ
June 15, 2021 - 3:11 PM

ການນໍາພັກ-ລັດ ທຸກພາກສ່ວນແຂວງ ໄຊຍະບູລີ ໄດ້ມີການປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບ ໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ໃນການລົງຊ່ວຍເຫລືອປະຊາຊົນບ້ານຕ່າງໆ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ໂດຍໄດ້ເລັ່ງໃສ່ໃນການເກັບກໍາຂໍ້ມູນຜົນເສຍຫາຍ ຢູ່ແຕ່ລະຄອບຄົວ-ແຕ່ລະບ້ານຢ່າງລະອຽດ, ວ່ອງໄວ, ທັນການ, ສ້ອມແປງລະບົບໄຟຟ້າ, ນໍ້າປະປາ ໃຫ້ໄດ້ໃຊ້ໄດ້ປົກກະຕິ, ຊ່ວຍອານາໄມບ້ານ-ເຮືອນປະຊາຊົນ, ເບິ່ງແຍງດ້ານສຸຂະພາບ, ສ້ອມແປງທາງທີ່ເປ່ເພໃຫ້ທຽວໄດ້ຊົ່ວ ຄາວ, ຊ່ວຍເຫລືອດ້ານອາຫານການກິນທີ່ຈໍາເປັນ ເປັນຕົ້ນ ນໍ້າກິນ-ນໍ້າໃຊ້, ເຂົ້າສານ, ອາຫານແຫ້ງ ທີ່ສາມາດບໍລິໂພກງ່າຍໃນເບື້ອງຕົ້ນ.

ໃນວັນທີ 15 ມິຖຸນາ 2021, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມການນໍາພັກ-ລັດ ແລະ ກໍາລັງ 1.000 ກວ່າຄົນ, ປະກອບມີ ກໍາລັງ ປກສ ແຂວງ, ທະຫານແຂວງ, ກອງພົນທະຫານຮາບທີ 2, ທະຫານ ຈາກແຂວງຫລວງພະບາງ ແລະ ກໍາລັງຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ ໄດ້ລົງກວດກາເບິ່ງຄວາມເສຍຫາຍ ຂອງປະຊາຊົນ ແລະ ເພື່ອເຂົ້າຊ່ວຍປະຊາຊົນ ໃນການອານາໄມເຮືອນຊານບ້ານຊ່ອງ ຢູ່ບ້ານທີ່ຖືກນໍ້າຖ້ວມໜັກຈໍານວນ 16 ບ້ານ ໃນເມືອງ ໄຊຍະບູລີ. ນອກຈາກນີ້, ຍັງມີຜູ້ປະກອບການພາຍໃນແຂວງ ແລະ ແຂວງ ຫລວງພະບາງ ນໍາລົດຜະລິດນໍ້າດື່ມເຄື່ອນທີ່ ເພື່ອແຈກຈ່າຍນໍ້າດື່ມໃຫ້ປະຊາຊົນນຳອີກ.
ໂອກາດນີ້, ທ່ານ ເຈົ້າແຂວງ ໄດ້ຮຽກໃຫ້ກໍາລັງທຸກພາກສ່ວນ ທີ່ຈະລົງຊ່ວຍເຫລືອປະຊາຊົນຈົ່ງຕັ້ງໃຈ ໃນການໃຫ້ການຊ່ວຍເຫລືອຢ່າງແທ້ຈິງ ເປັນຕົ້ນແມ່ນການອານາໄມເຮືອນຊານຂອງປະຊາຊົນ, ການຍູ້ດິນຕົມອອກເຮືອນ, ຂົນສິ່ງເສດເຫລືອທີ່ມາກັບນໍ້າໃຫ້ແລ້ວໂດຍໄວ ເພື່ອໃຫ້ປະຊາຊົນໄດ້ກັບໃຊ້ຊີວິດປົກກະຕິ, ເຮັດດ້ວຍຄວາມເຕັມໃຈຢ່າງແທ້ຈິງໃຫ້ສົມກັບວ່າທະຫານຂອງປະຊາຊົນ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ຕໍາຫລວດ ຈົ່ງແບ່ງກໍາລັງລົງປ້ອງກັນຄວາມສະຫງົບຮອບດ້ານ ເພື່ອປ້ອງກັນພວກຂີ້ລັກງັດແງະ ທີ່ສວຍໂອກາດໃນຍາມວິກິດແບບນີ້.