ຈັບກຸ່ມຄ້າຂາຍຢາບ້າໄດ້ 4 ຄົນ ພ້ອມຂອງກາງ ຢາບ້າ 30.610 ເມັດ

ພັທ ບຸດດີ ແກ້ວມະນີວົງ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ ໃຫ້ຮູ້ວ່າ: ວັນທີ 16 ມິຖຸນາ 2021 ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດຫ້ອງຕຳຫຼວດ ປກສ ນວ ໄດ້ກັກຕົວເປົ້າໝາຍຢາເສບຕິດ ຈຳນວນ 2 ຄົນ:
1. ທ້າວ ສີສົມບັດ (ຈີ້ນ) ອາຍຸ 29 ປີ, ວ່າງງານ ບ້ານໂພນຕ້ອງຈອມມະນີ ພ້ອມຢາບ້າ 400 ເມັດ ແລະ ລົດຈັກ 1 ຄັນ,
2. ທ້າວ ນິດຕິສັກ (ຫຼອງ) ອາຍຸ 33 ປີ ວ່າງງານ ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນວ ພ້ອມຢາບ້າ 10 ເມັດ.
3. ທ້າວ ສົມໃຈ ອາຍຸ 30 ປີ ອາຊີບ ກຳມະກອນ ບ້ານໂພນສະຫວັນໃຕ້ ເມືອງສີສັດຕະນາກ ນວ ພ້ອມຢາບ້າ 5 ຖົງ (1.000 ເມັດ) ລົດຈັກສະກຸບປີ້ 1 ຄັນ, ເງິນ 2.200.000 ກີບ ແລະ ກວດຄົ້ນເຮືອນຂອງຜູ້ກ່ຽວພ້ອມຢາບ້າອີກ 14 ມັດ (29.200 ເມັດ).
4. ທ້າວ ແກ້ວສຸພັນ (ກິ) ອາຍຸ 42 ປີ ກຳມະກອນ ບ້ານເກີດ ນາແພງ ເມືອງທຸລະຄົມ ແຂວງວຽງຈັນ ພັກເຊົາຢູ່ບ້ານຮ່ອງໄກແກ້ວ ເມືອງຈັນທະບູລີ ນວ ພ້ອມຢາໄອສ໌ 2 ຖົງນ້ອຍ.
ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ຍັງຈະໄດ້ ສືບສວນ-ສອບສວນ ເປີດກວ້າງຂະຫຍາຍຜົນຫາກຸ່ມແກ້ງ ຮ່ວມຂະບວນການມາລົງໂທດຕາມຂັ້ນຕອນຂອງກົດໝາຍ.