ຢາກມີຮັກທີ່ຍືນຍາວ ຢ່າຖືເບົາຄຸນລັກສະນະເຫລົ່ານີ້
June 17, 2021 - 4:32 PM

ການທີ່ຄົນສອງຄົນຕັດສິນໃຈຈະໃຊ້ຊີວິດຄູ່ຮ່ວມກັນ ຖ້າແຕກຕ່າງກັນໄປຄົນລະດ້ານ ຫລື ບໍ່ມີຫຍັງຄືກັນເລີຍ ກໍອາດຈະສົ່ງຜົນ ໃຫ້ຄວາມຮັກສັ່ນຄອນໄດ້ ເຊິ່ງໃນທາງວິທະຍາສາດ ມີວຽກງານວິໄຈທີ່ພົບວ່າ ຄູ່ຮັກທີ່ຄົບຫາກັນໄດ້ຍາວນານນັ້ນມັນຈະມີ ຄຸນລັກສະນະທີ່ຄືກັນຢູ່ຫລາຍປະການ.
- ຫັນໜ້າມາລົມກັນເມື່ອມີບັນຫາ : ເມື່ອໃດກໍຕາມທີ່ມີບັນຫາບໍ່ເຂົ້າໃຈກັນ ສິ່ງສຳຄັນທີ່ຈະເຮັດໃຫ້ສະຖານະການດີຂຶ້ນໄດ້ ແມ່ນການຫັນໜ້າມາລົມກັນ ເພາະການຜິດຖຽງກັນຜ່ານຂໍ້ຄວາມ ຫລື ຕົວໜັງສືນັ້ນອາດເຮັດໃຫ້ເກີດຄວາມເຂົ້າໃຈຜິດ ຈົນລຸກລາມບານປາຍເປັນວົງກ້ວາງ ແລະ ເຮັດໃຫ້ຄວາມສຳພັນທີ່ມີຢູ່ນັ້ນຍິ່ງອ່ອນແອລົງກ່ວາເກົ່າໄດ້. ໂດຍຜົນ ການສຶກສາຂອງມະຫາວິທະຍາໄລ Brigham Young University ພົບວ່າ : ເວລາທີ່ຄູ່ຮັກຜິດຖຽງກັນແລ້ວສົ່ງ ຂໍ້ຄວາມຫາກັນຜ່ານໂທລະສັບມືຖື ແທນການມາລົມກັນແບບເຫັນໜ້າ ສາມາດສົ່ງຜົນໃຫ້ມີຄວາມສຸກໃນຄວາມສຳພັນ ຫລຸດໜ້ອຍລົງໄດ້.
- ຕັດສິນໃຈບໍ່ມີລູກນຳກັນ : ເຖິງວ່າຄູ່ຮັກທີ່ຕັດສິນໃຈແຕ່ງດອງກັນມັກມີຄວາມຝັນບໍ່ຕ່າງກັນ ນັ້ນກໍແມ່ນການມີລູກ ເພື່ອຕື່ມເຕັມຊີວິດຄອບຄົວໃຫ້ສົມບູນ, ແຕ່ບໍ່ແມ່ນວ່າການມີລູກຈະເປັນຄຳຕອບຂອງທຸກຄູ່ ເຊິ່ງຈາກຜົນການສຳຫລວດ ໃນປີ 2014 ທີ່ສອບຖາມຄູ່ຮັກທີ່ຢູ່ນຳກັນມາດົນ ຈຳນວນ000 ຄົນ ປະກົດວ່າ ຄູ່ຮັກທີ່ບໍ່ມີລູກ (ນັບທັງຄູ່ທີ່ ແຕ່ງດອງກັນ ແລະ ບໍ່ໄດ້ແຕ່ງດອງກັນ) ຊ້ຳພັດເປັນຄູ່ທີ່ມີຄວາມສຸກຫລາຍທີ່ສຸດ. ແຕ່ກໍບໍ່ໄດ້ໝາຍຄວາມວ່າ ຄູ່ທີ່ມີລູກ ຈະບໍ່ມີຄວາມສຸກໃນຊີວິດຄູ່ ພຽງແຕ່ຫລາຍຄູ່ມັກຈະກົດດັນຕົນເອງ ຍ້ອນຄວາມຢາກມີລູກ ຈຶ່ງເຮັດໃຫ້ເກີດຄວາມ ເຄັ່ງຄຽດໄດ້ ແລະ ເມື່ອມີລູກແທ້ໆ ຄວາມສຳພັນລະຫ່ວາງກັນຊ້ຳພັດເຄັ່ງຄຽດຫລາຍຍິ່ງຂຶ້ນ.
- ຄົນໜຶ່ງເປັນລູກກົກ ແລະ ອີກຄົນໜຶ່ງເປັນລູກຫລ້າ : ມີວຽກງານວິໄຈຫລາຍເທື່ອທີ່ສະແດງໃຫ້ເຫັນວ່າ : ການແຕ່ງດອງກັນລະຫ່ວາງລູກກົກກັບລູກຫລ້າ ຖືວ່າເປັນສ່ວນປະສົມທີ່ລົງຕົວສຳລັບການໃຊ້ຊີວິດຄູ່ນຳກັນ ເຊິ່ງເຫດຜົນທີ່ອະທິບາຍເລື່ອງນີ້ໄດ້ຈະແຈ້ງ ກ່ຽວຂ້ອງກັບເລື່ອງລຳດັບການເກີດກ່ອນຫລັງທີ່ສົ່ງຜົນຕໍ່ບຸກຄະລິກໄດ້ ໂດຍລູກກົກມັກຈະເບິ່ງແຍງຄົນອື່ນ, ໃນຂະນະທີ່ລູກຫລ້າຂອງຄອບຄົວກໍມັກລຶ້ງເຄີຍກັບການໄດ້ຮັບການເບິ່ງແຍງ ເອົາໃຈໃສ່ຈາກຄົນອື່ນ.
- ໝູ່ເພື່ອນມີຊີວິດແຕ່ງດອງທີ່ຈົບງາມ : ຮູ້ຫລືບໍ່ວ່າການມີໝູ່ເພື່ອນອ້ອມຂ້າງທີ່ມີຊີວິດແຕ່ງດອງທີ່ດີ, ຢູ່ກິນກັນຢ່າງມີ ຄວາມສຸກ, ບໍ່ໄດ້ມີບັນຫາເລີກລາຢ່າຮ້າງກັນນັ້ນ ມີໂອກາດທີ່ຈະເຮັດໃຫ້ການເກີດເລີກລາ ຫລື ຢ່າຮ້າງກັນຂອງ ຄູ່ຕົນເອງຫລຸດໜ້ອຍລົງໄປນຳໄດ້ ໂດຍການວິໄຈຂອງມະຫາວິທະຍາໄລ Brown ເປີດເຜີຍວ່າ : ຄູ່ແຕ່ງດອງມີໂອກາດ ຈະຢ່າຮ້າງກັນໄດ້ຫລາຍເຖິງ 75% ຖ້າຍາດສະໜິດມິດສະຫາຍມີການແຍກທາງ ຫລື ຢ່າຮ້າງກັນ, ແຕ່ຖ້າເປັນໝູ່ຂອງໝູ່ທີ່ແຍກທາງກັນ ໂອກາດທີ່ຈະເກີດການຢ່າຮ້າງກັບຄູ່ຂອງເຮົາຈະຫລຸດໜ້ອຍລົງເຫລືອພຽງ 33%.
- ບໍ່ໜິ້ງກັນເຮັດວຽກເຮືອນ : ທຸກມື້ນີ້ຫມົດຍຸກແລ້ວທີ່ແມ່ຍິງຕ້ອງເຮັດວຽກເຮືອນຢູ່ຝ່າຍດຽວ ເຊິ່ງຈາກຜົນສຳຫລວດຂອງ Pew Research Center ພົບວ່າ : ການແບ່ງວຽກເຮືອນກັນເຮັດຕິດໃນ 3 ອັນດັບທຳອິດທີ່ມີຜົນຕໍ່ຊີວິດ ແຕ່ງດອງທີ່ປະສົບຄວາມສຳເລັດ ຮອງຈາກເລື່ອງຄວາມຊື່ສັດ ແລະ ເລື່ອງເພດສຳພັນ ໂດຍມີເຖິງ 62% ທີ່ບອກວ່າ ການແບ່ງວຽກເຮືອນກັນເຮັດຖືເປັນສິ່ງທີ່ສຳຄັນຫລາຍ. ຂະນະທີ່ຜົນການສຶກສາຂອງມະຫາວິທະຍາໄລ UCLA ລະບຸ ວ່າ : ຄູ່ຮັກທີ່ແບ່ງກັນເຮັດວຽກເຮືອນມັກຈະມີຄວາມສຸກໃນຊີວິດຄູ່ຫລາຍກ່ວາ ຍິ່ງຖ້າກຳໜົດຈະແຈ້ງໄປເລີຍວ່າໃຜຈະ ເຮັດຫຍັງ ກໍມີໂອກາດວ່າຈະມີຄວາມເພິງພໍໃຈໃນຊີວິດຄູ່ຫລາຍຂຶ້ນນຳ.
- ບໍ່ຜິດຖຽງກັນເລື່ອງເພດສຳພັນ ແລະ ເງິນ : ເລື່ອງທີ່ສາມາດເຮັດໃຫ້ຄູ່ຮັກຜິດຖຽງກັນຈົນເຖິງຂັ້ນເລີກລາກັນໄດ້ ແມ່ນ ເລື່ອງເພດສຳພັນກັບເລື່ອງເງິນ ຖ້າບໍ່ຢາກຈະຢ່າຮ້າງກັນດ້ວຍ 2 ເລື່ອງນີ້ ກໍບໍ່ຄວນຖືເບົາເປັນເດັດຂາດ ເຊິ່ງມະຫາວິທະຍາໄລ Michigan ສຶກສາຄົນອະເມລິກາ000 ຄົນ ກ່ຽວກັບເລື່ອງເງິນ, ເພດສຳພັນ ແລະ ຄວາມສຸກ ແລ້ວພົບວ່າທັງ 3 ຢ່າງລ້ວນມີຄວາມສຳພັນກັນ ຫາກບໍ່ຖືເບົາເລື່ອງເພດສຳພັນ ໂດຍມີກິດຈະກຳດັ່ງກ່າວ ໃຫ້ສະໝ່ຳສະເໝີ ຈາກເດືອນລະ 1 ເທື່ອ ເປັນອາທິດລະ 1 ເທື່ອ ກໍຈະຊ່ວຍໃຫ້ຄວາມສຸກໃນຊີວິດຄູ່ເພີ່ມຂຶ້ນຢ່າງເຫັນໄດ້ ແຈ້ງ, ຂະນະທີ່ເລື່ອງເງິນຄຳ ຖ້າທັງສອງຄົນມີຮູບແບບໃນການໃຊ້ຈ່າຍເງິນທີ່ໃກ້ຄຽງກັນ ກໍມີໂອກາດທີ່ຈະມີຄວາມສຸກ ໃນຊີວິດຫລາຍຂຶ້ນ.