ໄທສັ່ງອົບພະຍົບປະຊາຊົນຢູ່ໃກ້ໂຮງງານທີ່ເກີດເຫດໄຟໄໝ້


ອີງຕາມການລາຍງານຂອງສຳນັກຂ່າວ THE STANDARD ໃຫ້ຮູ້ວ່າ: ເວລາປະມານ 3:00 ໂມງເຊົ້າ ຂອງວັນທີ 5 ກໍລະກົດ 2021 ນີ້ ໄດ້ເກີດເຫດໄຟໄໝໂຮງງານ ໝິງຕີ້ເຄມີດອລ ຈຳກັດ ເມືອງບາງພລີ ແຂວງສະມຸດປຣາການ ປະເທດໄທ ເຮັດໂຮງງານໄດ້ຮັບຄວາມເສຍຫາຍໜັກ ແລະ ມີຜູ້ໄດ້ຮັບບາດເຈັບຫລາຍຄົນ.
ກົມປ້ອງກັນ ແລະ ບັນເທົາສາທາລະນະໄພ ຂອງໄທ ອອກປະກາດເຕືອນໃຫ້ປະຊາຊົນທີ່ຢູ່ໃນພື້ນທີ່ໃກ້ຄຽງ ອົບພະຍົບອອກຫ່າງຈາກຈຸດເກີດເຫດໃນລັດສະໝີ ກິໂລແມັດ ເນື່ອງຈາກໃນຂະນະນີ້ຍັງບໍ່ສາມາດຄວບຄຸມເພີງໄດ້ ອີກທັ້ງຍັງຢ້ານໄຟຈະລຸກລາມໄປໄໝ້ຖັງສານເຄມີໃນພື້ນທີ່ໃກ້ຄຽງ ປະມານ 20.000 ລິດ.
ເວລາ 10:00 ໂມງ ກົມປ້ອງກັນ ແລະ ບັນເທົາສາທາລະນະໄພ ຂອງໄທ ໄດ້ສົ່ງກຳລັງເຈົ້າໜ້າທີ່ຊຸດປະຕິບັດການ ພ້ອມດ້ວຍເຄື່ອງຈັກກົນສາທາລະນະໄພ ເຂົ້າໄປສະໜັບສະໜູນການດັບເພີງ ມີລົດບັນທຸກນ້ຳ 37 ແມັດ, ລົດກູ້ໄພເຄື່ອນທີ່ໄວ, ລົດບັນທຸກນ້ຳຊ່ວຍດັບເພີງ ລົດເຄື່ອນຍ້າຍຜູ້ປະສົບໄພເພື່ອຂົ່ນໂຟມດັບເພີງ. ນອກນັ້ນ ຍັງມີຍົນເຮດີກົບເຕີ KA-32 ຈຳນວນ 2 ລຳ ພ້ອມເຈົ້າໜ້າທີ່ຊຸດປະເຊີນສະຖານະການວິກິດ ນາຍ ເຂົ້າຮ່ວມສະໜັບສະໜູນການປະຕິບັດການ ແລະ ລ່າສຸດເວລາ 15:00 ໂມງຍັງບໍ່ສາມາດຄວບຄຸມດັບເພີງໄດ້ໝົດເທື່ອ ແລະ ມີລາຍງານວ່າມີເຈົ້າໜ້າທີ່ໜ່ວຍກູ້ໄພເສຍຊີວິດແລ້ວ 1 ຄົນ ໃນການປະຕິບັດໜ້າທີ່.