ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ

ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ - 1fa95 - ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ
ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ - kitchen vibe - ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ

ເກີດເຫດໄຟໄໝ້ໂຮງໝໍ ອັນຮຸສເຊັນ ໃນເມືອງ ສິຣິຍະ ທາງຕອນໃຕ້ຂອງ ອີຣັກ ເຮັດໃຫ້ຜູ້ຕິດເຊື້ອໂຄວິດ-19 ເສຍຊິວິດ 52 ຄົນ ແລະ ມີຜູ້ສູນຫາຍເປັນຈຳນວນຫຼາຍ ໂດຍໄຟໄດ້ລຸກໄໝ້ຂຶ້ນໃນພະແນກປິ່ນປົວຄົນເຈັບໂຄວິດ-19 ທີ່ມີຕຽງຄົນເຈັບກຳລັງນອນປິ່ນປົວຢູ່ 60 ຕຽງ ຊຶ່ງຜູ້ເສຍຊີວິດ ສ່ວນໃຫຍ່ມີບາດແຜໄຟໄໝ້ຮູນແຮງ, ເຈົ້າໜ້າທີ່ໄດ້ເລັ່ງຄົ້ນຫາຜູ້ລອດຊິວິດໃຕ້ຊາກສັດຫັກພັງ ທ່າມກາງຄວັນໄຟໜາປຶກ ຊຶ່ງເປັນອຸປະສັກ ໃນການຄົ້ນຫາ.

ຂະນະດຽວກັນມີຍາດພີ່ນ້ອງຂອງຜູ້ເສຍຊິວິດ ແລະ ຜູ້ສູນຫາຍ ບໍ່ພໍໃຈຕໍ່ເຈົ້າໜ້າທີ່ ໄດ້ມາລວມຕົວກັນຢູ່ໜ້າໂຮງໝໍ ແລ້ວ ຈູດໄຟເຜົາລົດຂອງເຈົ້າໜ້າທີ່ຕຳຫຼວດ ພ້ອມທັງລະບຸວ່າ ເຈົ້າໜ້າທີ່ທີ່ ສໍ້ລາດບັງຫຼວງ ຈະຕ້ອງເປັນຝ່າຍຮັບຜິດຊອບຕໍ່ຄວາມເສຍຫາຍໃນຄັ້ງນີ້, ສ່ວນຜູ້ອຳນວຍການໂຮງໝໍໄດ້ລາອອກຈາກຕຳແໜ່ງແລ້ວ. ສ່ວນທ່ານ ມິສຕາຟາ ອັລຄໍດີມີ ນາຍົກລັດຖະມົນຕີອີຣັກໄດ້ປະກາດສະຖານະການສຸກເສີນໃນພື້ນທີ່ເກີດເຫດແລ້ວ.

ແຫຼ່ງຂ່າວ: Aljazeera, Twitter

ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ - 3 - ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ
ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ - 4 - ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ
ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ - 5 - ອີຣັກ ຖືກຊໍ້າເຕີມ ໄຟໄໝ້ໂຮງໝໍ ຜູ້ຕິດເຊື້ອໂຄວິດ-19 ຕາຍ 52 ຄົນ