ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19

ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19 - 2152 - ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19
ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19 - kitchen vibe - ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19

ໃນວັນທີ 9 ກໍລະກົດ 2021, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ (ລາວ) ໂດຍທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມ ຮ່ວມກັບ ກົມການຈັດຫາງານ (ໄທ) ໂດຍທ່ານ ໄພໂຣດ ໂຊຕິກະສະຖຽນ ຫົວໜ້າກົມ, ໄດ້ຈັດກອງປະຊຸມລະດັບວິຊາການລາວ-ໄທ ໃນຮູບແບບທາງໄກ ແນໃສ່ຮ່ວມຫາລືກ່ຽວກັບການບໍລິຫານຈັດການແຮງງານລາວໃນປະເທດໄທ ໄລຍະທີ່ມີການແພ່ລະບາດຂອງພະຍາດໂຄວິດ-19, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19 - 2099 300x189 - ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19

ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວວ່າ: ການຮ່ວມມືຂອງສອງຝ່າຍແມ່ນມີຄວາມໝາຍຄວາມສຳຄັນ ແລະ ຈຳເປັນຢ່າງຍິ່ງ ເພາະບໍ່ພຽງແຕ່ ແນ່ໃສ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແຮງງານເທົ່ານັ້ນ ແຕ່ຍັງຮັດແໜ້ນການຮ່ວມມືຂອງສອງປະເທດນຳອີກດ້ວຍ, ເຊິ່ງການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດ, ການຫຼັ່ງໄຫຼກັບຄືນປະເທດຂອງຜູ້ອອກແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ໄດ້ເປັນພາລະໃຫ້ລັດຖະບານ ຕ້ອງຮັບພາລະໜັກສົມຄວນ ໂດຍໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ກັບຄືນປະເທດໃນດ້ານຕ່າງໆ, ດັ່ງນັ້ນ ການປຶກສາຫາລືດ້ານວິຊາການຂອງສອງຝ່າຍຈະຊ່ວຍໃຫ້ຜູ້ອອກແຮງງານລາວທີ່ຍັງຄ້າງຢູ່ປະເທດໄທ ແລະ ຜູ້ອອກແຮງງານລາວທີ່ຈະກັບຄືນໄປເຮັດວຽກຢູ່ໄທ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຈາກສອງລັດຖະບານ.

ຈາກນັ້ນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຍັງໄດ້ລາຍງານໃຫ້ກົມການຈັດຫາງານແຫ່ງຣາຊະອານາຈັກໄທ ຮູ້ຕື່ມວ່າ: ໃນໄລຍະທີ່ມີການລະບາດ, ພົນລະເມືອງລາວ ທີ່ຢູ່ຕ່າງປະເທດໄດ້ພາກັນຫຼັ່ງໄຫຼກັບຄືນປະເທດເປັນຈຳນວນຫຼວງຫຼາຍ, ຈາກການເກັບກຳຂໍ້ມູນ ມາຮອດເດືອນພຶດສະພາ ມີພົນລະເມືອງທີ່ກັບຄືນປະເທດທັງໝົດ 246.757 ຄົນ, ປັດຈຸບັນ ເຂົາເຈົ້າເຫຼົ່ານັ້ນ ໄດ້ກາຍເປັນຜູ້ ວ່າງງານທີ່ມີຢູ່ພາຍໃນປະເທດ, ດັ່ງນັ້ນ ກອງປະຊຸມຍັງຈະໄດ້ຫາລືກ່ຽວກັບການໃຫ້ການຊ່ວຍເຫຼືອແກ່ແຮງງານທີ່ຖືກຢຸດວຽກ, ການເຂົ້າເຖິງການສັກວັກຊີນ ແລະ ກວດຫາເຊື້ອກ່ອນມີການສົ່ງກັບປະເທດ, ເຊິ່ງປະກອບດ້ວຍການອໍານວຍຄວາມສະດວກຂອງປະເທດຕົ້ນທາງໃນການດໍາເນີນການຂະຫຍາຍອາຍຸໜັງສືເດີນທາງ, ການກະກຽມການຈັດສົ່ງ ຫຼື ນໍາເຂົ້າແຮງງານໃໝ່ເຂົ້າມາເຮັດວຽກຕາມລະບົບ MOU ແລະ ເພື່ອເຮັດໃຫ້ວຽກງານແຮງງານລະຫວ່າງ 2 ປະເທດ ເປັນໄປຕາມບົດບັນທຶກ, ຂະນະທີ່ ຝ່າຍລາວ ຍັງໄດ້ສະເໜີຝ່າຍໄທ ໃຫ້ຄວາມຊ່ວຍເຫຼືອຜູ້ອອກແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກການປິດກິດ ຈະການຂອງຫົວໜ່ວຍແຮງງານ, ການຊຸກຍູ້ໃຫ້ຜູ້ອອກແຮງງານລາວທີ່ຈະກັບຄືນປະເທດ ຜ່ານຊ່ອງທາງທີ່ຖືກຕ້ອງ ແລະ ໄດ້ຮັບການກວດກາເຊື້ອພະຍາດໂຄວິດ 19 ກ່ອນເດີນທາງກັບຄືນປະເທດ, ການສະໜອງຂໍ້ມູນຂອງຜູ້ອອກແຮງງານລາວທີ່ຖືກເລີກຈ້າງ ແລະ ຈະເດີນທາງກັບຄືນປະເທດອີກດ້ວຍ.

ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19 - 3 - ລາວ-ໄທ ຫາລືແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!