6 ເຕັກນິກໃຊ້ເຄຍໜີ້ ຮູ້ຈັກຢືມຕ້ອງຮູ້ຈັກສົ່ງຄືນໃຫ້ເປັນ ເຂົ້າໃຈເຂົາເຂົ້າໃຈເຮົາ ຢູ່ດ້ວຍກັນຢ່າງເປັນສຸກ
July 3, 2021 - 5:34 PM

ການທີ່ທ່ານໄດ້ຢືມເງິນຈາກຜູ້ອື່ນນັ້ນເທົ່າກັບວ່າທ່ານໄດ້ຮັບໂອກາດຕໍ່ລົມຫາຍໃຈອອກໄປແລ້ວ ສິ່ງສຳຄັນ ເມື່ອຕົນເອງໄດ້ຮັບຄວາມຊ່ວຍເຫລືອ ກໍຈົ່ງຢ່າສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ແລະ ພະຍາຍາມໃຊ້ໜີ້ຄືນ ດັ່ງນີ້ :
- ປັບພຶດຕິກຳສິ້ນຄິດບາງຢ່າງລົງ : ຖ້າທ່ານຍັງບໍ່ຍອມປ່ຽນພຶດຕິກຳຕົນເອງ ມັນກໍເກືອບຈະບໍ່ມີປະໂຫຍດຫຍັງເລີຍ ແລ້ວທ່ານກໍບໍ່ອາດຫລຸດພົ້ນຈາກວັງວົນນັ້ນແນ່ນອນ ຈື່ໄວ້ວ່າການຈະປ່ຽນແປງຕົນເອງໄດ້ ທ່ານຕ້ອງອາໄສຄວາມອົດທົນ ແລະ ຄວາມຕັ້ງໃຈຢ່າງຫລາຍ.
- ສຳຫລວດຂໍ້ຜິດພາດໃນຕົນເອງວ່າເກີດຫຍັງຂຶ້ນກັນແທ້ : ກ່ອນຈະໃຊ້ໜີ້ໄດ້ ທ່ານຕ້ອງເຂົ້າໃຈສາກ່ອນວ່າມັນເກີດຫຍັງຂຶ້ນກັບທ່ານແດ່ ທ່ານຈະໄດ້ເຂົ້າໄປແກ້ໄຂຢ່າງຖືກຈຸດ ຖ້າທ່ານບໍ່ສຳຫລວດຄວາມຜິດພາດໃນອະດີດ ເຊື່ອເລີຍວ່າໃນບໍ່ຊ້າວັງວົນເກົ່າໆຈະກັບມາຫາທ່ານຢ່າງແນ່ນອນ.
- ຖ້າບໍລິຫານແລ້ວຍັງບໍ່ພໍ ກໍຕ້ອງຫາລາຍຮັບຕື່ມ : ຫາໃຫ້ຫລາຍກ່ວາໃຊ້ ຖ້າທ່ານບໍລິຫານທຸກຢ່າງແລ້ວຍັງບໍ່ເປັນໄປຕາມເປົ້າໝາຍ ທ່ານກໍຄວນຈະຫາລາຍຮັບຕື່ມ, ສຳຫລວດວ່າທ່ານມີສັກກະຍະພາບຫຍັງ ຫລື ຊຳນານຫຍັງ ແລະ ມັນພໍຈະເອົາມາເປັນວິທີຫາລາຍຮັບຕື່ມໄດ້ຫລືບໍ່ ແລ້ວຈົ່ງລົງມືເຮັດ.
- ບໍລິຫານເງິນທີ່ເຫລືອຈາກການຕັດລາຍຈ່າຍນັ້ນຢ່າງມີປະສິດທິພາບ : ທ່ານຄວນຈະວາງແຜນການເງິນຕັ້ງແຕ່ທຳອິດນຳ, ເງິນທີ່ໄດ້ຕື່ມມານັ້ນທ່ານຄວນຈະວາງແຜນດີໆ ວ່າແຕ່ລະພາກສ່ວນທ່ານຈະຈັດການແນວໃດ, ພາກສ່ວນໃດທ້ອນ, ພາກສ່ວນໃດກັກໄວ້ໃຊ້ໜີ້ ທ່ານຕ້ອງແບ່ງແຕ່ລະພາກສ່ວນໃຫ້ຈະແຈ້ງ.
- ໂອ້ລົມໃຫ້ຈະແຈ້ງເຖິງເຫດຜົນທີ່ເຮົາຕ້ອງກູ້ຢືມເງິນໝູ່, ຍືມເງິນຍາດຕິພີ່ນ້ອງ : ການຈະຂໍຄວາມຊ່ວຍເຫລືອຈາກໃຜຈັກຄົນ ສິ່ງທຳອິດແມ່ນຕ້ອງຈະແຈ້ງ, ເວົ້າຄວາມຈິງ ຄົນທີ່ຈະຊ່ວຍຈຶ່ງຈະຮູ້ສະຖານະການ ແລະ ຄວາມຈຳເປັນຂອງທ່ານໂດຍລະອຽດ ແລະ ຄວນກຳນົດເວລາໃຊ້ຄືນໃຫ້ຈະແຈ້ງວ່າທ່ານພ້ອມໃຊ້ຄືນເມື່ອໃດ.
- ເຮັດບັນຊີຄ່າໃຊ້ຈ່າຍເພື່ອປຽບທຽບຄວາມດຸ່ນດ່ຽງຂອງລາຍຮັບ ແລະ ລາຍຈ່າຍ : ຄວາມຈິງສິ່ງນີ້ເປັນຫົວຂໍ້ພື້ນຖານທີ່ສຸດສຳລັບການສ້າງວິໄນທາງການເງິນ ເພາະມັນຈະບອກທ່ານເລີຍວ່າໃນແຕ່ລະເດືອນທ່ານມີລາຍຮັບເຂົ້າມາເທົ່າໃດ ແລະ ທ່ານເສຍເງິນໄປກັບເລື່ອງຫຍັງແດ່, ທ່ານຈະໄດ້ເຂົ້າໄປຈັດການກັບລາຍຈ່າຍທີ່ບໍ່ຈຳເປັນເຫລົ່ານັ້ນ.
- ເຖິງວ່າການສ້າງຄວາມຮູ້, ການປັບທັດສະນະຄະຕິ ແລະ ພຶດຕິກຳຈະບໍ່ແມ່ນການແກ້ໜີ້ທີ່ເຮັດແລ້ວຈະເຫັນຜົນທັນທີ, ແຕ່ກໍຍັງເຊື່ອວ່າສິ່ງເຫລົ່ານີ້ຈະເປັນພູມຕ້ານທານທີ່ດີໃຫ້ເຮົາສາມາດສ້າງຄວາມໝັ້ນຄົງໃຫ້ຕົນເອງ ແລະ ຄອບຄົວໄດ້.