ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ

ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ - 198459835 1221166641670608 7179254707038510754 n - ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ
ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ - kitchen vibe - ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ

ວັນທີ 15 ມິຖຸນາ 2021 ນີ້ ທ່ານ ຈັນທອນ ພົນທະລາ ເຈົ້າເມືອງໆ ຜາອຸດົມ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພາຍຫຼັງເກີດມີຝົນຕົກໜັກຕໍ່ເນື່ອງກັນເປັນເວລາ 1 ວັນ ໃນວັນທີ 13 ມິຖຸນາ 2021ນີ້, ຢູ່ເມືອງຜາດົມ ແຂວງບໍ່ແກ້ວ ໄດ້ຜົນກະທົບ ຈໍານວນ 12 ບ້ານ, ນໍ້າໄຫຼເຂົ້າຖ້ວມບ້ານ-ເຮືອນ 6 ບ້ານຄື: ບ້ານນາໂຮມ, ບ້ານສົມສະຫວ່າງ, ບ້ານປຸງລາດ, ບ້ານໂຮມສຸກ, ບ້ານວຽງພັດທະນາ ແລະ ບ້ານໃຫຍ່ນໍ້າຍາວ.
ໄດ້ຮັບຜົນກະທົບໜັກ 3 ບ້ານຄື: ບ້ານວຽງພັດທະນາ, ບ້ານມົກໂຊະ ແລະ ບ້ານ ໂຮມສຸກ ຈໍານວນ 13 ຄອບ ຄົວ, ຖືກນໍ້າພັດໄຫຼນໍ້າ 6 ຫຼັງຄາເຮືອນ, ລົດຈັກ 6 ຄັນ, ເຄື່ອງໃຊ້ໄຟຟ້າ 3 ເຄື່ອງ, ຕູບຕະຫຼາດນັດຢູ່ບ້ານວຽງພັດທະນາ ຈໍານວນ 12 ຫຼັງ, ງົວ 2 ໂຕ, ໝູ 6 ໂຕ ແລະ ສັດປີກຈໍານວນໝຶ່ງ, ໜອງປາ ແລະ ເຄື່ອງປູກຂອງຝັງຂອງປະຊາຊົນ.
ເສັ້ນທາງ ແລະ ຂົວເຊາະເຈື່ອນ 8 ຈຸດ, ໄມ້ຫັກທັບຕາຂ່າຍໄຟຟ້າ 1 ຈຸດ, ຫໍພັກນັກຮຽນຈໍານວນ 4 ຫຼັງ ແລະ ຫໍພັກຄູ-ອາຈານສອນຢູ່ບ້ານກອນຊອດ ຈໍານວນ 1 ຫຼັງ 6 ຫ້ອງນອນ. ຄິດເປັນມູນຄ່າຄວາມເສຍຫາຍ 200 ກວ່າລ້ານກີບ.
ເບື້ອງຕົ້ນຄະນະພັກອໍານາດການປົກຄອງເມືອງ, ຄະພັກຮາກຖານຜູ້ຊີ້ນໍາແຕ່ລະກຸ່ມໄດ້ເປັນເຈົ້າການລົງກວດກາ ແລະ ປະສານສົມທົບທຸກພາກສ່ວນ ພ້ອມສົ່ງກໍາລັງກອງບັນຊາການທະຫານເມືອງ ຈໍານວນ 25 ສະຫາຍ ແລະ ກອງພັນ 302 50 ສະຫາຍ, ຊ່ວຍເຫຼືອປະຊາຊົນ ຍົກຍ້າຍເຄື່ອງຂອງຕ່າງໆຂອງພໍ່ແມ່ປະຊາຊົນ ໄວ້ບ່ອນທີ່ປອດໄພ.
ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສຕິດຕາມສະພາບ ດິນຟ້າອາກາດຢ່າງໃກ້ຊິດ ໂດຍຈະໄດ້ສືບຕໍ່ຕິດຕາມສະພາບຢູ່ແຕ່ລະຈຸດທີ່ປະສົບໄພນ້ຳຖ້ວມຈົນກວ່າມີທ່າອ່ຽງກັບຄືນເຂົ້າສູ່ສະພາວະປົກກະຕິ ສໍາລັບມູນຄ່າເສຍຫາຍເພີ່ມເຕີມຈະລາຍງານຕາມຫລັງຕື່ມອີກ.

ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ - 5 - ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ
ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ - 3 - ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ
ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ - 4 - ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ
ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ - Visit Laos Visit SALANA BOUTIQUE HOTEL - ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ
ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ - Visit Laos Visit SALANA BOUTIQUE HOTEL - ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມ 200 ກວ່າລ້ານກີບ