ຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 18 ໄດ້ຮັບຮອງເອກະສານບົດແນວຄວາມຄິດ ແລະ ເອກະສານມາດຕະຖານການປະຕິບັດງານ 9 ສະບັບ


ວັນທີ 15-16 ມິຖູນາ 2021 ທີ່ຜ່ານມານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 15, ກອງປະຊຸມທາງໄກ ລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 8 ແລະ ກອງປະຊຸມປິ່ນອ້ອມ.
ຜົນສຳເລັດຂອງກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສປ້ອງກັນປະ ເທດອາຊຽນ ແລະ ອາຊຽນ-ບວກ ລວມທັງຜົນສຳເລັດ ຂອງກອງປະຊຸມທາງໄກຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 18 ໂດຍຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ບຣູໄນ ດາຣູຊາລາມ. ພ້ອມນີ້, ກອງປະຊຸມ ກໍ່ໄດ້ຮັບຮອງເອົາບັນດາເອກະສານບົດແນວຄວາມຄິດ ແລະ ເອກະສານມາດຕະຖານການປະຕິບັດງານ ຈຳນວນ 9 ສະບັບ ຄື:
1) ບົດແນວຄວາມຄິດ ວ່າດ້ວຍການເສີມຂະຫຍາຍການນຳໃຊ້ໂຄງລ່າງພື້ນຖານ ການຕິດຕໍ່ສື່ສານໂດຍກົງອາຊຽນ ເພື່ອເປັນໂຄງສ້າງການສື່ສານດ້ານວຽກງານປ້ອງກັນຊາດ ໃນຂະບວນການກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ;
2) ບົດແນວຄວາມຄິດ ວ່າດ້ວຍການຮ່ວມມືກັບພາຍນອກ ຂອງກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນ;
3) ບົດແນວຄວາມຄິດ ວ່າດ້ວຍການສ້າງຕັ້ງເຄືອຂ່າຍປ້ອງກັນ ທາງລະບົບຄອມພິວເຕີອາຊຽນ;
4) ບົດແນວຄວາມຄິດ ວ່າດ້ວຍການສ້າງຕັ້ງສູນຄວາມໝັ້ນຄົງທາງລະບົບຄອມພິວເຕີ ແລະ ຂໍ້ມູນຂ່າວສານ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ; 5) ເອກະສານຕີລາຄາຄືນ ກ່ຽວກັບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ;
6) ເອກະສານປຶກສາຫາລືວ່າດ້ວຍວິໄສທັດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໃນວຽກງານປ້ອງກັນຊາດ;
7) ບົດແນວຄວາມຄິດວ່າດ້ວຍໂຄງການແລກປ່ຽນດ້ານວຽກງານປ້ອງກັນຊາດອາຊຽນ;
ບົດແນວຄວາມຄິດວ່າດ້ວຍການສ້າງຕັ້ງກອງປະຊຸມສະເພາະກິດກ່ຽວກັບໄພຂົ່ມຂູ່ຈາກສານເຄມີ, ຊີວະພາບ ແລະ ກຳມັນຕະພາບລັງສີ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ;
9) ມາດຕະຖານການປະຕິບັດງານຂອງສູນປະສານງານຫຼາຍຝ່າຍ.
ໃນໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນປະເທດ ແຫ່ງ ສປປ ລາວ ຮ່ວມກັບບັນດາທ່ານລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ຮ່ວມຮັບຮອງເອົາຖະແຫຼງການ ບັນດາ ເຊຣິ ເບກາວັນ ໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄົບຮອບ 15 ປີ ເພື່ອກ້າວໄປສູ່ອາຊຽນ ທີ່ມີຄວາມກຽມພ້ອມໃນອະນາຄົດ, ມີສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ; ແລະ ຮ່ວມກັບບັນດາທ່ານລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ໄດ້ຮັບຮອງເອົາຖະແຫຼງການ ບັນດາ ເຊຣິ ເບກາວັນ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງປະຊຸມລັດຖະ ມົນຕີປ້ອງກັນປະເທດອາຊຽນ ຄົບຮອບ 15 ປີ ເພື່ອສົ່ງເສີມໃຫ້ອາຊຽນ ມີຄວາມກຽມພ້ອມໃນອະນາຄົດ, ມີສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ. ນອກຈາກນັ້ນແລ້ວ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຍັງໄດ້ເຫັນດີເປັນເອກະສັນ ຕໍ່ການສະເໜີຈັດບັນດາກອງປະຊຸມທາງໄກບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ອົດສະຕາລີ, ອາຊຽນ-ສ. ເກົາຫລີ ໃນໄລຍະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ ໃນເດືອນ ພະຈິກ 2021. ນອກຈາກ ກອງປະຊຸມທາງໄກລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ແລ້ວ, ບັນດາທ່ານລັດຖະມົນຕີປ້ອງກັນປະເທດອາຊຽນ ຍັງໄດ້ເຂົ້າຮ່ວມກອງປະຊຸມທາງໄກບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ຈີນ, ເຊິ່ງຢູ່ໃນບັນຍາກາດຂອງການສະເຫຼີມສະຫຼອງວັນສ້າງຕັ້ງຄູ່ຮ່ວມເຈລະຈາ ອາຊຽນ-ຈີນ ຄົບຮອບ 30 ປີ.