ລັດຖະບານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ 14 ວັນ, ວັນທີ 20 ມິຖຸນາ 2021 ຫາ 4 ກໍລະກົດ 2021

ລັດຖະບານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ 14 ວັນ, ວັນທີ 20 ມິຖຸນາ 2021 ຫາ 4 ກໍລະກົດ 2021 - 200326717 512148670233838 7946448136724537020 n - ລັດຖະບານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ 14 ວັນ, ວັນທີ 20 ມິຖຸນາ 2021 ຫາ 4 ກໍລະກົດ 2021
ລັດຖະບານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ 14 ວັນ, ວັນທີ 20 ມິຖຸນາ 2021 ຫາ 4 ກໍລະກົດ 2021 - kitchen vibe - ລັດຖະບານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ 14 ວັນ, ວັນທີ 20 ມິຖຸນາ 2021 ຫາ 4 ກໍລະກົດ 2021

ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວໃນວັນທີ 19 ມິຖຸນາ ທີ່ສຳນັກງານນາຍົກລັດຖະມົນຕີໃຫ້ຮູ້ວ່າ : ການສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ໄດ້ກຳນົດໃນ ຄຳສ່ັງເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກ 595/ຫສນຍ, ລົງວັນທີ 4 ມິຖຸນາ 2021 ແລະ ມາດຕະການຕ່າງໆ ທີ່ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ວາງອອກ, ເຫັນວ່າ ລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນ ໄດ້ສືບຕໍ່ຊີ້ນຳການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ ພ້ອມທັງ ໄດ້ຮັບການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ແລະ ເພື່ອນມິດຕ່າງປະເທດເປັນຢ່າງດີ ເຮັດໃຫ້ການລະບາດພາຍໃນມີທ່າອ່ຽງຫຼຸດລົງ, ການຕິດເຊື້ອຢູ່ບັນດາແຂວງ ສ່ວນຫຼາຍແມ່ນມາຈາກການນຳເຂົ້າ, ຢູ່ນະຄອນຫຼວງວຽງຈັນ ເຖິງວ່າ ມີການລະບາດໃນຊຸມຊົນ ແຕ່ສາມາດຄວບຄຸມໄດ້ໃນລະດັບທີ່ແນ່ນອນ. ເຖິງຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກບໍ່ເຄັ່ງຄັດ, ການຕິດເຊື້ອຢູ່ປະເທດອ້ອມຂ້າງຍັງສູງຢູ່ ສົມທົບກັບມີລາຍງານການພົບເຫັນສາຍພັນໃໝ່ຂອງພະຍາດ COVID-19 ທີ່ສາມາດແຜ່ເຊື້ອໄວ ແລະ ມີຄວາມຮຸນແຮງກວ່າເກົ່າ, ສະນັ້ນ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອພະຍາດ COVID-19 ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal) ໄດ້ໄວ ແລະ ທົ່ວເຖິງ, ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 595/ຫສນຍ, ລົງວັນທີ 04 ມິຖຸນາ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ມິຖຸນາ ຫາ ເວລາ 24:00 ໂມງ ຂອງວັນທີ 4 ກໍລະກົດ 2021, ພ້ອມທັງ ຜ່ອນຜັນບາງມາດຕະການ ດັ່ງນີ້:

 

ລັດຖະບານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ 14 ວັນ, ວັນທີ 20 ມິຖຸນາ 2021 ຫາ 4 ກໍລະກົດ 2021 - Visit Laos Visit SALANA BOUTIQUE HOTEL - ລັດຖະບານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ 14 ວັນ, ວັນທີ 20 ມິຖຸນາ 2021 ຫາ 4 ກໍລະກົດ 2021

ສຳລັບມາດຕະການສືບຕໍ່ປະຕິບັດ ມີດັ່ງນີ້:

  1. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອ ມາປິ່ນປົວ ໂດຍມີການສົມທົບລະຫວ່າງ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບບຸກຄະລາກອນທາງການແພດ ແລະ ພາກສ່ວນຕ່າງໆຂອງສັງຄົມດ້ວຍຫຼາຍວິທີ; ພ້ອມທັງ ເພີ່ມການສັກວັກຊິນແກ່ກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດໝາຍ.
  2. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.
  3. ສືບຕໍ່ປິດສູນກິລາໃນຮົ່ມທຸກປະເພດ ແລະ ຫ້າມຫຼິ້ນກິລາທີ່ຮ່າງກາຍມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ.
  4. ສືບຕໍ່ປິດການຮຽນ-ການສອນ ຢູ່ສະຖານການສຶກສາ ທຸກຊັ້ນ ທຸກສາຍ ຢູ່ນະຄອນຫຼວງວຽງຈັນ, ຍົກເວັ້ນ ໂຮງຮຽນກິນນອນ.
  5. ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຢູ່ ໃນເຂດ ຫຼື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນ ໂຮງງານທີ່ພະນັກງານ, ກໍາມະກອນ ໄດ້ສັກວັກຊິນ ຄົບ 2 ເຂັມແລ້ວ, ໂຮງງານທີ່ມີຫໍພັກຂອງແຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບ ການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບອົງການກ່ຽວຂ້ອງ ເພື່ອປະຕິບັດນະໂຍບາຍ ສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ.
  6. ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນ ໄຂ ແລະ ເຫດຜົນຈຳເປັນ.
  7. ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
  8. ສືບຕໍ່ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

 

ສຳລັບມາດຕະການຜ່ອນຜັນ ມີດັ່ງນີ້ :

  1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
  2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສຳພັດກັນ.
  3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
  4. ສືບຕໍ່ອະນຸຍາດໃຫ້ນັ່ງກິນ, ດື່ມ ຢູ່ຮ້ານອາຫານ, ຮ້ານກາເຟ ທີ່ຢູ່ນອກເຂດແດງ ໂດຍໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ.
  5. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ, ໂຮມຊຸມນຸມ ທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງສາມາດຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ໂດຍການຈັດກອງປະຊຸມດັ່ງກ່າວ ຕ້ອງໄດ້ປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.
  6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 8:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດ ຈຳນວນເຮືອຫາປາ ແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.
  7. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ.
  8. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຜູ້ໂດຍສານ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງສັກວັກຊິນ ຄົບ 2 ເຂັມ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.
  9. ສືບຕໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.
  10. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ຖ້າເຫັນວ່າ ຫ້ອງເຮັດວຽກຂອງແຕ່ລະການຈັດຕັ້ງ ສາມາດຮັບປະກັນການຮັກສາໄລຍະຫ່າງໄດ້ ຫຼື ຜູ້ທີ່ໄດ້ສັກວັກຊີນ ຄົບ 02 ເຂັມ, ແຕ່ຖ້າການຈັດຕັ້ງໃດ ບໍ່ສາມາດຮັກສາໄລຍະຫ່າງໄດ້ ໃຫ້ຜັດປ່ຽນກັນມາປະຈຳການ.
  11. ອະນຸຍາດໃຫ້ເປີດຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
  12. ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.
  13. ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ, ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ.

 

ກ່ຽວກັບບັນດາມາດຕະການຂ້າງເທິງນັ້ນ, ມອບໃຫ້ກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢ່າງເດັດຂາດ ແລະ ເຂັ້ມງວດ.

 

 

ລັດຖະບານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ 14 ວັນ, ວັນທີ 20 ມິຖຸນາ 2021 ຫາ 4 ກໍລະກົດ 2021 - 3 - ລັດຖະບານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ອອກໄປອີກ 14 ວັນ, ວັນທີ 20 ມິຖຸນາ 2021 ຫາ 4 ກໍລະກົດ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!