ຊ່ວງລະດູຝົນຈົ່ງພ້ອມກັນເຝົ້າລະວັງໄພພິບັດຈາກນ້ຳຖ້ວມ

ໂດຍ: ທິດກ່ຳ
ເຫດມີພາຍຸຝົນຕົກໜັກແກ່ຍາວເປັນເວລາສາມສີ່ວັນໃນອາທິດທີ່ຜ່ານມາ ຈົນເປັນເຫດໃຫ້ນ້ຳຖ້ວມຫລາຍແຫ່ງໃນທົ່ວປະເທດ ໂດຍສະເພາະແມ່ນບັນດາແຂວງທາງພາກເໜືອດ້ານຕາເວັນຕົກເຊັ່ນ: ແຂວງໄຊຍະບູລີ, ຫລວງນ້ຳທາ ແລະ ແຂວງອື່ນໆໃນທົ່ວປະເທດ ໃນນີ້ແຂວງທີ່ປະສົບບັນຫາອຸທົກກະໄພໜັກກວ່າໝູ່ຄັ້ງນີ້ກໍແມ່ນເມືອງໄຊຍະບູລີ, ເມືອງເງິນ ແຂວງໄຊຍະບູລີ ເຊິ່ງມີຫລາຍບ້ານໄດ້ຖືກນ້ຳຖ້ວມເປັນບໍລິເວນກວ້າງ ຈົນມີກຳລັງກອງທັບປະຊາຊົນລາວຕ້ອງໄດ້ຍື່ນມືເຂົ້າຊ່ວຍເຫລືອ ເພື່ອກູ້ເອົາປະຊາຊົນໜີໄພຢ່າງຮີບດ່ວນ.
ນອກຈາກບັນດາເມືອງທີ່ກ່າວມານີ້ແລ້ວ ຍັງມີຫລາຍບ້ານແຖວເມືອງຜາອຸດົມ ແຂວງບໍ່ແກ້ວ ເລາະລົງມາແຖວເມືອງວັງວຽງ ແຂວງວຽງຈັນ ຈົນເຮັດໃຫ້ຂົວທີ່ສວຍງາມຜ່ານນ້ຳຊອງໄປຫາຖ້ຳຈັງຫັກມຸ່ນອຸ່ຍປຸ້ຍ ແລະ ຍັງມີຈຳນວນ 7 ບ້ານທີ່ຢູ່ລຽບແຄມນ້ຳຊອງໄດ້ຮັບຜົນກະທົບ ຍ້ອນນ້ຳຊອງໄຫລແຮງຊຸທັ່ງຢ່າງບໍ່ປານີ. ຈາກເມືອງວັງວຽງ ແຂວງວຽງຈັນແລ້ວ ກໍເລາະລົງໄປຫາແຖວເມືອງທ່າໂທມ ແຂວງໄຊສົມບູນ ກໍປະສົບບັນຫານ້ຳປ່າໄຫລຫລາກຊຸທັ່ງເອົາເຮືອນຊານ, ວັດຖຸຊັບສິນ ແລະ ຖ້ວມໄຮ່ນາຮົ້ວສວນພື້ນຖານການຜະລິດຂອງປະຊາຊົນເປັນບໍລິເວນກວ້າງ. ນີ້ແມ່ນໄພພິບັດຈາກຟ້າຝົນຊົນລະຫາທີ່ເກີດມາທຳລາຍຊີວິດ, ຊັບສິນ ແລະ ຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າລາວເຮົາ ເຊິ່ງພາຍຸຫົວທຳອິດທີ່ເລີ່ມແລກແຮກໝານໃນຕົ້ນລະດູຝົນປີນີ້ມັນມີຊື່ວ່າ: “ພາຍຸໂຄກູມະ” ຮຽກເປັນພາສາຍີ່ປຸ່ນ.
ເມື່ອຕັ້ງໂຈດກັນວ່າ, ໃນຂັ້ນຕໍ່ໄປຍັງຈະມີຝົນພາຍຸ ຫລືວ່າ ຝົນຕົກໜັກກາຍເປັນໄພພິບັດມາທຳລາຍຊີວິດ ແລະ ຊັບສິນຂອງພວກເຮົາອີກບໍ່ ? ຄຳຕອບໂຕດກໍຄື ແນ່ນອນອາດຈະມີພາຍຸຝົນຕົກໜັກອື່ນໆອີກຫລາຍຫ່າມາປະຊັນທຳລາຍຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າເຮົາໃຫ້ຜະເຊີນກັບບັນຫາຄວາມຫຍຸ້ງຍາກລຳບາກໃນຫລາຍທ້ອງຖິ່ນໃນທົ່ວປະເທດ, ຊ້ຳບໍ່ໜຳ ປີນີ້ເປັນປີແປດສອງຫົນ ໝາຍວ່າມີເດືອນແປດສອງຄັ້ງຕາມປະຕິທິນລາວ. ຄາດວ່າຈະມີຝົນຕົກແກ່ຍາວໄປຮອດເດືອນກັນຍາ ແລະ ຕຸລາສາກົນຝົນຈຶ່ງຈະໝົດຕາມລະດູການ. ເພາະສະນັ້ນຈຶ່ງຂໍໃຫ້ທຸກຄົນຈົ່ງມີສະຕິລະວັງຕົວຕໍ່ໄພພິບັດທາງທຳມະຊາດທີ່ບໍ່ເພິ່ງປາຖະໜາໃນປີນີ້ຢ່າງຈົດຈໍ່ ແລະ ຈິງຈັງ.
ເມື່ອກ່າວເຖິງໄພພິບັດຈາກນ້ຳຖ້ວມ ມັນເປັນເຫດຮ້າຍຊະນິດໜຶ່ງທີ່ພວກເຮົາບໍ່ຄວນປະໝາດ. ດັ່ງພວກເຮົາໄດ້ມີບົດຮຽນໃຫ້ເຫັນແລ້ວໃນປີ 2018 ມີເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ປີ 2019 ສີ່ແຂວງພາກກາງ ແລະ ພາກໃຕ້ປະສົບບັນຫາໄພພິບັດນ້ຳຖ້ວມຢ່າງໜັກ ຈົນເຮັດໃຫ້ຊັບສິນ, ພື້ນຖານການຜະລິດ ແລະ ສັດສາວາສິ່ງເສຍຫາຍຢ່າງຫລວງຫລາຍ.
ເຖິງຢ່າງໃດກໍດີ, ສິ່ງທີ່ເກີດຂຶ້ນໃນຜ່ານມານັ້ນຖືວ່າເປັນບົດຮຽນອັນປະເສີດລ້ຳຄ່າສຳລັບປະຊາຊົນລາວຂອງພວກເຮົາ. ຜ່ານປະສົບການດັ່ງກ່າວຍິ່ງເຮັດໃຫ້ພວກເຮົາມີສະຕິ, ຄວາມກຽມພ້ອມໃນການຮັບມື ເພື່ອຕ້ານໄພພິບັດຈາກນ້ຳຖ້ວມເປັນຢ່າງດີ. ອັນສຳຄັນທີ່ສຸດກໍແມ່ນພ້ອມກັນເຝົ້າຕິດຕາມບັນດາຂໍ້ມູນຂ່າວສານ ເພື່ອມີໂອກາດໄດ້ໜີໄພ ຫລື ຍົກຍ້າຍວັດຖຸສິ່ງຂອງໃນກໍລະນີຈຳເປັນ ເພາະຍຸກນີ້ເປັນຍຸກທີ່ດິນຟ້າອາກາດມັກປ່ຽນແປງໄປຢ່າງຄາດເດົາໄດ້ຍາກ. ສິ່ງທີ່ເຮົາສາມາດຫລີກລ່ຽງໄດ້ກໍແມ່ນເຝົ້າລະວັງຕິດຕາມສະພາບດິນຟ້າອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເທົ່ານັ້ນ.