ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ

ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ - 0 - ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ
ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ - kitchen vibe - ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ

ຕາມການໃຫ້ຂໍ້ມູນຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງບໍ່ແຕນ ແຂວງໄຊຍະບູລີ ເລີ່ມແຕ່ກາງເດືອນ ເມສາ 2021 ຜ່ານມາ ໄດ້ເກີດການແຜ່ລະບາດຂອງພະຍາດສັດລ້ຽງ ປະເພດ ງົວ-ຄວາຍ ໂດຍມີການແຜ່ຂະຫຍາຍເປັນວົງກວ້າງຢ່າງວ່ອງໄວ ເປັນຕົ້ນແມ່ນບ້ານ ໂພນໄຊ, ບ້ານໃຫຍ່ນ້ຳພຸ ເຂດບ້ານບໍ່ແຕນ ແລະ ບ້ານອື່ນໆອີກ. ຈາກນັ້ນຫ້ອງການກະສິກຳເມືອງກໍໄດ້ສົ່ງພະນັກງານວິຊາການລົງກວດກາວິເຄາະຊອກຫາສາເຫດຂອງພະຍາດດັ້ງກ່າວແມ່ນ ພະຍາດຜິວໜັງອັກເສບ (lumpy skin disease) ເກີດຈາກເຊື້ອໄວຣັສຊະນິດໜຶ່ງໂດຍມີອາການ ເປັນຕຸ່ມຕາມຕົນໂຕ, ມີອາການໄຂ້ສູງ, ບໍ່ກິນອາຫານ ແລະ ແພ່ລາມໄປໃສ່ສັດໂຕອື່ນໄດ້ໄວ ໂດຍຜ່ານ ແມງດູດເລືອດ, ໂຕເຫລືອກ, ຍຸງ ແລະ ເຫັບ ເປັນພາຫະນະນຳເຊື້ອ.

ສຳລັບການປິ່ນປົວແມ່ນຍັງບໍ່ທັນມີຢາທີ່ມີປະສິດທິຜົນສູງໃນການປິ່ນປົວເທື່ອ ພຽງແຕ່ປົວຕາມອາການ ເຊິ່ງເລີ່ມແຕ່ເດືອນເມສາ. ມາຮອດປັດຈຸບັນນີ້ທົ່ວເມືອງບໍ່ແຕນ ມີສັດຕິດເຊື້ອທັງໝົດ 1.809 ໂຕ, ໃນນີ້ຄວາຍ 2 ໂຕ, ງົວ 1.807 ໂຕ ກວມເອົາ 22 ບ້ານ. ສາມາດປິ່ນປົວດີແລ້ວ 1.726 ໂຕ ກຳລັງປິ່ນປົວ 83 ໂຕ ສັດຕາຍຍ້ອນພະຍາດນີ້ 62 ໂຕ ເປັນມູນຄ່າ 316 ກວ້າລ້ານກີບ.

ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ - Visit Laos Visit SALANA BOUTIQUE HOTEL - ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ
ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ - Visit Laos Visit SALANA BOUTIQUE HOTEL - ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ

ຕໍ່ກັບການແຜ່ລະບາດຂອງພະຍາດດັ່ງກ່າວ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ອອກມາດຕະການ-ແຈ້ງການຫ້າມຊື້-ຂາຍສັດ, ຫ້າມເຄື່ອນຍ້າຍສັດປະເພດງົວ-ຄວາຍຊົ່ວຄາວ ຈົນກວ່າພະຍາດດັ່ງກ່າວຈະຫາຍເປັນປົກກະຕິ ແລະ ໄດ້ຈັດສົ່ງພະນັກງານວິຊາການລົງໃຫ້ຄຳແນະນຳໃນການປິ່ນປົວ, ໃຫ້ຜູ້ລຽ້ງສັດເອົາໃຈໃສ່ເບິ່ງແຍງຕິດຕາມສຸຂະພາບສັດ, ໃຫ້ອາຫານ ແລະ ນ້ຳ ຢ່າງພຽງພໍ ອະນາໄມຄອກສັດໃຫ້ສະອາດຢູ່ສະເໝີ.

ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ - 5 - ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ
ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ - 4 - ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ
ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ - 3 - ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ