ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ

ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ - 206332936 1589574287918957 3756515370499143875 n - ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ
ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ - kitchen vibe - ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ

ໂດຍ: ລູກເມືອງພວນ

ມື້ນີ້ວັນທີ 1 ກໍລະກົດ 2021 ເປັນວັນຄົບຮອບການສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ( 1 ກໍລະກົດ 1921-1 ກໍລະກົດ 2021). ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຊື່ນຊົມຮ່ວມກັບພັກ ແລະ ປະຊາຊົນຈີນ ນະໂອກາດນີ້ດ້ວຍ.

ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ - Visit Laos Visit SALANA BOUTIQUE HOTEL - ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ
ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ - Visit Laos Visit SALANA BOUTIQUE HOTEL - ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ

ລາວ ແລະຈີນ ເປັນບ້ານໃກ້ເຮືອນຄຽງ, ເປັນເພື່ອນມິດສະຫາຍທີ່ດີຕໍ່ກັນ ແລະ ກັນ ມາແຕ່ດຶກດໍາບັນ, ມີຊາຍແດນຕິດຈອດກັນຍາວເກືອບ 500 ກມ.

ພັກຄອມມຸຍນິດຈີນ ກຳເນີດເກີດຂຶ້ນໃນເງື່ອນໄຂ, ສະພາບແວດລ້ອມທີ່ຫຍຸ້ງຍາກສັບສົນ, ປະເທດຊາດຕົກຢູ່ໃນພາວະສົງຄາມ ຕ້ານກັບສັດຕູພາຍນອກ. ແຕ່ໂດຍພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໃສຂອງຄະນະນຳການປະຕິວັດໃນເວລານັ້ນ ໂດຍສະເພາະແມ່ນທ່ານ ປະທານ ເໝົາເຈີຕຸງ. ວັນທີ 1 ກໍລະກົດ ປີ 1921 ພັກຄອມມຸຍນິດຈີນກໍໄດ້ກຳເນີດເກີດຂຶ້ນຊຶ່ງໃນເວລານັ້ນມີສະມາຊິກພັກພຽງ 50 ສະຫາຍ.

ພາຍຫຼັງພັກຄອມມຸຍນິດຈີນ ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ, ອຸດົມການສູງສຸດຂອງພັກ ກໍຄືດຳເນີນການກໍ່ສ້າງລັດທິສັງຄົມນິຍົມ, ໂດຍຖືເອົາລັດທິມາກ-ເລນິນ, ແນວຄິດ ເໝົາເຈີຕຸງ, ທິດສະດີ ເຕິ້ງສຽງຜິງ ແລະ ທິດສະດີຈາກ 3 ຕົວແທນ ເປັນທິດຊີ້ນຳໃນການເຄື່ຶອນໄຫວຂຶງຕົນ.

ແຕ່ປີ 1921 ຫາ ປີ 1949 ພັກຄອມມຸຍນິດຈີນໄດ້ນຳພາປະຊາຊົນດຳເນີນການຕໍ່ສູ້ຢ່າງທໍລະຫົດອົດທົນ ເພື່ອໂຄ່ນລົ້ມແອກປົກຄອງຂອງລັດທິຈັກເພັດ, ລັດທິສັກດິນນາ ແລະ ລັດມີທຶນນິຍົມອາດຍາສິດ.

ພາຍຫຼັງກໍ່ຕັ້ງປະເທດຈີນໃໝ່, ພັກຄອມມຸຍນິດຈີນນຳພາປະຊາຊົນບັນດາເຜົ່າປົກປັກຮັກສາເອກະລາດ ແລະ ຄວາມໝັ້ນຄົງແຫ່ງຊາດ, ປະຕິບັດການຫັນປ່ຽນລັດທິປະຊາທິປະໄຕໃໝ່ ເປັນ ລັດທິສັງຄົມນິຍົມ, ກໍ່ສ້າງສັງຄົມນິນົມ ໂດຍມີແຜນການຂະໜາດໃຫຍ່, ເຮັດໃຫ້ເສດຖະກິດ ແລະ ວັດທະນະທຳຂອງຈີນໄດ້ຮັບການພັດທະນາຢ່າງໃຫ່ຍຫຼວງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ.

ຕະລອດ 100 ປີທີ່ຜ່ານມາ, ພັກຄອມມຸຍນິດຈີນໄດ້ນຳພາປະຊາຊົນບັນດາເຜົ່າດຳເນີນຍຸດທະສາດປົກປັກຮັດສາລະບອບໃໝ່ ແລະ ສ້າງສັງຄົມນິຍົມມີຜົນສຳເລັດເປັນກ້າວໆມາ. ເວລານີ້ຈີນໄດ້ກາຍເປັນມະຫາອຳນາດທາງດ້ານເສດຖະກິດ, ເທັກໂນໂລຢີ, ວິທະຍາສາດ ແລະ ການທະຫານອັນດັບຕົ້ນໆ ຂອງໂລກ. ບົດບາດຂອງຈີນ ໃນເວທີສາກົນ ແລະ ພາກພື້ນນັບມື້ສູງເດັ່ນຂຶ້ນ. ຈີນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາໂລກໃຫ້ມີໃບໜ້າໃໝ່, ຈະເລີນຮຸ່ງເຮືອງ ແລະ ທັນສະໄໝກ້າວໜ້າກວ່າເດີມ.

ອວຍພອນໃຫ້ພັກຄອມມຸຍນິດຈີນຈົ່ງຍືນຍົງໃນພາລະກິດປະຕິວັດ ແລະ ມີຜົນສຳເລັດລະຫັດທີ່ຍິ່ງໃຫຍ່ໃນການສ້າງສັງຄົມນິຍົມ ແລະ ລະບອບຄອມມຸຍນິດ.

ສາຍພົວພັນມິດຕະພາບ ຄວາມສາມັກຄີ ລາວ-ຈີນ ຈົ່ງຍືນຍົງໃນພາບະກິດປະຕິວັດຂອງສອງຊາດຕະຫຼອດໄປ.

ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ - 5 - ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ
ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ - 4 - ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ
ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ - 3 - ຊົມເຊີຍວັນສ້າງຕັ້ງພັກຄອມມຸຍນິດຈີນ ຄົບຮອບ 100 ປີ