ເຖິງຈະເຮັດວຽກຢູ່ເຮືອນ ກໍຢ່າຖືເບົາການເບິ່ງແຍງດູແລຕົນເອງ

ເຖິງຈະເຮັດວຽກຢູ່ເຮືອນ ກໍຢ່າຖືເບົາການເບິ່ງແຍງດູແລຕົນເອງ - 081204 2021 - ເຖິງຈະເຮັດວຽກຢູ່ເຮືອນ ກໍຢ່າຖືເບົາການເບິ່ງແຍງດູແລຕົນເອງ
ເຖິງຈະເຮັດວຽກຢູ່ເຮືອນ ກໍຢ່າຖືເບົາການເບິ່ງແຍງດູແລຕົນເອງ - kitchen vibe - ເຖິງຈະເຮັດວຽກຢູ່ເຮືອນ ກໍຢ່າຖືເບົາການເບິ່ງແຍງດູແລຕົນເອງ

ບໍ່ວ່າຈະເຮັດວຽກຢູ່ເຮືອນ ຫລື ກັກຕົວຢູ່ເຮືອນ ກໍຕ້ອງງາມ ແລະ ສຸຂະພາບດີໄວ້ກ່ອນ ຢ່າຖືເບົາເລື່ອງການເບິ່ງແຍງດູແລ ຕົນເອງເດັດຂາດ ເລີ່ມຈາກເອົາໃຈໃສ່ເລື່ອງຂອງ:

  • ຄວາມສະອາດ : ຢູ່ເຮືອນເຮັດວຽກມາໝົດມື້ ເຖິງວ່າເຮົາຈະບໍ່ໄດ້ອອກໄປໃສກໍຕ້ອງຮັກສາຄວາມສະອາດ, ລ້າງໜ້າ, ອາບນ້ຳ ແລະ ເຮັດຄວາມສະອາດເຮືອນນຳ ຄວນຮັກສາຄວາມສະອາດທຸກມື້ ເຖິງວ່າເຮົາຈະບໍ່ໄດ້ອອກໄປໃສກໍຕາມ ແລະ ຢ່າລືມເຮັດຄວາມສະອາດຫ້ອງຢູ່ສະເໝີ ເພື່ອປ້ອງກັນເຊື້ອພະຍາດ.
  • ບຳລຸງຜິວ : ເຖິງຈະເປັນການເຮັດວຽກຢູ່ແຕ່ໃນເຮືອນກໍຫ້າມຖືເບົາເລື່ອງການດູແລຕົນເອງ ຢ່າປ່ອຍໃຫ້ຜິວໂຊມ ບໍ່ວ່າ ຈະແມ່ນການພອກໜ້າ, ຂັດຜິວ, ສະປາຜິວ ຫລື ບຳລຸງເສັ້ນຜົມ ລວມເຖິງການດູແລຕົນເອງໃນຮູບແບບຕ່າງໆນັ້ນ ລ້ວນແຕ່ຊ່ວຍໃຫ້ຜ່ອນຄາຍຈາກການເຮັດວຽກໄດ້ນຳ.
  • ກິນອາຫານ : ເຮັດວຽກຢູ່ເຮືອນກໍຢ່າຫັກໂຫມເຮັດແຕ່ວຽກຫລາຍຈົນເກີນໄປ ຈົນລືມກິນເຂົ້າ. ເຮົາຄວນກິນອາຫານໃຫ້ ຄົບ 5 ໝວດທຸກຄາບ ແລະ ຫລີກເວັ້ນນ້ຳຫວານ – ນ້ຳອັດລົມ ເພື່ອຮັກສາສຸຂະພາບ ແລະ ຮູບຮ່າງ.
  • ອອກກຳລັງກາຍ : ເຖິງວ່າຈະມີວຽກຫລາຍປານໃດ, ແຕ່ເຮົາກໍບໍ່ຄວນນັ່ງເຮັດວຽກດົນໆ ເພື່ອຫລີກເວັ້ນພະຍາດ ແລະ ອາການເຈັບປ່ວຍຂອງຄົນເຮັດວຽກຫ້ອງການ ບໍ່ວ່າຈະແມ່ນອາການປວດເມື່ອຍຕາມອະໄວຍະວະພາກສ່ວນຕ່າງໆ ເຊັ່ນ : ປວດຫລັງ, ປວດແອວ, ປວດກ້ານຄໍ – ບ່າໄຫລ່, ປວດຂໍ້ມື, ເມື່ອຍລ້າດວງຕາ ເປັນຕົ້ນ. ດັ່ງນັ້ນ, ເຮົາຄວນແບ່ງ ເວລາສຳລັບອອກກຳລັງກາຍ ຫລື ບໍລິຫານຮ່າງກາຍແບບງ່າຍໆໄວ້ນຳ.
  • ພັກຜ່ອນ : ການເຮັດວຽກຈົນລືມເວລາ ແລະ ນອນເດິກທຸກມື້ນັ້ນເຮັດໃຫ້ເສຍສຸຂະພາບ ແລະ ປະສິດທິພາບໃນການ ເຮັດວຽກຫລຸດລົງໄດ້ ເຖິງວ່າຈະເຮັດວຽກຢູ່ເຮືອນຕົນເອງກໍຕາມ ເຮົາກໍຄວນກຳນົດເວລາການເຮັດວຽກຄືກັບຢູ່ ບ່ອນເຮັດວຽກ, ນອນພັກຜ່ອນໃຫ້ພຽງພໍ ແລະ ກົງເວລາ.
  • ບັນເທີງ : ເມື່ອເຮັດວຽກແລ້ວ ກໍຄວນຫາເວລາເຮັດກິດຈະກຳສ້າງຄວາມບັນເທີງເຮັດຮ່ວມກັບຄອບຄົວ ເພື່ອເປັນການ ຜ່ອນຄາຍ ຫລື ເປັນ ລາງວັນໃຫ້ແກ່ຊີວິດຕົນເອງ ແລະ ຄອບຄົວໄປນຳ ເຊັ່ນ : ເບິ່ງຮູບເງົາ, ຕະຫລົກ, ຟັງເພງ, ຮ້ອງ ເພງຄາຣາໂອເກະຢູ່ເຮືອນ, ຫລິ້ນກິລາຮ່ວມກັນ, ຫລິ້ນກັບລູກ ແລະ ຫລິ້ນກັບສັດລ້ຽງ ເປັນຕົ້ນ.
ເຖິງຈະເຮັດວຽກຢູ່ເຮືອນ ກໍຢ່າຖືເບົາການເບິ່ງແຍງດູແລຕົນເອງ - 3 - ເຖິງຈະເຮັດວຽກຢູ່ເຮືອນ ກໍຢ່າຖືເບົາການເບິ່ງແຍງດູແລຕົນເອງ
ເຖິງຈະເຮັດວຽກຢູ່ເຮືອນ ກໍຢ່າຖືເບົາການເບິ່ງແຍງດູແລຕົນເອງ - Visit Laos Visit SALANA BOUTIQUE HOTEL - ເຖິງຈະເຮັດວຽກຢູ່ເຮືອນ ກໍຢ່າຖືເບົາການເບິ່ງແຍງດູແລຕົນເອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!