ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ

ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ - 21756 - ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ
ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ - kitchen vibe - ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ

ໃນວັນທີ 12 ກໍລະກົດ 2021, ທ່ານ ອາລຸນ ບຸນຍົງ ຫົວຫນ້າກົມຄຸ້ມຄອງທະນາຄານ ທຸລະກິດ ຂອງທະນາຄານ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ທຫລ ກະກຽມການຈ່າຍ ຄືນເງິນຝາກໃຫ້ແກ່ລູກຄ້າທີ່ຝາກເງິນຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຜ່ານມາ ກ່ອນການເຂົ້າຄວບຄຸມຂອງທະນາຄານ ແຫ່ງ ສປປ ລາວ ໃນທ້າຍປີ 2019 ຍ້ອນທະນາຄານ ລາວກໍ່ສ້າງ ຈຳກັດ ໃນຂະນະນັ້ນຕົກຢູ່ໃນພາວະຂາດສະພາບຄ່ອງ, ຂາດຄວາມໝັ້ນຄົງ. ສໍາລັບການຈ່າຍຄືນເງິນຝາກແມ່ນອີງຕາມຈໍານວນເງິນຕົວຈິງທີ່ສາມາດເກັບກູ້ຊັບສິນ ຂອງທະນາຄານຮອດປັດຈຸບັນໂດຍການນໍາໃຊ້ຖານຕົວເລກເງິນ ຝາກຮອດມື້ທີ່ທະນາຄານດັ່ງກ່າວ ຖືກຄວບຄຸມໃນວັນທີ 22 ພະຈິກ 2019 ໂດຍຈະຈ່າຍຕົ້ນທຶນກ່ອນ 80% ດ້ວຍການໂອນຊໍາລະຄືນເຂົ້າບັນຊີເງິນຝາກ ຂອງລູກຄ້າທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ເປີດໄວ້ຢູ່ທະນາຄານທຸລະກິດຂອງລັດ 3 ທະນາຄານ, ສ່ວນທີ່ເຫຼືອແມ່ນຈະໄດ້ເບີກຈ່າຍເພີ່ມຕື່ມພາຍຫລັງທີ່ສານໄດ້ຕັດສິນ ແລະ ການປະຕິບັດຕາມຄໍາຕັດສິນຂອງສານ.

ທ່ານຫົວຫນ້າກົມຄຸ້ມຄອງທະນາຄານທຸລະກົດ ທະນາຄານ ແຫ່ງ ສປປ ລາວ ຮຽກຮ້ອງມາຍັງລູກຄ້າເງິນຝາກຂອງທະນາຄານລາວກໍ່ສ້າງ ຈໍາກັດ ທີ່ຈະເຂົ້າໄປພົວພັນວຽກຂອງຕົນໃຫ້ປະຕິບັດຄື:

ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ - Visit Laos Visit SALANA BOUTIQUE HOTEL - ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ
ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ - Visit Laos Visit SALANA BOUTIQUE HOTEL - ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ

1. ສໍາລັບລູກຄ້າ ເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ມີບັນຊີເງິນຝາກເບີດໄວ້ຢູ່ທະນາຄານທຸລະກົດຂອງລັດແລ້ວກໍໃຫ້ໄປສະໜອງຂໍ້ມູນເງິນຝາກຂອງຕົນ ແລະ ປະກອບເອກະສານໃນການເບີກຈ່າຍເງິນຕາມການແນະນໍາຂອງຄະນະຮັບຜິດຊອບຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ ( ພ້ອມກັນນັ້ນໃຫ້ກຽມເອກະສານເພື່ອມາຢັ້ງຢືນຄວາມຖືກຕ້ອງຂອງເງິນຝາກຄື: ປື້ມບັນຊີເງິນຝາກ, ບັດປະຈໍາໂຕ, ຫນັງສືຜ່ານແດນ ຫລື ປື້ມສໍາມະໂນຄົວ );

2. ສໍາລັບລູກຄ້າເງິນຝາກຂອງທະນາຄານລາວກໍ່ສ້າງ ຈໍາກັດ ທີ່ຍັງບໍ່ທັນໄດ້ເປີດ ບັນຊີນໍາທະນາຄານທຸລະກິດຂອງລັດ ກໍໃຫ້ໄປເປີດບັນຊີເງິນຝາກນໍາທະນາຄານທຸລະກິດຂອງລັດໂດຍແຈ້ງ ຈຸດປະສົງຂອງການເປີດບັນຊີ ເພື່ອຮອງຮັບການຊໍາລະຄືນເງິນຝາກຂອງຕົນທີ່ໄດ້ຝາກໄວ້ນໍາທະນາຄານ ລາວກໍ່ສ້າງ ຈໍາກັດ;

3. ໃຫ້ລູກຄ້າເງິນຝາກ ຂອງທະນາຄານລາວກໍ່ສ້າງ ຈໍາກັດ ໄປສະໜອງຂໍ້ມູນເງິນຝາກຂອງຕົນທີ່ທະນາຄານລາວກໍ່ສ້າງ ຈໍາກັດ ດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂ້າງເທິງ ນັບແຕ່ວັນທີ 12-30 ກໍລະກົດ 2021.

ຫາກລູກຄ້າທີ່ຝາກເງິນຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຕ້ອງການຂໍ້ມູນເພີ່ມຕື່ມກະລຸນາໂທຕິດຕໍ່ມາຍັງຄະນະຮັບຜິດຊອບການເບີກຈ່າຍເງິນຝາກຂອງລູກຄ້າເງິນຝາກທະນາຄານລາວກໍ່ສ້າງ ຈໍາກັດ ໄດ້ຕາມເບີໂທລະສັບເລກທີ 030 9336690; 030 933 8065; 030 9335094 ຕາມໂມງລັດຖະການ.

ແຫລ່ງຂ່າວ: ເສດຖະກິດ-ສັງຄົມ

ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ - 5 - ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ
ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ - 3 - ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ
ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ - 4 - ທຫລ ກະກຽມຈ່າຍຄືນເງິນຝາກໃຫ້ລູກຄ້າ ທະນາຄານ ລາວກໍ່ສ້າງ