ອັງກິດ ກຽມສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 3 ເພື່ອກະຕຸ້ນພູມຕ້ານທານໃຫ້ກຸມສ່ຽງສູງ

ສຳນັກຂ່າວ The Guardian ແລະ NHK ລາຍງານໃນວັນທີ 1 ກໍລະກົດນີ້ວ່າ: ອັງກິດກຽມໂຄງການສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 3 ເພື່ອກະຕຸ້ນພູມຕ້ານທານໃຫ້ປະຊາຊົນກຸ່ມທີ່ມີຮ່າງກາຍອ່ອນແອ ໃນເດືອນກັນຍາທີ່ຈະມາເຖິງນີ້ ໄປຄຽງຄູ່ກັບການກຽມສັກວັກຊີນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃນຊ່ວງລະດູໜາວ. ດ້ານຜູ້ຊ່ຽວຊານເຊື່ອວ່າການສັກວັກຊີນເສີມນັ້ນຈຳເປັນໃນການຊ່ວຍສ້າງພູມຕ້ານທານໃຫ້ຢູ່ໃນລະດັບສູງ ໂດຍສະເພາະໃນຊ່ວງລະດູໃບໄມ້ປົ່ງ ແລະ ລະດູໜາວ, ເຊິ່ງເປັນຊ່ວງທີ່ພະຍາດໂຄວິດ-19 ມີແນວໂນ້ມກັບມາແພ່ລະບາດໃນຮອບໃໝ່ ແລະ ເປັນຊ່ວງດຽວກັບລະດູໄຂ້ຫວັດໃຫຍ່ລະບາດ.
ກຸຸ່ມທີ່ຈະໄດ້ຮັບວັກຊີນເຂັມທີ 3 ກຸ່ມທຳອິດແມ່ນຜູ້ສູງອາຍຸທີ່ອາໄສຢູ່ເຮືອນພັກຄົນເຖົ້າ ຜູ້ທີ່ມີອາຍຸ 70 ປີ ຂຶ້ນໄປ ແລະ ເຈົ້າໜ້າທີ່ສາທາລະນະສຸກດ່ານໜ້າ, ຫລັງຈາກນັ້ນຈະເລີ່ມສັກໃຫ້ແກ່ປະຊາຊົນກຸ່ມອາຍຸອື່ນໆທີ່ມີຄວາມສ່ຽງເກີດອາການຮ້າຍແຮງຫາກຕິດໂຄວິດ-19. ຂະນະດຽວກັນທາງການຍັງບໍ່ໄດ້ລະບຸວ່າວັກຊີນກະຕຸ້ນເຂັມທີ 3 ນັ້ນຈະເປັນວັກຊີນຈາກບໍລິສັດໃດ.
ດ້ານຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ: ການສັກວັກຊີນເສີມນັ້ນມີຄວາມຈຳເປັນຫລາຍ ໂດຍສະເພາະກຸ່ມຄົນທີ່ມີຮ່າງກາຍອ່ອນແອ ແລະ ມີພູມຕ້ານທານຫລຸດລົງຫລັງຈາກທີ່ໄດ້ຮັບວັກຊີນໄປແລ້ວ, ເຊິ່ງການສັກວັກຊີນເຂັມທີ 3 ນັ້ນມີເປົ້າໝາຍເພື່ອຊ່ວຍຫລຸດອັດຕາການເສຍຊີວິດ ແລະ ອາການປ່ວຍຮຸນແຮງຂອງຜູ້ທີ່ໄດ້ຮັບວັກຊີນ.