ແຂວງບິ່ງເຢືອງ ແລະ ດົງທາບ ສສ ຫວຽດນາມ ມອບເງິນປະກອບສ່ວນປ້ອງກັນ ແລະ ສະກັດກັ້ນ ໂຄວິດ-19 ໃຫ້ແຂວງຈໍາປາສັກ

ແຂວງບິ່ງເຢືອງ ແລະ ດົງທາບ ສສ ຫວຽດນາມ ມອບເງິນປະກອບສ່ວນປ້ອງກັນ ແລະ ສະກັດກັ້ນ ໂຄວິດ-19 ໃຫ້ແຂວງຈໍາປາສັກ - 0369 - ແຂວງບິ່ງເຢືອງ ແລະ ດົງທາບ ສສ ຫວຽດນາມ ມອບເງິນປະກອບສ່ວນປ້ອງກັນ ແລະ ສະກັດກັ້ນ ໂຄວິດ-19 ໃຫ້ແຂວງຈໍາປາສັກ
ແຂວງບິ່ງເຢືອງ ແລະ ດົງທາບ ສສ ຫວຽດນາມ ມອບເງິນປະກອບສ່ວນປ້ອງກັນ ແລະ ສະກັດກັ້ນ ໂຄວິດ-19 ໃຫ້ແຂວງຈໍາປາສັກ - kitchen vibe - ແຂວງບິ່ງເຢືອງ ແລະ ດົງທາບ ສສ ຫວຽດນາມ ມອບເງິນປະກອບສ່ວນປ້ອງກັນ ແລະ ສະກັດກັ້ນ ໂຄວິດ-19 ໃຫ້ແຂວງຈໍາປາສັກ
ແຫລງຂ່າວທ້ອງຖິ່ນລາຍງານໃຫ້ຮູ້ວ່າ: ແຂວງບິ່ງເຢືອງ ແລະ ແຂວງດົງທາບ ສສ ຫວຽດນາມ ມອບເງິນ 730 ລ້ານດົງ ໃຫ້ ແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃນການສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19. ພິທີມອບ-ຮັບໃນຄັ້ງນີ້, ໄດ້ມີຂຶ້ນໃນວັນທີ 25 ມິຖຸນາ 2021 ນີ້ ທີ່ດ່ານສາກົນພູເກືອ ແຂວງອັດຕະປື.
ແຂວງຈຳປາສັກ ໄດ້ຮັບການຊ່ວຍເຫລືອ ຈາກ ແຂວງບິ່ງເຢືອງ ຈໍານວນ 680.000.000 ດົງ ແລະ  ແຂວງດົງທາບ ຈໍານວນ 50.000.000 ດົງ. ລວມມູນຄ່າການຊ່ວຍເຫລືອ ທັງໝົດ 730.000.000 ດົງ. ຕາງໜ້າໃຫ້ສອງແຂວງ ກ່າວມອບໂດຍ ທ່ານ ນາງ ພິມພາ ແກ້ວມີໄຊ ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນໂຮ່ຈິມິງ ສສ ຫວຽດນາມ. ຕາງໜ້າໃຫ້ແຂວງຈຳປາສັກ ກ່າວຮັບ ການຊ່ວຍເຫລືອດັ່ງກ່າວ.
ໂອກາດນີ້, ທ່ານ ວັນນະສັກ ຊາດຕະກຸນ ຕາງໜ້າໃຫ້ອົງການປົກຄອງແຂວງຈຳປາສັກ ໄດ້ກ່າວສະແດງຄວາມຂອບໃຈ ຜ່ານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນໂຮ່ຈິມິງ ສສ ຫວຽດນາມ ເຖິງ ແຂວງບິ່ງເຢືອງ ແລະ ແຂວງດົງທາບ ທີ່ມອບເງິນຊ່ວຍເຫລືອເຂົ້າໃນການສະກັດກັ້ນ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນການປະກອບສ່ວນເສີມສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ປະຊາຊົນສອງຊາດ ລາວ- ຫວຽດນາມ. ເວົ້າລວມ, ເວົ້າສະເພາະແມ່ນ ແຂວງບິ່ງເຢືອງ ແລະ ແຂວງດົງທາບ ສສ ຫວຽດນາມ ກັບແຂວງ ຈຳປາສັກ.
ແຂວງບິ່ງເຢືອງ ແລະ ດົງທາບ ສສ ຫວຽດນາມ ມອບເງິນປະກອບສ່ວນປ້ອງກັນ ແລະ ສະກັດກັ້ນ ໂຄວິດ-19 ໃຫ້ແຂວງຈໍາປາສັກ - 4 - ແຂວງບິ່ງເຢືອງ ແລະ ດົງທາບ ສສ ຫວຽດນາມ ມອບເງິນປະກອບສ່ວນປ້ອງກັນ ແລະ ສະກັດກັ້ນ ໂຄວິດ-19 ໃຫ້ແຂວງຈໍາປາສັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!