ຈັບກຸ່ມໄວລຸ້ນ 5 ຄົນ ເຊົ່າຫ້ອງໂຮງແຮມເປັນບ່ອນມົ້ວສຸມຢາເສບຕິດ

ວັນທີ 15 ມິຖຸນາ 2021 ທີ່ຜ່ານມາ ໜ່ວຍກຳລັງປ້ອງກັນເຄື່ອນໄວ ສົມທົບກັບຫ້ອງສັນຕິບານ ປກສ ນະຄອນຫລວງວຽງຈັບ ນຳກຳລັງເຂົ້າຈັບກຸ່ມໄວລຸ້ນ ກຳລັງມົ້ວສຸມຢາເສບຕິດ ແລະ ເຄື່ອງດື່ມມືນເມົາ ຢູ່ໂຮງແຮມເຈື່ອງ 2 ຕັ້ງຢູ່ສີດຳດວນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ກຸ່ມໄວລຸ້ນທີ່ຖືກຈັບກຸມຄັ້ງນີ້ລວມທັງໝົດ 5 ຄົນ, ມີຊາຍ 2 ຄົນ ແລະ ຍິງ 3 ຄົນ.
ພາຍຫລັງເຈົ້າໜ້າທີ່ໄດ້ສະແດງໂຕເຂົ້າຈັບກຸມ ແລະ ກວດຄົ້ນສະຖານທີ່ຫ້ອງດັ່ງກ່າວ ເຈົ້າໜ້າທີ່ໄດ້ພົບເຫັນສິ່ງທີ່ຜິດກົດໝາຍມີ: ຖົງໃສ່ຜົງເຄ ມີຜົງເຄ 3 ຖົງ, ຖົງເປົາ 1 ຖົງຄາດວ່າຖືກເສບແລ້ວ, ຜົງເຄຢູ່ໃນຈານ 2 ຈານ, ໄພ້ 1 ໃບ ແລະ ຢາອີຈຳນວນ 5 ປ່ຽງ ຫລື ປະມານ 2 ເມັດ.
ຜ່ານການສອບສວນປະຫວັດເບື່ອງຕົ້ນຮູ້ວ່າ: ກຸ່ມໄວລຸ້ນຈຳນວນ 5 ຄົນມີ: 1. ນ. ຮັນນີ້ ( ນີ້ ) ອາຍຸ 20 ປີ ນັກສຶກສາ ບ້ານໂພນປ່າເປົ້າ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, 2. ນ. ພອນທິດາ ອາຍຸ 20 ປີ ນັກສຶກສາ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, 3. ນ. ວິລະດາ ອາຍຸ 25 ປີ ອາຊີບຄ້າຂາຍ ບ້ານຢູ່ໂພນປ່າເປົ້າ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, 4. ທ. ສຸລິພົງ ( ເລ້ ) ອາຍຸ 38 ປີ ປະຊາຊົນ ບ້ານສະພານທອງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, 5. ທ. ປີຊາ ( ໂຕ້ ສັນຊາດໄທ ) ອາຍຸ 33 ປີ ກຳມະກອນ ພັກເຊົາຢູ່ໂຮງແຮມເກົ້າຍອດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ຕໍ່ການຮັບຊາບຂໍ້ມູນເບື່ອງຕົ້ນມານັ້ນ ເຈົ້າໜ້າທີຈະນຳຜູ້ກ່ຽວທັງໝົດໄປນຳເນີນຄະດີຕາມກົດໝາຍ ຂອງບ້ານເມືອງ.