ຈີນຮ້ອງຂໍໃຫ້ ນາໂຕ (NATO) ຢຸດຕິການໃສ່ຮ້າຍປ້າຍສີ ຈີນ ເພື່ອສ້າງຄວາມຊອບທຳໃຫ້ກຸ່ມຂອງຕົນ

ຫຼັງຈາກອົງການສົນທິສັນຍາອາກລັງຕິກເໜືອ ຫຼື ນາໂຕ (NATO) ອອກຖະແຫຼງການເມື່ອວັນທີ 16 ມີຖຸນານີ້ທີ່ລະບຸວ່າ: ຈີນ ເປັນໄພຂົ່ມຂູ່ຕໍ່ລະບຽບການຄວາມໝັ້ນຄົງຂອງໂລກ ຢ່າງມີລະບົບແບບແຜນ. ຄະນະຜູ້ຕາງໜ້າຂອງ ສປ ຈີນ ປະຈຳສະຫະພາບເອີຣົບ (EU) ກໍໄດ້ອອກຖະແຫຼງການຕອບໂຕ້ທັນທີ ເມື່ອວັນທີ 14 ມິຖຸນາ 2021 ທີ່ຜ່ານມາວ່າ: ນາໂຕຄວນເບິ່ງທີ່ການພັດທະນາຂອງຈີນດ້ວຍເຫດດ້ວຍຜົນ, ຈົ່ງຢຸດຕິການເວົ້າເກີນຄວາມຈິງ “ທິດສະດີໄພຂົ່ມຂູ່ຈາກຈີນ” ໃນທຸກຮູບແບບ.
ໂຄສົກຄະນະຜູ້ຕາງໜ້າຂອງ ສປ ຈີນ ໄດ້ກ່າວວ່າ: ເລື່ອງທີ່ນາໂຕ ກ່າວຫາວ່າຈີນສ້າງສິ່ງທ້າທາຍທີ່ມີລັກສະນະເປັນລະບົບນັ້ນມັນເປັນການ “ໃສ່ຮ້າຍປ້າຍສີ” ຕໍ່ການພັດທະນາສັນຕິພາບຂອງຈີນ, ເປັນການຕັດສິນທີ່ຜິດພາດຕໍ່ກັບສະພາບການສາກົນ ແລະ ບົດບາດຂອງນາໂຕເອງ ອັນສະແດງໃຫ້ເຫັນເຖິງແນວຄິດສົງຄາມເຢັນ.
ຈີນເດີນຕາມແນວທາງນະໂຍບາຍປ້ອງກັນຊາດທີ່ມີລັກສະນະປ້ອງກັນຕົນເອງ ແລະ ພັດທະນາຄວາມທັນສະໄໝທາງທະຫານຢ່າງຊອບທຳ, ເໝາະສົມ ແລະ ເປີດເຜີຍໂປ່ງໃສ ນັ້ນກໍເພື່ອປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງຊາດຢ່າງເດັດດ່ຽວ.
ພ້ອມທັງລະບຸວ່າ: ຈີນຈະຕິດຕາມການປັບປຸງຍຸດທະສາດຂອງນາໂຕຢ່າງໃກ້ຊິດ ໂດຍສະເພາະແມ່ນການປັບປຸງນະໂຍບາຍຕໍ່ຈີນ ພ້ອມທັງກ່າວເຕືອນວ່າ ຖ້າຜູ້ໃດຢາກທ້າທາຍຢ່າງເປັນລະບົບຕໍ່ກັບຈີນ ຈີນກໍຈະບໍ່ເມີນເສີຍໄດ້, ພ້ອມທັງຮຽກຮ້ອງໃຫ້ນາໂຕ ຢຸດຕິການເສກສັນປັ້ນແຕ່ງວ່າ “ຈີນເປັນໄພຂົ່ມຂູ່” ເພື່ອໃຊ້ເປັນຂໍ້ອ້າງໃນທາງການສ້າງແນວທາງການເມືອງແບບກຸ່ມ ທີ່ຈະນຳໄປສູ່ການປະເຊີນໜ້າ ແລະ ກະຕຸ້ນໃຫ້ເກີດການແຂ່ງຂັນທາງການເມືອງລະຫວ່າງພາກພື້ນ.
ນອກຈາກນີ້, ຈີນຍັງໄດ້ກ່າວເຖິງບັນຫາອາວຸດນິວເຄຼຍ ໂດຍໄດ້ລະບຸວ່າ: ຈີນມີອາວຸດນິວເຄຼຍໜ້ອຍກວ່າ ສ.ອາເມຣິກາ ແລະ ບັນດາປະເທດສະມາຊິກນາໂຕອື່ນໆ, ຈີນຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະບໍ່ໃຊ້ອາວຸດນິວເຄຼຍຕໍ່ປະເທດທີ່ບໍ່ມີອາວຸດຊະນິດດຽວກັນນີ້.
ເຖິງຢ່າງໃດກໍຕາມ, ທີ່ຜ່ານມາ ຈີນບໍ່ເຄີຍເປີດເຜີຍຈຳນວນຂອງຫົວຮົບນິວເຄຼຍໃນປະເທດ ແຕ່ສະຖາບັນວິໄຈສັນຕິພາບສາກົນ ສະຕັອກໂຄມ ປະເມີນວ່າ ຈີນອາດຈະມີຫົວຮົບນິວເຄຼຍປະມານ 350 ຫົວ ໃນປີ 2021 ເພີ່ມຈາກ 320 ຫົວ ເມື່ອປີ 2020, ຖ້ານັ້ນເປັນຄວາມຈິງ ຖືວ່າມີຫຼາຍກວ່າສະມາຊິກນາໂຕແຕ່ລະປະເທດ ຍົກເວັ້ນ ສ.ອາເມຣິກາ.