ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ

ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ - 77554 - ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ
ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ - kitchen vibe - ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ

ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນໃນວັນທີ 13-14 ມິຖຸນາ 2021 ນີ້,  ເຮັດໃຫ້ແມ່ນ້ຳສາຍຕ່າງໆຍຶ່ງຂຶ້ນ ແລະ ໄຫລເຂົ້າຖ້ວມບ້ານ, ເຮືອນ, ໄຮ່ນາ, ຮົ້ວສ່ວນ ແລະ ເນື້ອທີ່ທຳການຜະລິດຂອງພໍ່ແມ່ນປະຊາຊົນ 7 ເມືອງ 56 ບ້ານ ມີ 5.248 ຄອບຄົວ ຂອງແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ໃນນີ້ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫລາຍກວ່າໝູ. ເຮືອນປະຊາຊົນເປເພເສຍຫາຍ 4.221 ຫລັງ, ພາຫະນະລົດໃຫຍ່ຈົມນໍ້າເປເພ 472 ຄັນ, ເສັ້ນທາງຖືກຕັດຂາດເສຍຫາຍ 25 ເສັ້ນ, ຈັກສູບນໍ້າປະປາຖືກນໍ້າຖ້ວມເປເພ ເຮັດໃຫ້ທົ່ວເມືອງໄຊຍະບູລີ ບໍ່ສາມາດນໍາໃຊ້ນໍ້າປະປາໄດ້ ລວມມູນຄ່າເສຍຫາຍເບື້ອງຕົ້ນເກືອບ 94 ຕື້ກີບ.

ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ - 985 300x200 - ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ

ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ
ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ

ໃນວັນທີ 16 ມິຖຸນາ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງກວດກາພື້ນທີ່ນໍ້າຖ້ວມຢູ່ເມືອງໄຊຍະບູລີ. ໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລາຍງານສະພາບຄວາມເສຍຫາຍຂອງໄພນໍ້າຖ້ວມວ່າ: ການຈັດຕັ້ງປະຕິບັດໃນການແກ້ໄຂຊ່ວຍເຫລືອສຸກເສີນໄພພິບັດ, ທາງຄະນະນໍາຂອງແຂວງ, ຂອງເມືອງ ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ສົມທົບກັບກອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມຢູ່ພາຍໃນເມືອງ ຮ່ວມກັບພະແນກການອ້ອມຂ້າງແຂວງ ລົງຊ່ວຍເຫລືອໃນການຕອບໂຕ້ໄພພິບັດໃນເບື້ອງຕົ້ນເຊັ່ນ: ເຄື່ອນຍ້າຍປະຊາຊົນຜູ້ທີ່ຕົກຢູ່ໃນໄພອັນຕະລາຍ ແລະ ວັດຖຸສິ່ງຂອງທີ່ຈໍາເປັນຈໍານວນໜຶ່ງ ໄປຢູ່ຈຸດປອດໄພ, ຊຶ່ງມີກໍາລັງພົນຊ່ວຍເຫລືອທັງໝົດ 1.250 ຄົນ, ມີພາຫະນະຮັບໃຊ້ປະເພດລົດບັນທຸກ ຈໍານວນ 30 ຄັນ, ເຮືອກູ້ໄພ-ເຮືອກູ້ຊີບ-ເຮືອທ້ອງແບນ ຈໍານວນ 7 ລໍາ; ໃນນັ້ນ ການນໍາຂອງແຂວງຫຼວງພະບາງ ກໍໄດ້ສົ່ງທີມງານຄຸ້ມຄອງໄພພິບັດ ແລະ ໜ່ວຍກູ້ໄພ, ກໍາລັງກອງບັນຊາການທະຫານເມືອງນານ ພ້ອມພາຫະນະລົດລາກແກ່ ແລະ ລົດບັນທຸກມາຊ່ວຍ, ໄດ້ແກ້ໄຂບັນເທົາທຸກເບື້ອງຕົ້ນ ເປັນປະເພດເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ພ້ອມທັງລະດົມທຶນຈາກທຸກພາກສ່ວນ ເພື່ອໃຫ້ການຊ່ວຍເຫລືອໃນເບື້ອງຕົນ.

ສ່ວນຜົນເສຍຫາຍຈາກການເອົາຂໍ້ມູນເບື້ອງຕົ້ນລວມມີ 56 ບ້ານ, ມີ 5.248 ຄອບຄົວ, ຈໍານວນພົນ 20.992 ຄົນ (ສະເພາະເມືອງໄຊຍະບູລີໄດ້ຮັບຜົນກະທົບ 39 ບ້ານ), ລວມມູນຄ່າເສຍຫາຍທັງໝົດໃນທົ່ວແຂວງ 94 ຕື້ກີບ.ເຮືອນປະຊາຊົນເປເພເສຍຫາຍ 4.221 ຫລັງ, ໃນນັ້ນ ມີເຮືອນປະຊາຊົນ 19 ຫລັງໄດ້ຖືກນໍ້າພັດໄຫລໜີ,ໄຟຟ້າໄດ້ຖືກຕັດຂາດ 16 ບ້ານ (ສາມາດແກ້ໄຂໄດ້ແລ້ວ 7 ບ້ານ, ຍັງ 9 ບ້ານແກ້ໄຂບໍ່ທັນສໍາເລັດ), ໝໍ້ນັບໄຟຖືກນໍ້າຖ້ວມເສຍຫາຍ 6.050 ໜ່ວຍ (ໃນນີ້ບໍ່ສາມາດໃຊ້ໄດ້ 3,500 ໜ່ວຍ), ເສົາໄຟຟ້າລົ້ມ 7 ຕົ້ນ ແລະ ຕາຂາຍໄຟຟ້າຖືກຕັດຂາດ 3 ຈຸດ ສ້ອມແປງຄືນໄດ້ແລ້ວ 1 ຈຸດ ຍັງ 2 ຈຸດ. ຈັກສູບນໍ້າປະປາຖືກນໍ້າຖ້ວມເປເພ ເຮັດໃຫ້ທົ່ວເມືອງໄຊຍະບູລີບໍ່ສາມາດນໍາໃຊ້ນໍ້າປະປາໄດ້, ເສັ້ນທາງຖືກຕັດຂາດເສຍຫາຍ 25 ເສັ້ນ, ຂົວເບຕົງ 5 ແຫ່ງ, ທໍ່ດາໂລ 3 ແຫ່ງ, ຂົວອູ່ເປ່ເພ 1ແຫ່ງ, ມີພາຫະນະລົດໃຫຍ່ຈົມນໍ້າເປເພ 472 ຄັນ, ລົດຈັກຈົມນໍ້າເປເພ 4.840 ຄັນ, ເຂົ້າສານຖືກນໍ້າຖ້ວມເສຍ 300 ໂຕນ, ໜອງປາ 240 ໜອງ, ສະເພາະນໍ້າຖ້ວມຄັ້ງນີ້ແມ່ນບໍ່ມີຄົນເສຍຊີວິດ.

ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ - 98710 300x200 - ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ

ໂອກາດນີ້, ທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ທິດທາງໃນການແກ້ໄຂ ແລະ ໃຫ້ການຊ່ວຍເຫລືອປະຊາຊົນໃນເບື້ອງຕົ້ນ ເພື່ອໃຫ້ແຂວງກໍຄືບັນດາເມືອງທີ່ຖືກຜົນກະທົບຄັ້ງນີ້ໃຫ້ກັບມາສູ່ສະພາບປົກກະຕິ, ພ້ອມທັງມອບເງິນຈໍານວນໜຶ່ງໃຫ້ແຂວງເພື່ອຊ່ວຍເຫລືອ ແລະ ຟື້ນຟູຕໍ່ໄປ.

ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ - 3 - ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ
ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ - 4 - ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ
ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ - 5 - ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍເບື້ອງຕົ້ນ 94 ຕື້ກີບ