ເນມາ ຕົກລົງຍ້າຍໄປ ປາຣິສ ແຊັງແຊັກແມງ ແລ້ວ

- news201707182253745 - ເນມາ ຕົກລົງຍ້າຍໄປ ປາຣິສ ແຊັງແຊັກແມງ ແລ້ວ
- kitchen vibe - ເນມາ ຕົກລົງຍ້າຍໄປ ປາຣິສ ແຊັງແຊັກແມງ ແລ້ວ

- news201707182253745 300x169 - ເນມາ ຕົກລົງຍ້າຍໄປ ປາຣິສ ແຊັງແຊັກແມງ ແລ້ວສຳນັກຂ່າວຕ່າງປະເທດ ລາຍງານວ່າ: “Esporte In teractivo” ສື່ດັງ ປະເທດບຣາ ຊິລ ລະບຸວ່າ ເນມາ ຊຸບເປີສະຕາ ດາວຍິງຂອງ ບາເຊໂລນາ ກຽມ ທີ່ຈະຍ້າຍທີມ ຫຼັງບັນລຸຂໍ້ຕົກລົງ ຍ້າຍໄປຫຼິ້ນໃຫ້ກັບ ປາຣິສ ແຊັງ ແຊັກແມງ ທີມໃຫຍ່ຈາກລີກ ຝຣັ່ງ.
ກ່ອນໜ້ານີ້ມີກະແສຂ່າວລື ອອກມາວ່າ ເນມາ ບໍ່ມີຄວາມສຸກ ໃນຖິ່ນ ຄຳນູ ເນື່ອງຈາກຕົກເປັນ ເງົາຕາມໂຕຂອງ ລິໂອເນລ ເມສ ຊີ ຊຸບເປີສະຕາຂອງທີມ ແລະ ລາວເອງຕ້ອງການຍ້າຍທີມ.
ນອກຈາກນີ້ຍັງມີລາຍງານວ່າ ຜູ້ຈັດການສ່ວນໂຕຂອງ ເນ ມາ ເຊິ່ງເປັນພ່ໍຂອງລາວເອງເດີນ ທາງໄປ ປາຣິສ ເພື່ອເຈລະຈາ ເລື່ອງອະນາຄົດຂອງລູກຊາຍກັບທາງ ປາຣິສ ແຊັງແຊັກແມງ ແລະ ຄາດວ່າໜ້າຈະໄດ້ບົດໄດສະ ຫຼຸບ.
ຈົນຫຼ້າສຸດໃນວັນນີ້ ສື່ດັງ ກ່າວອ້າງວ່າ ເນມາ ໄດ້ບັນລຸຂໍ້ ຕົກລົງຍ້າຍໄປຫຼິ້ນໃຫ້ກັບ ປາຣິສ ແຊັງແຊັກແມງ ເຊິ່ງຄາດວ່າຄ່າ ຈີກສັນຍາຈະສູງເຖິງ 222 ລ້ານ ເອີໂຣ ແລະ ຈະກາຍເປັນນັກເຕະ ທີ່ມີຄ່າໂຕແພງທີ່ສຸດໃນໂລກແທນທີ່ ປອລ ປັອກບາ ກອງກາງຈາກ ແມນເຊສເຕີ ຢູໄນເຕັດ ທີ່ມີລາຄາ 89 ລ້ານປອນທັນທີ

- 4 - ເນມາ ຕົກລົງຍ້າຍໄປ ປາຣິສ ແຊັງແຊັກແມງ ແລ້ວ
- 3 - ເນມາ ຕົກລົງຍ້າຍໄປ ປາຣິສ ແຊັງແຊັກແມງ ແລ້ວ
- 5 - ເນມາ ຕົກລົງຍ້າຍໄປ ປາຣິສ ແຊັງແຊັກແມງ ແລ້ວ
- Visit Laos Visit SALANA BOUTIQUE HOTEL - ເນມາ ຕົກລົງຍ້າຍໄປ ປາຣິສ ແຊັງແຊັກແມງ ແລ້ວ