ກະຊວງການເງິນສະຫລຸບງົບປະມານການໃຊ້ຈ່າຍເຂົ້າໃນວຽກງານຕ້ານໂຄວິດ-19

ກະຊວງການເງິນສະຫລຸບງົບປະມານການໃຊ້ຈ່າຍເຂົ້າໃນວຽກງານຕ້ານໂຄວິດ-19 -                                      - ກະຊວງການເງິນສະຫລຸບງົບປະມານການໃຊ້ຈ່າຍເຂົ້າໃນວຽກງານຕ້ານໂຄວິດ-19
ກະຊວງການເງິນສະຫລຸບງົບປະມານການໃຊ້ຈ່າຍເຂົ້າໃນວຽກງານຕ້ານໂຄວິດ-19 - kitchen vibe - ກະຊວງການເງິນສະຫລຸບງົບປະມານການໃຊ້ຈ່າຍເຂົ້າໃນວຽກງານຕ້ານໂຄວິດ-19

ທ່ານ ນາງ ເພັດສະໝອນ ພອນສະຫວັນ ຮອງຫົວໜ້າກົມງົບປະມານແຫ່ງລັດ, ກະຊວງການເງິນ, ໄດ້ລາຍງານ ຕໍ່ກອງປະຊຸມສະຫຼຸບທົບທວນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ, ການເບີກຈ່າຍງົບປະມານການຊ່ວຍເຫຼືອ ແລະ ເງິນຄັງແຮລັດຖະບານເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຮອບໃໝ່ ໃນວັນທີ 16 ມິຖຸນາ 2021 ຜ່ານມານີ້ວ່າ: ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານຮັບໃຊ້ວຽກງານການຕ້ານໂຄວິດ-19 ຊຶ່ງປະກອບມີການຕິດຕາມທີ່ເປັນເງິນ ແລະ ວັດຖຸທີ່ໄດ້ຮັບຈາກການປະກອບສ່ວນຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ, ຕິດຕາມການນໍາໃຊ້ເງິນແຮລັດຖະບານ ແລະ ໄດ້ປະສານສົບທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອຕິດຕາມເຄື່ອງຊ່ວຍເຫລືອທີ່ເປັນເຄື່ອງອຸປະໂພກ ແລະ ບໍລິໂພກ ໂດຍໄດ້ນໍາໃຊ້ເງິນງົບປະມານ (ຄັງແຮລັດຖະບານ) ເຂົ້າໃນການຮັບໃຊ້ວຽກງານການຕ້ານໂຄວິດ-19 ຈໍານວນ 70 ຕື້ກີບ, ໄດ້ເບີກຈ່າຍແລ້ວຈໍານວນ 55,69 ຕື້ກວ່າກີບ ແລະ ເງິນປະກອບສ່ວນສັງຄົມເປັນເງິນກີບ ຈໍານວນ 27,61 ຕື້ກີບໄດ້ເບີກຈ່າຍແລ້ວຈໍານວນ 14,20 ຕື້ກີບ. ສ່ວນເປັນເງິນໂດລາສະຫະລັດຈໍານວນ 5,31ລ້ານໂດລາ ແລະ ເປັນເງິນບາດຈໍານວນ 8,10 ລ້ານບາດ (ຍັງບໍ່ທັນໃຊ້ຈ່າຍ)

ສໍາລັບລາຍຈ່າຍທີ່ໄດ້ຈ່າຍອອກໄປແລ້ວນັ້ນສ່ວນໃຫຍ່ແມ່ນໄດ້ນໍາໃຊ້ເຂົ້າໃນການຈັດຊື້ອຸປະກອນການແພດ ເຂົ້າໃນການປິ່ນປົວຜູ້ທີ່ຕິດເຊື້ອພະຍາດໂຄວິດ–19 ແລະ ເຄື່ອງມືອຸປະກອນທີ່ໃຊ້ໃນການກວດຫາເຊື້ອພະຍາດ ແລະ ອື່ນໆ. ນອກນັ້ນ, ຍັງມີຫຼາຍພາກສ່ວນທີ່ໄດ້ແຈ້ງເຈດຈໍານົງທີ່ຈະມອບເປັນວັກຊິນມີ 5 ບໍລິສັດທີ່ຍັງຄ້າງມອບຕາມເຈດຈໍານົງຈະມອບໃຫ້ລັດຖະບານເພື່ອຈັດຊື້ວັກຊີນ 320.000 ໂດສ ລວມມູນຄ່າທັງໝົດ 8 ລ້ານໂດລາສະຫະລັດ.

ນອກນີ້ ການນໍາໃຊ້ງົບປະມານ, ຄວາມຕ້ອງການດ້ານອຸປະກອນ, ວັກຊິນ ແລະ ເງິນເຄື່ອນໄຫວ, ການປະຕິບັດກົນໄກການຄຸ້ມຄອງເງິນສຸກເສີນ, ການເບີກຈ່າຍຂັ້ນທ້ອງຖິ່ນ, ການຕິດຕາມ, ຄຸ້ມຄອງເງິນ ແລະ ສັງລວມການປະກອບສ່ວນຂອງສັງຄົມ ແລະ ການຊ່ວຍເຫຼືອຕ່າງໆ ແລະ ລະບົບສາງເພື່ອຮອງຮັບ ແລະ ສາງກະຊວງແຮງງານ, ລວມທັງຂອບເຂດ ແລະ ກົນໄກປະຕິບັດໃນລະບົບຈັດຊື້

ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ມີຄຳເຫັນໃຫ້ທິດຊີ້ນຳເພື່ອຮັບປະກັນໃຫ້ວຽກກງານສາທາ ລະນະສຸກ ສາມາດຈັດຕັ້ງປະຕິບັດວຽກງານການຕ້ານພະຍາດໂຄວິດ–19ໄດ້ຢ່າງຕໍ່ເນື່ອງ, ຮັບປະກັນໄດ້ທາງດ້ານງົບ ປະມານຈັດຊື້ອຸປະກອນການແພດ, ຈັດຊື້ວັກຊິນປ້ອງກັນພະຍາດໃຫ້ພຽງພໍຈໍາເປັນຕ້ອງໄດ້ຈັດສັນງົບປະມານໃຫ້ລະອຽດເຂົ້າໃຊ້ໃນສິ່ງທີ່ຈໍາເປັນ ແລະ ເລັ່ງດ່ວນ.

ກະຊວງການເງິນສະຫລຸບງົບປະມານການໃຊ້ຈ່າຍເຂົ້າໃນວຽກງານຕ້ານໂຄວິດ-19 - 5 - ກະຊວງການເງິນສະຫລຸບງົບປະມານການໃຊ້ຈ່າຍເຂົ້າໃນວຽກງານຕ້ານໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!