ເພີ່ມອີກແລ້ວ ໂຄວິດ-19 ກາຍພັນໃໝ່ ‘ແລມດາ Lampda’ ພົບລະບາດຢູ່ 29 ປະເທດ
June 18, 2021 - 12:07 PM

ວັນທີ 17 ມິຖຸນານີ້ ອົງການອະນາໄມໂລກປະກາດວ່າ ພົບເຊື້ອໂຄວິດ-19 ກາຍພັນສາຍພັນໃໝ່ ‘ແລມດາ’ (Lampda) ໃນ 29 ປະເທດ ໂດຍສະເພາະທະວີບ ອາເມລິກາໃຕ້ ໂດຍເຊື່ອວ່າເປັນຕົ້ນກຳເນີດຂອງເຊື້ອໄວຣັສສາຍພັນນີ້.
ອົງການອະນາໄມໂລກເປີດເຜີຍລາຍງານປະຈຳອາທິດລະບຸວ່າ: ພະຍາດໂຄວິດ-19 ສາຍພັນ ແລມດາ(Lampda) ທີ່ພົບເຫັນຄັ້ງທໍາອິດໃນປະເທດ ເປຣູ ຊຶ່ງເປັນສາຍພັນທີ່ໜ້າສົນໃຈ ເນື່ອງຈາກວ່າພົບການຕິດເຊື້ອທີ່ເພີ່ມຫຼາຍຂຶ້ນໃນທະວີບອາເມລິກາໃຕ້ ໂດຍໃນປະເທດ ເປຣູ ພົບຜູ້ຕິດໂຄວິດ-19 ສາຍພັນນີ້ສູງເຖິງ 81% ນັບຕັ້ງແຕ່ເດືອນເມສາ ເປັນຕົ້ນມາ ຂະນະດຽວ ໃນປະເທດ ຊີລີ ກວດພົບສາຍພັນດັ່ງກ່າວເຖິງ 32% ໃນຊ່ວງ 60 ວັນທີ່ຜ່ານມາ ຊຶ່ງພົບຈຳນວນຜູ້ຕິດເຊື້ອໜ້ອຍກວ່າຜູ້ຕິດເຊື້ອສາຍພັນ ແກມມາ ທີ່ພົບຄັ້ງທຳອິດໃນ ບຣາຊີລ ຂະນະທີ່ປະເທດອື່ນໆເຊັ່ນ: ອາເຈນຕີນາ ແລະ ເອກວາດໍ ພົບການລະບາດຂອງສາຍພັນນີ້ເພີ່ມຂຶ້ນເຊັ່ນກັນ.