ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ

ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ - 195198813 1686936268171984 7771080541201939988 n - ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ
ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ - kitchen vibe - ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ

ຜົນກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດ IX ໄດ້ດຳເນີນ ໃນວັນທີ 6-8 ກໍລະກົດ 2021 ທີ່ ຫໍປະຊຸມແຫ່ງຊາດ, ໂດຍຜ່ານລະບົບກອງປະຊຸມທາງໄກ ໄດ້ມີມະຕິໃຫ້ສືບຕໍ່ປະຕິບັດ 8 ວຽກງານສຳຄັນຄື:
1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂໃຫ້ແກ່ການພັດທະນາ ຢູ່ພາຍໃນປະເທດ ຢ່າງຕໍ່ເນື່ອງ. ສືບຕໍ່ລາດຕະເວນຕາມຊາຍແດນ ສຸມໃສ່ປ້ອງກັນເວນຍາມຢູ່ຕາມສະຖານທີ່ຊຸມຊົນຕ່າງໆ ໃຫ້ເປັນປົກກະຕິພ້ອມທັງກຳນົດກົນໄກລະບຽບການ ແລະ ວິທີການແກ້ໄຂກໍລະນີພົບເຫັນການກະທຳຜິດກົດໝາຍ, ລະບຽບການຕ່າງໆ ຂອງ ສປປ ລາວ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທຳໄວຂຶ້ນ.

2. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ມີທິດຫັນປ່ຽນໃໝ່ ທີ່ໜັກແໜ້ນ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບການປະຕິບັດມາດຕະການຕ່າງໆ ເຊັ່ນ: ການປະຢັດງົບປະມານ, ການປັບປຸງກົນໄກສົ່ງເສີມການລົງທຶນ, ການຫັນເປັນທັນສະໄໝ ເພື່ອຕິດຕາມການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ແຮ່ທາດ ຢູ່ດ່ານຊາຍແດນ ແລະ ອື່ນໆ; ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2021 ທີ່ສະພາແຫ່ງຊາດຮັບຮອງ ໃຫ້ໄດ້ຕາມແຜນການ.

ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ - Visit Laos Visit SALANA BOUTIQUE HOTEL - ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ
ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ - Visit Laos Visit SALANA BOUTIQUE HOTEL - ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ

3. ສືບຕໍ່ກະກຽມເນື້ອໃນ ແລະ ເຂົ້າຮ່ວມກອງປະຊຸມ ສະໄໝວິສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນເດືອນ ສິງຫາ 2021, ພ້ອມທັງກະກຽມຕອບຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.
4. ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX, ປັບປຸງກົນໄກການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແບບບຸກທະລຸ ໂດຍສະເພາະໃນການສົ່ງເສີມການລົງທຶນ ແລະ ການຈັດເກັບລາຍຮັບ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໄສ ແລະ ກວດກາໄດ້; ສືບຕໍ່ຍົກສູງປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ແຂງແຮງ, ຫຼຸດຜ່ອນສີ່ງກີດຂວາງຕ່າງໆ ທີ່ເປັນອຸປະສັກໃຫ້ແກ່ການພັດທະນາ ຢູ່ປະເທດເຮົາ.

5. ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ15/ນຍວ່າດ້ວຍການເພີ້ມທະວີມາດຕະການສະກັດກັ້ນ, ຄວບຄຸມຢ່າງເຂັ້ມງວດ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ19 ແລະ ນິຕິກໍາຕ່າງໆ ຂອງພັກ ແລະ ລັດ ກໍ່ຄືຂອງຄະນະສະເພາະກິດທີ່ວາງອອກ ໃຫ້ມີປະສິດທິຜົນ.

6. ສືບຕໍ່ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ເສີມຂະຫຍາຍສາຍພົວພັນກັບບັນດາປະເທດໃກ້ຄຽງ, ບັນດາປະເທດອາຊຽນ ແລະ ບັນດາປະເທດອື່ນໆ ລວມທັງອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາການຮ່ວມມື, ຊ່ວຍເຫຼືອ ນັບທັງປະຕິບັດບັນດາຂໍ້ຕົກລົງ ທີ່ລັດຖະບານໄດ້ເຊັນສັນຍາຮ່ວມມືກັບບັນດາປະເທດຕ່າງໆ ໃຫ້ມີຜົນສໍາເລັດ.

7. ບັນດາສະມາຊິກລັດຖະບານ, ບັນດາອົງການຈັດຕັ້ງທຽບເທົ່າຂັ້ນສູນກາງ, ເຈົ້າຄອງນະ ຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ ສືບຕໍ່ເອົາໃຈໃສ່, ບຸກບືນ, ຕິດຕາມຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ ເພື່ອພັດທະນາ, ສ້າງຜົນງານ ແລະ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນປີ 2021 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

8. ໃຫ້ບັນດາອົງການຈັດຕັ້ງຂອງພັກ, ອົງການກວດກາແຫ່ງລັດ, ສະພາແຫ່ງຊາດ, ໄອຍະການປະຊາຊົນ, ສານປະຊາຊົນ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ສືບຕໍ່ຕິດຕາມ, ກວດກາ ແລະ ປະສານສົມທົບ ຢ່າງໃກ້ຊິດຕິດແທດ ກັບລັດຖະບານ ກໍຄືບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງເງື່ອນໄຂ, ຮ່ວມມື ແລະ ຊຸກຍູ້ໃຫ້ລັດຖະບານ ປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ກໍານົດໃນກົດໝາຍ ວ່າດ້ວຍລັດຖະບານໃຫ້ມີປະສິດທິຜົນສູງ.

ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ - 5 - ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ
ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ - 4 - ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ
ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ - 3 - ລັດຖະບານສືບຕໍ່ປະຕິບັດ 8 ວຽກງານສຳຄັນ