ຄີມຈອງອຶນ ລໍເບິ່ງທ່າທີຂອງ ໄບເດັນ ຈະອອກມາແບບໃດ

ໃນລະຫວ່າງການປະຊຸມກຳມະການສູນກາງພັກແຮງງານ ຜູ້ນຳເກົາຫຼີເໜືອເປີດເຜີຍແຜນຍຸດທະສາດໃນການຕິດຕໍ່ກັບລັດຖະບານສະຫະລັດ ບອກວ່າມີຄວາມຈຳເປັນທີ່ຕ້ອງຕຽມພ້ອມທັງການເຈລະຈາ ແລະ ການປະເຊີນໜ້າ ໂດຍສະເພາະຢ່າງຍິ່ງແມ່ນການປົກປ້ອງກຽດຕີພູມຂອງປະເທດ ແລະ ຜົນປະໂຫຍດເພື່ອການພັດທະນາເປັນອິດສະລະ.
ດ້ານໂຈໄບເດັນຜູ້ນຳສະຫະລັດເຄີຍລະບຸວ່າສຳລັບນະໂຍບາຍຕໍ່ເກົາຫຼີເໝືອຈະໃຊ້ວິທີທາງການທູດ ແລະ ການປ້ອງກັນໄປພ້ອມກັນ.
ນັບວ່າເປັນຄັ້ງທຳອິດທີ່ຜູ້ນຳເກົາຫຼີເໜືອສະແດງຄວາມເຫັນຕໍ່ສະຫະລັດ ພາຍໃຕ້ການນໍາຂອງປະທານາທິບໍດີ ໂຈໄບເດັນ ຢ່າງກົງໄປກົງມາ ນັບຕັ້ງແຕ່ໂຈໄບເດັນຂຶ້ນເປັນປະທານາທິບໍດີຄົນໃໝ່ຂອງສະຫະລັດ. ທີ່ຜ່ານມາ ທ່ານຄີມຈອງອຶນກ່າວວ່າ ລັດຖະບານເກົ່າເໜືອ ພ້ອມເຈລະຈາ ແລະ ປະເຊີນໜ້າກັບສະຫະລັດ
ບັນດານັກວິເຄາະເບິ່ງວ່າ ເກົາຫຼີເໜືອຈະ ເປີດກວ້າງຫາກມີການເຈລະຈາກັບສະຫະລັດ ແຕ່ຄົງຈະບໍ່ເຖິງຂັ້ນຕອບສະໜອງຄວາມຕ້ອງການຂອງສະຫະລັດໃຫ້ປົດອາວຸດນິວເຄຣຍ ຂະນະທີ່ຕອນນີ້ ເກົາຫຼີເໜືອອາດຈະຍັງຕ້ອງສົນໃຈແຕ່ບັນຫາພາຍໃນສະເພາະໜ້າ ເຊັ່ນການແກ້ບັນຫາຂາດແຄນອາຫານຫຼາຍກວ່າການໄປຕອບໂຕ້ເຮັດສົງຄາມກັບສະຫະລັດ.