ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ

ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ - 0214 - ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ
ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ - kitchen vibe - ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ

ໃນວັນທີ 8 ກໍລະກົດ 2021 ສະມາຄົມສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຈັດກິດຈະກຳສະເຫລີມສະຫລອງ ວັນສື່ມວນຊົນລາວ ຄົບຮອບ 71 ປີ (13/8/1950-13/8/2021) ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ຮອງປະທານ ພ້ອມດ້ວຍຄະນະສະມາຄົມນັກຂ່າວ ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະມາຄົມນັກຂ່າວ ໄດ້ຕົກລົງຫລາຍບັນຫາສຳຄັນຄື: ຈັດຕັ້ງຄະນະຮັບຜິດຊອບໃນການຈັດງານ, ຈະຈັດສຳມະນາໃຫ້ແກ່ນັກສື່ມວນຊົນລາວຢູ່ສູນກາງ 4 ແຫ່ງ ຂ່າວສານປະເທດລາວ, ວິທະຍຸແຫ່ງຊາດ, ໂທລະພາບແຫ່ງຊາດລາວ, ໜັງສືພິມວຽງຈັນທາມ+ໜັງສືພິມປະຊາຊົນ ແລະ ກຳນົດການຈັດກິດຈະກຳຕ່າງໆເຊັ່ນ: ການປະກວດການແຂ່ງຂັນຄລິບວີດີໂອສັ້ນ, ການແຂ່ງຂັນກິລາມິດຕະພາບ ຮ່ວມກັບວິທະຍຸ ສາກົນແຫ່ງ ສປ ຈີນ (CRI) ປະຈຳ ສປປ ລາວ ເພື່ອສະເຫລີມສະຫລອງວັນສື່ມວນຊົນລາວ ຄົບຮອບ 71 ປີ.

ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ - Visit Laos Visit SALANA BOUTIQUE HOTEL - ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ
ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ - Visit Laos Visit SALANA BOUTIQUE HOTEL - ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ

ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວວ່າ: ການຈັດກິດຈະກຳຄັ້ງນີ້, ກໍເພື່ອເປັນການລະນຶກເຖິງວັນສື່ມວນຊົນລາວ ຄົບຮອບ 71 ປີ ແລະ ທັງເປັນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີນໍາອີກ. ພ້ອມກັນນີ້, ກໍເພື່ອເຮັດໃຫ້ສັງຄົມ ແລະ ຖັນແຖວສື່ມວນຊົນ ເຫັນໄດ້ໝາກຜົນແຫ່ງການເຄື່ອນໄຫວຂອງສື່ມວນຊົນລາວໃນໄລຍະຜ່ານມາ, ທັງເປັນການພັດທະນາ ວົງການສື່ໃຫ້ມີຄວາມເຕີບໃຫຍ່ ແລະ ທັນສະໄໝເປັນກ້າວໆ ໂດຍສະເພາະໃຫ້ນັກຂ່າວ ໄດ້ສະແດງອອກເຖິງວິໃສທັດ ໃນການພັດທະນາຕົນເອງ ໃຫ້ສົມກັບຖານະບົດບາດເປັນກະບອກສຽງຂອງພັກ-ລັດ.

ນອກຈາກນີ້, ກໍເພື່ອເປັນການສ້າງຄວາມສາມັກຄີ, ແລກປ່ຽນ ແລະ ຖອດຖອນບົດຮຽນນຳກັນລະ ຫວ່າງຜູ້ເຮັດວຽກງານສື່ມວນຊົນລາວ ແລະ ສື່ມວນຊົນຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ - 3 - ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ
ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ - 5 - ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ
ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ - 4 - ສະມາຄົມນັກຂ່າວ ຫາລືກະກຽມສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ