ຣູນີ ຈະຍ້າຍໄປ ເອຟເວີຕັນ ຫລັງຈົບລະດູການນີ້

- kitchen vibe - ຣູນີ ຈະຍ້າຍໄປ ເອຟເວີຕັນ ຫລັງຈົບລະດູການນີ້

- Untitled 2 copy 8 300x201 - ຣູນີ ຈະຍ້າຍໄປ ເອຟເວີຕັນ ຫລັງຈົບລະດູການນີ້ເວນ ຣູນີ ກອງໜ້າຫົວໜ້າ ທີມ ແມນເຊສເຕີ ຢູໄນເຕັດ ຍອມ ຫັກຄ່າຈ້າງ ພ້ອມຮັບຄ່າຈ້າງ ພຽງ 150,000 ປອນຕໍ່ອາທິດ ເຊິ່ງໜ້ອຍກວ່າກ່ອນໜ້ານີ້ທີ່ໄດ້ ຮັບເກືອບ 2 ເທົ່າ ເພື່ອຍ້າຍໄປ ເອຟເວີຕັນ ຫລັງຈົບລະດູການນີ້ ຈາກການເປີດເຜີຍຂອງ “ອິນດິ ເພນເດນ” ສື່ດັງຂອງ ອັງກິດ.

ກອງໜ້າອາຍຸ 31 ປີ ບໍ່ໄດ້ ຮັບໂອກາດລົງສະໜາມຢ່າງສະໝ່ຳສະເໝີໃນລະດູການນີ້ ຈົນມີ ຂ່າວວ່າເກືອບໄດ້ຍ້າຍໄປ ໄຊນີສ ຊຸບເປີລີກ ຂອງ ສປປ ຈີນ ໃນ ເດືອນກຸມພາຜ່ານມາ ເຖິງວ່າຈະ ໄດ້ຮັບຄ່າຈ້າງມະຫາສານ ແຕ່ ຣູນີ ເຊື່ອວ່າຕົວເອງຍັງດີພໍຫລິ້ນ ໃນລີກສູງສຸດໄດ້ອີກຫຼາຍປີ ແລະ ຕ້ອງການເປັນສ່ວນໜຶ່ງຂອງ ທີມ ຊາດອັງກິດ ໃນການແຂ່ງຂັນ ບານໂລກ 2018 ຮອບສຸດທ້າຍ.

ເຊື່ອກັນວ່າ ເວສແຮມ ຢູໄນ ເຕັດ ໃຫ້ຄວາມສົນໃຈ ແຕ່ ຣູນີ ຕ້ອງການກັບໄປຍັງທີມເກົ່າຖິ່ນ ກູດິສັນ ປາກ ເຊິ່ງເປັນສະໂມ ສອນທີ່ລາວຢູ່ນຳຕັ້ງແຕ່ອາຍຸ 9 ປີ ຈົນຍ້າຍໄປ ແມນເຊສເຕີ ຢູໄນ ເຕັດ ຕອນອາຍຸ 18 ປີ ແລະ ແຫຼ່ງ ຂ່າວລະບຸວ່າດ້ວຍວ່າ ຣູນີ ຈະ ຍ້າຍທີມແບບບໍ່ມີຄ່າຕົວ.

- 4 - ຣູນີ ຈະຍ້າຍໄປ ເອຟເວີຕັນ ຫລັງຈົບລະດູການນີ້
- 5 - ຣູນີ ຈະຍ້າຍໄປ ເອຟເວີຕັນ ຫລັງຈົບລະດູການນີ້
- 3 - ຣູນີ ຈະຍ້າຍໄປ ເອຟເວີຕັນ ຫລັງຈົບລະດູການນີ້