ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ

ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ - vientiane city 5111579 1920 - ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ
ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ - kitchen vibe - ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ

ລັດຖະບານໄດ້ຂະຫຍາຍເວລາການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ, ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ອອກໄປອີກ ຈົນຮອດວັນທີ 4 ກໍລະກົດ 2021 ເຊິ່ງ ເປັນອີກໜຶ່ງຮອບທີ່ຫຼາຍຄົນບໍ່ ປາຖະໜາ ແຕ່ນີ້ແມ່ນຄວາມຈຳເປັນຖ້າຍັງບໍ່ປະຕິບັດຕາມມາດຕະການຢ່າງເຄັ່ງຄັດ.

ການແຜ່ລະບາດຂອງພະຍາດໂຄວິດ 19 ໃນຊຸມຊົນ ຂອງ ສປປລາວ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນໄດ້ເຮັດໃຫ້ມີການລັອກດາວເປັນເວລາ 2 ເດືອນແລ້ວນັບແຕ່ເດືອນເມສາທີ່ຜ່ານມາ. ພວກເຮົາ ຮັບຮູ້ດີວ່າ ການລັອກດາວນີ້ແມ່ນສ້າງຄວາມເສຍຫາຍຕໍ່ເສດຖະກິດບໍ່ແມ່ນໜ້ອຍ, ຖ້າໄລ່ເປັນມື້ມູນຄ່າການຂາດລາຍໄດ້ຂອງລັດຫຼາຍປານໃດ, ພາກສ່ວນຫົວໜ່ວຍທຸລະກິດ ແລະ ອື່ນໆເປັນຈຳນວນຫຼາຍຮ້ອຍລ້ານ ແຕ່ລະມື້.

ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ - Visit Laos Visit SALANA BOUTIQUE HOTEL - ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ
ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ - Visit Laos Visit SALANA BOUTIQUE HOTEL - ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ

ພ້ອມນັ້ນ ກຳລັງແຮງງານຂອງລາວຈຳນວນຫຼາຍແມ່ນຈັດວ່າຢູ່ນອກລະບົບເຊິ່ງໝາຍວ່າ ເຂົາເຈົ້າ ບໍ່ໄດ້ ມີສະຫວັດດິການຫຍັງຫຼາຍ ເຊິ່ງ ເມື່ອຖືກຜົນກະທົບ ເຊັ່ນນີ້ ເຮັດໃຫ້ແຮງງານ ຈຳນວນຫຼາຍ ຖືກໂຈະວຽກ. ອີງຕາມກະຊວງແຮງງານ ແລະ ສະຫວັດດິການ ສັງຄົມ ໄດ້ລາຍງານ ເມື່ອວັນທີ 9 ມິຖຸນາ 2021 ຜ່ານມາວ່າ ແຮງງານລາວ ຈຳນວນ 114.000 ຄົນ ໄດ້ຖືກໂຈະວຽກ ແລະ 130.000 ຄົນ ໄດ້ກັບຈາກ ການເຮັດວຽກ ຕ່າງປະເທດແຕ່ຜູ້ຂຽນເຊື່ອວ່ານອກຈາກຕົວເລກນີ້ແລ້ວຍັງມີອີກຈຳນວນຫຼາຍທີ່ໄດ້ຮັບຜົນກະທົບຕໍ່ຊີວິດການເປັນຢູ່ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນ ເພີ່ມຂຶ້ນ.

ຕາມການສຳຫຼວດຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ເມື່ອ 2020 ທີ່ຜ່ານມາ ໄດ້ຄາດຄະເນວ່າການລະບາດຂອງພະຍາດ ໂອຄວິດ 19 ຈະເຮັດໃຫ້ຄວາມທຸກຍາກຂອງປະຊາຊົນເຮົາເພີ່ມຂຶ້ນ ປະມານ 5% ເຊິ່ງ ແນ່ນອນຖ້າສະຖານະການການລະບາດ ໂດຍສະເພາະໃນຊຸມຊົນຫາກຍັງມີ ກໍຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນບໍ່ວ່າຈະເປັນຄວາມທຸກຍາກ, ການຂາດການຄໍ້າປະກັນສະບຽງອາຫານ ແລະ ຂາດໂພຊະນາການ.

ໃນໄລຍະການລັອກດາວສອງເດືອນທ່າມກາງການເຮັດວຽກຢ່າງໜັກຂອງແພດໝໍ, ຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເຫັນວ່າຈຳນວນຜູ້ຕິດເຊື້ອໄດ້ຫຼຸດລົງໃນລະດັບທີ່ແນ່ນອນ ແຕ່ພ້ອມນັ້ນ ກໍຍັງມີສິ່ງທ້າທາຍສຳຄັນໂດຍສະເພາະຄວາມລະເຫຼີງບໍ່ເອົາໃຈໃສ່ຕໍ່ການປະຕິບັດມາດຕະການ ທີ່ລັດຖະບານວາງອອກ ຢ່າງເຄັ່ງຄັດຂອງປະຊາຊົນ.

ບາງກຸ່ມຄົນຍັງມີການຊຸມແຊວມົ່ວສຸມ, ສະຖານທີ່ ທີ່ໃຫ້ການບໍລິການ ທີ່ຖືກຫ້າມຈາກທາງການພັດລັກເປີດ, ຜູ້ມີຄວາມສ່ຽງບໍ່ໄປກວດຫາເຊື້ອ ໜໍາຊໍ້າໄປແຜ່ເຊື້ອໃຫ້ຜູ້ອື່ນເຊິ່ງສ້າງຄວາມຫຍຸ້ງຍາກຕໍ່ເຈົ້າໜ້າທີ່ ແລະ ສ້າງຄວາມບໍ່ສະຫງົບສຸກຕໍ່ບ້ານເມືອງທີ່ເຫັນຄວນຕ້ອງໄດ້ໃຊ້ມາດຕະການຕໍ່ກຸ່ມຄົນເຫຼົ່ານີ້ຢ່າງເດັດຂາດ.

ບ້ານເມືອງໃດກໍຕາມຫາກຄົນບໍ່ປະຕິບັດລະບຽບການທີ່ເປັນເອກະພາບ, ເປັນຈິດໜຶ່ງໃຈດຽວກັນໃນຍາມຂັບຂັນເຊັ່ນນີ້ ພວກເຮົາບໍ່ຮ່ອນຈະຊະນະສັດຕູເຮົາໄດ້. ຜົນກະທົບຈາກການກະທຳຂອງຜູ້ໃດໜຶ່ງທີ່ຂາດຄວາມຮັບຜິດຊອບຕໍ່ສັງຄົມສ່ວນລວມ ນັ້ນບໍ່ສະເພາະ ແຕ່ຕົນເອງ ແລະ ຄອບຄົວແຕ່ຍັງສ້າງຜົນເສຍຫາຍອັນມະຫາສານຕໍ່ປະເທດຊາດ. ເພາະສະນັ້ນ, ສັງຄົມລາວເຮົາບໍ່ຄວນໃຫ້ອະໄພຕໍ່ຜູ້ທໍລະຍົດກົດໜ່ວງສັງຄົມນີ້.

ເມື່ອບຸກຄົນໃດ, ກຸ່ມຄົນໃດຫາກຍັງຝ່າຝືນນັ້ນກໍເຖິງເວລາແລ້ວທີ່ຈະຕ້ອງໃສ່ວິໄນຢ່າງເດັດຂາດ ບໍ່ດັ່ງນັ້ນ ພວກເຮົາກໍບໍ່ສາມາດຕີຖອຍ ພະຍາດທີ່ເປັນສັດຕູພວກເຮົານີ້ໄດ້ຢ່າງທ່ວງທັນ. ພ້ອມນັ້ນ ພວກເຮົາສັງຄົມລາວບໍ່ຄວນຖືວ່າແຮງງານລາວຢູ່ຕ່າງປະເທດທີ່ກັບມາລາວນັ້ນເປັນໄພຂົ່ມຂູ່ ແຕ່ປະຊາຊົນ ກໍຕ້ອງໄດ້ເຂົ້າໃຈ, ຮ່ວມມືໃນການກັກໂຕທີ່ເຈົ້າໜ້າທີເພິ່ນແນະນຳຢ່າງເຄັ່ງຄັດ. ບັນດາຫ້າງຮ້ານ ແລະ ສະຖານທີບໍລິການອື່ນໆ ທີ່ລັດຖະບານໄດ້ອະນຸຍາດໃຫ້ບໍລິການ ໃນໄລຍະນີ້ແມ່ນຕ້ອງໄດ້ເຫັນຄວາມສຳຄັນໃນການປ້ອງກັນນັ້ນມາເປັນອັນດັບໜຶ່ງ.

ຄຽງຄູ່ກັບການເຊື່ອຟັງພ້ອມທັງປະຕິບັດຕໍ່ມາດຕະການຂອງປະຊາຊົນ ຄົນລາວທົ່ວປະເທດນັ້ນ ການອອກນະໂຍບາຍຜ່ອນຜັນນັ້ນ ກໍຄວນມີຄວາມລະມັດລະວັງທີ່ສຸດຕໍ່ບັນດາຊ່ອງວ່າງ, ພວກເຮົາເຂົ້າໃຈເຖິງຄວາມລຳບາກທາງດ້ານເສດຖະກິດແຕ່ຖ້າພວກເຮົາເຮັດພໍກະເທີນ ຫຼື ເປີດຊ່ອງວ່າງນັ້ນພວກເຮົາຈະມີຄວາມສ່ຽຫຼາຍທີ່ສຸດທີ່ຈະປະເຊີນກັບໄພອັນຕະລາຍຄັ້ງໃຫຍ່ດັ່ງທີ່ຊ່ຽວຊານຈີນທີ່ເພິ່ນຟາກເຕືອນພວກເຮົາວ່າ ລັອກດາວນັ້ນຕ້ອງມີຄວາມເຄັ່ງຄັດຫຼາຍສໍ່າໃດ.

ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ - 3 - ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ
ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ - 5 - ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ
ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ - 4 - ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ