6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81%

6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81% - 213375652 818753818776220 8418531069705985180 n - 6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81%
6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81% - kitchen vibe - 6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81%

ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍ 2021 ວັນທີ 12-13 ກໍລະກົດ 2021 ໃຫ້ຮູ້ວ່າ:
ໄລຍະ 6 ເດືອນຜ່ານມາ ແຂວງບໍລິຄຳໄຊ ໄດ້ພົບກັບສະພາບຄວາມຫຍຸ້ງຍາກຫຼາຍດ້ານເປັນຕົ້ນແມ່ນການລະບາດຂອງພະຍາດໂຄວິດ-19 ແຕ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ພ້ອມກັນຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ໄດ້ສຸມໃສຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການແກ້ໄຂບັນຫາ 4 ເຖື່ອນ ແລະ ການຈັດຕັ້ງຜັນຂະຫຍາຍ 9 ຫົວຂໍ້ວິທະຍາສາດ ເຮັດໃຫ້ທົ່ວສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ.

6 ເດືອນຕົ້ນປີສາມາດເກັບລາຍຮັບ ໄດ້ 232,57 ຕື້ກີບ ເທົ່າກັບ 25,81% ຂອງແຜນການປີ, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 3.068 ຕື້ກີບ, ອັດຕາການຂະຫຍາຍຕົວ 1,97%, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍ່ໄດ້ຮັບຄວາມເອົາໃຈໃສ່ສູງ ໂດຍຫັນເອົາພະນັກງານຫຼັກແຫຼ່ງລົງສູ່ຮາກຖານນຳພາ-ຊີ້ນຳ ຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ປັດຈຸບັນທົ່ວແຂວງ ມີເມືອງພົ້ນທຸກ 5 ເມືອງ ກວມ 71,43%, ຄອບຄົວພົ້ນທຸກ 52.544 ຄອບຄົວ ກວມ 94,30%, ບ້ານພົ້ນທຸກ 249 ບ້ານ ກວມ 87,13%, ມີບ້ານພັດທະນາ 216 ບ້ານ ເທົ່າກັບ 76,05%, ຄອບຄົວພັດທະນາ 47.990 ຄອບຄົວ ເທົ່າກັບ 86,13%.

6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81% - Visit Laos Visit SALANA BOUTIQUE HOTEL - 6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81%
6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81% - Visit Laos Visit SALANA BOUTIQUE HOTEL - 6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81%

ພ້ອມນັ້ນ ການຈັດຕັ້ງປະຕິບັດວຽກງານການເມືອງ, ການພັດທະນາວັດທະນາທຳ-ສັງຄົມ, ວຽກງານນິຕິບັນຍັດ, ປົກປ້ອງກົດໝາຍ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສໍາເລັດເປັນຢ່າງດີເພື່ອໃຫ້ກອງປະຊຸມໄດ້ຮັບຜົນສຳເລັດແລະ ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີບັນດາຜູ້ເຂົ້າຮ່ວມຍັງຈະໄດ້ລາຍງານຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ.

ການຈັດເກັບລາຍຮັບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ການຊຸກຍູ້ການປູກພືດລະດູຝົນ, ການລະບາດຂອງພະຍາດລະບາດຜີວໜັງອັກເສບຕິດຕໍ່ຮ້າຍແຮງຂອງສັດ ແລະ ການຈັດຕັ້ງປະຕິບັດຄາດໝາຍ SDGs, ການສັກວັກຊີນປ້ອງກັນ ແລະ ສະພາບວຽກງານປ້ອງກັນ, ຄວບຄຸຸມ, ແກ້ໄຂການລະບາດພະຍາດໂຄວິດ-19, ພະຍາດລະບາດຕາມລະດູການ ແລະ ວຽກງານອື່ນໆ.

6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81% - 3 - 6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81%
6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81% - 5 - 6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81%
6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81% - 4 - 6 ເດືອນຕົ້ນປີ ແຂວງບໍລິຄຳໄຊເກັບລາຍຮັບໄດ້ 232,57 ຕື້ກີບ ເທົ່າກັບ 25,81%