ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ

ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ - 555 7 - ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ
ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ - kitchen vibe - ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ

ໃນວັນທີ 11 ມິຖຸນາ 2021, ເຈົ້າໜ້າທີ່ຕຳຫຼວດພະແນກທ່ອງທ່ຽວ ສົມທົບກັບອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເມືອງໄຊທານີ ນວ ລົງເຮັດບົດບັນທຶກກັບເຈົ້າຂອງຮ້ານອາຫານມານາແມະຕັ້ງຢູ່ ບ້ານດອນຕິ້ວ ເມືອງໄຊທານີ ນວ ພ້ອມທັງສຶກສາອົບຮົມກ່າວຕັກເຕືອນ ແລະ ໃຫ້ຢຸດເຊົາ (ປິດຮ້ານ) ຈົນກວ່າຈະມີແຈ້ງການສະບັບໃໝ່ ເພື່ອຢັບຢັ້ງກໍາຈັດຮັດແຄບການແຜ່ລະບາດຂອງພະຍາດທີ່ອາດແຜ່ລາມອອກສູ່ວົງກວ້າງ, ຖ້າຍັງພົບເຫັນເປີດໃຫ້ບໍລິການ ຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ.
ຕໍ່ກັບຮ້ານດັ່ງກ່າວເຫັນວ່າ: ມີການເຄື່ອນໄຫວລັກເປີດໃຫ້ບໍລິການທີ່ເປັນການກະທໍາທີ່ລະເມີດຕໍ່ແຈ້ງການ 012/ສພກ.ນວ, ລົງວັນທີ 4 ມິຖຸນາ 2021 ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງ ການເພີ່ມທະວີມາດຕະການປ້ອງກັນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ ນວ ໄລຍະວັນທີ 5 ຫາ 19 ມິຖຸນາ 2021 ໃນ (ຂໍ້ 3) ເຊິງໃນແຈ້ງການໄດ້ລະບຸໄວ້ວ່າ: ຫາກບຸກຄົນລະເມີດ ແມ່ນຈະຖືກປັບໃໝແຕ່ 100.000-1.000.000 ກີບ/ຄົນ/ຄັ້ງ ແລະ ນິຕິບຸກຄົນໃດລະເມີດ ແມ່ນຈະຖືກປັບໃໝແຕ່ 1.000.000-5.000.000 ກີບ/ຄົນ/ຄັ້ງ.
ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມຄຳສັ່ງ ແລະ ແຈ້ງການ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ຖ້າເຈົ້າໜ້າທີ່ຊອກຮູ້ກວດພົບ ທີ່ຍັງສືບຕໍ່ລະເມີດຈະໄດ້ນຳໃຊ້ມາດຕະການທາງກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ, ທັງນີ້ກໍ່ເພື່ອເປັນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ - 5 - ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ
ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ - 4 - ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ
ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ - 3 - ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ
ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ
ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ