5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ

5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ - 081304 2021 - 5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ
5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ - kitchen vibe - 5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ

ຫາກມີອາການເຈັບຫົວເບື້ອງຊ້າຍຢ່າງຕໍ່ເນື່ອງ ຢ່າປ່ອຍໄວ້ດົນ ເພາະນັ້ນອາດເປັນສັນຍານການເກີດພະຍາດຮ້າຍແຮງໄດ້.

  1. ເຈັບຫົວເບື້ອງຊ້າຍຫລັງຫູ : ອາດພົບໄດ້ກັບຜູ້ທີ່ເປັນພູມແພ້ ຫລື ພະຍາດທາງເດີນຫາຍໃຈ ເພາະຫາກລະບົບໄຊນັສ ອັກເສບຢູ່ບໍລິເວນດັງ ອາດມີອາການເຈັບຫົວບໍລິເວນທົ່ວຂະໝັບ ເບື້ອງໃດເບື້ອງໜຶ່ງ ແລະ ລາມໄປຫາບໍລິເວນຫລັງຫູ ໄດ້ຄືກັນ.
  2. ເຈັບຫົວເບື້ອງຊ້າຍເບົ້າຕາ : ມັກເປັນອາການຂ້າງຄຽງຈາກຜູ້ປ່ວຍທີ່ເຈັບຫົວໄມເກຣນ ເຊິ່ງເກີດຈາກຄວາມ ຜິດປົກກະຕິຂອງລະບົບໄຟຟ້າໃນສະໝອງກະທົບກັບການໄຫລວຽນຂອງເລືອດ ເກີດເປັນການອັກເສບຂຶ້ນ ເຮັດໃຫ້ ເຈັບຫົວເບື້ອງຊ້າຍແບບຕຸບໆຈົນລາມມາຫາເບົ້າຕາໄດ້ນັ້ນເອງ.
  3. ເຈັບຫົວເບື້ອງຊ້າຍພ້ອມອາການເຈັບແຂ້ວ : ອາການນີ້ສ່ວນຫລາຍບໍ່ອັນຕະລາຍປານໃດ ເນື່ອງຈາກອາດເປັນອາການ ເຈັບຫົວຈາກພະຍາດກ່ຽວກັບແຂ້ວໃນຜົ້ງປາກ ເຊິ່ງຜູ້ປ່ວຍສາມາດປະຖົມພະຍາບານເບື້ອງຕົ້ນໄດ້ເອງ ໂດຍການກິນຢາ ແກ້ປວດ.
  4. ເຈັບຫົວເບື້ອງຊ້າຍແບບປວດລາມໄປຫາກ້ານຄໍ ຫລື ງ່ອນ : ອາການສ່ວນຫລາຍມັກເປັນຜົນມາຈາກຄວາມເຄັ່ງຄຽດ, ທ່ານັ່ງເກົ່າໆເປັນເວລາດົນໆ ເຮັດໃຫ້ເກີດການອັກເສບ, ເຄັ່ງ, ປວດເກັງບໍລິເວນບ່າໄຫລ່ ແລະ ຫລັງ, ປວດລາມໄປຫາ ບໍລິເວນກ້ານຄໍ ແລະ ຫົວເບື້ອງຊ້າຍ. ແກ້ໄຂໄດ້ດ້ວຍການພັກຜ່ອນຢ່າງພຽງພໍ, ຫລີກເວັ້ນຄວາມເຄັ່ງຄຽດ.
  5. ເຈັບຫົວເບື້ອງຊ້າຍເບື້ອງດຽວແບບດົນໆ : ອາການເຈັບຫົວເບື້ອງຊ້າຍເປັນເວລາຕໍ່ເນື່ອງດົນເປັນຊົ່ວໂມງ, ເຫັນພາບ ຊ້ອນ, ວິນຫົວ, ປຸ້ນທ້ອງ, ປວດຮາກ ລວມທັງມີອາການກ້າມຊີ້ນຊາຮ່ວມນຳ ຫາກມີອາການດັ່ງກ່າວຄວນຮີບໄປ ໂຮງໝໍໂດຍໄວ ເພາະອາດສ່ຽງຕໍ່ການເກີດພະຍາດຮຸນແຮງໄດ້.

5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ - 061304 2021 300x169 - 5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ

5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ - Visit Laos Visit SALANA BOUTIQUE HOTEL - 5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ
5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ - Visit Laos Visit SALANA BOUTIQUE HOTEL - 5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ
  • ວິທີປະຖົມພະຍາບານເບື້ອງຕົ້ນເມື່ອມີອາການເຈັບຫົວເບື້ອງຊ້າຍ : ອາການເຈັບຫົວເບື້ອງຊ້າຍສ່ວນຫລາຍບໍ່ ອັນຕະລາຍ ແລະ ສາມາດປະຖົມພະຍາບານເບື້ອງຕົ້ນໄດ້ ເຊັ່ນ : ການເຊືອບຫລັບພັກຜ່ອນ, ປະຄົບອຸ່ນຮ້ອນ ຫລື ເຢັນບໍລິເວນຂະໝັບ ຫລື ລຳຄໍ ຫລື ແມ່ນແຕ່ການກິນຢາແກ້ປວດ (ຢາປາຣາເຊຕາໂມນ) ກໍສາມາດຫລຸດຜ່ອນ ອາການ ແລະ ປິ່ນປົວອາການເຈັບຫົວເບື້ອງຊ້າຍໃຫ້ເຊົາໄດ້ ເຊິ່ງຫາກເຮັດການປະຖົມພະຍາບານເບື້ອງຕົ້ນແລ້ວ ບໍ່ດີຂຶ້ນ ຫລື ມີ 5 ອາການເຈັບຫົວເຫລົ່ານີ້ ຄວນຮີບໄປໂຮງໝໍເພື່ອຮັບການກວດບົ່ງມະຕິ ແລະ ປິ່ນປົວໂດຍທັນທີ.
5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ - 4 - 5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ
5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ - 5 - 5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ
5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ - 3 - 5 ອາການເຈັບຫົວເບື້ອງຊ້າຍ ອັນຕະລາຍທີ່ບໍ່ຄວນຖືເບົາ