ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້

ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້ - 012603 2021 - ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້
ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້ - kitchen vibe - ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້

ໃນໄລຍະທີ່ທົ່ວໂລກພະເຊີນກັບວິກິດໂຄວິດ-19 ໜ້າກາກອະນາໄມກາຍເປັນປັດໄຈທີ 5 ຂອງທຸກຄົນໄປແລ້ວ ບັນຫາທີ່ຕາມມາກໍຄື ໜ້າກາກອະນາໄມທີ່ໃຊ້ແລ້ວ ເຮົາຈະມີວິທີກຳຈັດ ຫລື ມີວິທີເອົາໄປໃຊ້ປະໂຫຍດຕໍ່ໄດ້ແນວໃດ. ຫລ້າສຸດມີນະວັດຕະກຳທີ່ຈະຊ່ວຍສ້າງຮອຍຍິ້ມໃຫ້ບັນດາເຜິ້ງທັງຫລາຍກັນແລ້ວ ມີການຄິດຄົ້ນໜ້າກາກອະນາໄມທີ່ຍ່ອຍສະຫລາຍໄດ້ 100% ເຊິ່ງໃນໜ້າກາກອະນາໄມແບບຍ່ອຍສະຫລາຍໄດ້ນັ້ນ ມີແກ່ນພືດຂອງດອກໄມ້ປະສົມຢູ່ນຳ ເມື່ອໃຊ້ແລ້ວ ເຮົາສາມາດເອົາ ໄປປູກໄດ້ເລີຍ.

ໄອເດຍນີ້ເປັນໄອເດຍດີໆຂອງນັກຂອງແບບກຣາບຟິກເນເທີແລນ ທ່ານນາງ Marianne de Groot – Pons ທີ່ອາໄສຢູ່ໃນ Utrech ໂດຍໃນປີນີ້ນາງໄດ້ມີໂອກາດຮ່ວມງານກັບນັກອອກແບບກຣາບຟິກຫລາຍຄົນ ຜູ້ມີຄວາມກ່ຽວຂ້ອງກັບແຫ່ລງວັດຖຸດິບ ຈາກທຳມະຊາດ ໂດຍສະເພາະເຈ້ຍ. ສິ່ງທີ່ພົບທົ່ວໄປແມ່ນໜ້າກາກອະນາໄມທີ່ໃຊ້ແລ້ວຖິ້ມໄປທົ່ວ, ຖິ້ມລົງຖະໜົນຫົນທາງ ລວມທັງຖິ້ມລົງຕາມທາງຍ່າງ ເຮັດໃຫ້ນາງເກີດໄອເດຍໃນການເຮັດໜ້າກາກອະນາໄມພ້ອມແກ່ນພືດຂອງດອກໄມ້ແບບ ຍ່ອຍສະຫລາຍໄດ້ຂຶ້ນມາ ເປັນສິ່ງທີ່ນາງມີຄວາມສຸກຫລາຍ ພາຍໃຕ້ຍີ່ຫໍ້ Marie Bee Bloom ທີ່ຈະຊ່ວຍໃຫ້ໂລກນີ້ເປັນຕາຢູ່ ຫລາຍຍິ່ງຂຶ້ນ.

ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້ - Visit Laos Visit SALANA BOUTIQUE HOTEL - ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້
ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້ - Visit Laos Visit SALANA BOUTIQUE HOTEL - ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້

ໜ້າກາກອະນາໄມນີ້ຈະສາມາດປ້ອງກັນໄດ້ເທົ່າກັບໜ້າກາກຜ້າທົ່ວໄປ ສາມາດໃຊ້ຮ່ວມກັບໜ້າກາກອະນາໄມ      ແບບອື່ນໆ ເພື່ອການປ້ອງກັນໄດ້ຫລາຍຂຶ້ນ ເຊິ່ງໜ້າກາກອະນາໄມດັ່ງກ່າວຜະລິດຈາກເຈ້ຍທີ່ເຮັດຈາກເຂົ້າ ພ້ອມທັງບັນຈຸແກ່ນພັນພືດຂອງ ດອກໄມ້ ເຊິ່ງເຮົາສາມາດພົບເຫັນໄດ້ ໂດຍໃຊ້ກາວເປັນສ່ວນປະສົມທີ່ເຮັດຈາກແປ້ງມັນຝຣັ່ງ ແລະ ນ້ຳ ທັງຍັງສະແຕັມໂລໂກ້ ໂດຍນ້ຳໝຶກທີ່ເປັນມິດກັບສິ່ງແວດລ້ອມນຳ ຜົນຮັບທີ່ດີທີ່ສຸດແມ່ນຫລັງໃຊ້ໜ້າກາກອະນາໄມແລ້ວ ໃຫ້ລອງປູກລົງໃນສວນເລີຍ ຫາກຖິ້ມລົງຖັງຂີ້ເຫຍື້ອ ດອກໄມ້ອາດບໍ່ສາມາດເຕີບໃຫຍ່ ແລະ ເບັ່ງບານໄດ້.

ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້ - 5 - ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້
ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້ - 3 - ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້
ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້ - 4 - ໜ້າກາກອະນາໄມຍ່ອຍສະຫລາຍໄດ້ ໃຊ້ແລ້ວເອົາໄປປູກເປັນຕົ້ນດອກໄມ້