ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ

ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ - delta plus COVID  - ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ
ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ - kitchen vibe - ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ

ເມື່ອວັນທີ 18 ມິຖຸນານີ້ເວັບໄຊ hindustantimes ສື່ໃນອິນເດຍລາຍງານເມື່ອຕົ້ນອາທິດທີ່ຜ່ານມາວ່າ ນັກວິທະຍາສາດໃນອິນເດຍ ພົບວ່າຂະນະນີ້ເຊື້ອໂຄວິດສາຍພັນ Delta B.1.617.2 ສາມາດແພ່ກະຈາຍຕິດເຊື້ອໄດ້ງ່າຍຂຶ້ນກວ່າເຊື້ອໂຄວິດ-19 ສາຍພັນອື່ນໆ ກ່ອນໜ້ານັ້ນ ໄດ້ເກີດການກາຍພັນອີກ ແລະ ຖືກຕັ້ງຊື່ວ່າ ເຊື້ອໂຄວິດ-19 ສາຍພັນ Delta Plus ພົບຄັ້ງທຳອິດໃນເອີຣົບໄດ້ເກີດການກາຍພັນອີກໃນຕຳແໜ່ງ K417 N ຂອງສະໄປ ໂປຣຕີນ(spike Protein) ຫຼື ໂປຣຕີນໜາມທີ່ເຊື້ອໂຄວິດ-19 ໃຊ້ໃນການຈັບກັບເຊລມະນຸດ, ໃນຂະນະທີ່ນັກວິທະຍາສາດຍັງພົບການກາຍພັນໃນຕຳແໜ່ງນີ້ໃນສາຍພັນ ເບຕາ ຫຼື B.1.351 ທີ່ສາມາດຫຼົບຫຼີກພູມຄຸ້ມກັນໃນຮ່າງກາຍມະນຸດໄດ້ດີຂຶ້ນກວ່າເກົ່າ.

ຂະນະນີ້ຜູ້ຊ່ຽວຊານມີຄວາມກັງວົນກ່ຽວກັບຄວາມສາມາດຂອງເຊື້ອໂຄວິດ-19 Delta Plus ໃນການຫຼົບຫຼີກພູມຄຸ້ມກັນຮ່າງກາຍຂອງມະນຸດໄດ້ດີຂຶ້ນ ໃນຂະນະທີ່ເຊື້ອໂຄວິດສາຍພັນ Delta ນັ້ນສາມາດແພ່ກະຈາຍຕິດເຊື້ອໄດ້ງ່າຍຂຶ້ນກວ່າສາຍພັນອັງກິດເຖິງ 40%.

ຢ່າງໃດກໍຕາມ ຂະນະນີ້ອົງການອະນາໄມໂລກໄດ້ແຕ່ເຝົ້າຕິດຕາມ ຍັງບໍ່ທັນໄດ້ຈັດໃຫ້ເຊື້ອໂຄວິດ-19 ສາຍພັນ Delta Plus ເປັນສາຍພັນທີ່ໜ້າກັງວົນ ໃນຂະນະທີ່ເຊື້ອໂຄວິດສາຍພັນ Delta B.1.617.2 ໄດ້ແພ່ລະບາດໄປຍັງ 80 ປະເທດແລ້ວ ແລະ ພົບຜູ້ຕິດເຊື້ອໂຄວິດ Delta Plus ແລ້ວ 202 ຄົນໃນ 11 ປະເທດ.

ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ - 5 - ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ
ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ - 4 - ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ
ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ - 3 - ໂຄວິດ Delta Plus ກາຍພັນຈາກ Delta ແພ່ເຊື້ອແລ້ວ 11 ປະເທດ